ສື່ມວນ​ຊົນຫຼາຍ​ປະ​ເທດ​ເຫັນ​ວ່າ​ ຄວນ​​ຮັບ​ຮູ້​ຄື​ນໃໝ່​ຕໍ່​ຄວາມ​ສຳ​ຄັນ​ຂອງ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

ສື່ມວນ​ຊົນຫຼາຍ​ປະ​ເທດ​ເຫັນ​ວ່າ​ ຄວນ​​ຮັບ​ຮູ້​ຄື​ນໃໝ່​ຕໍ່​ຄວາມ​ສຳ​ຄັນ​ຂອງ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

ສື່ມວນ​ຊົນຫຼາຍ​ປະ​ເທດ​ເຫັນ​ວ່າ​ ຄວນ​​ຮັບ​ຮູ້​ຄື​ນໃໝ່​ຕໍ່​ຄວາມ​ສຳ​ຄັນ​ຂອງ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”
ຂ່າວສານຊີອາໄອລາຍງານວ່າ: ພາຍໃຕ້ສະພາບການທີ່ຊ່ອງທາງການເດີນເຮືອດັ້ງເດີມ ມີຄວາມສ່ຽງດ້ານຄວາມປອດໄພທີ່ນັບມື້ນັບເພີ່ມຫຼາຍຂຶ້ນ ຍ້ອນການປະທະກັນລະຫວ່າງອາເມຣິກາ-ອິສຣາແອນ ກັບ ອີຣານ, ສື່ມວນຊົນຕ່າງໆ ເປັນຕົ້ນ: ໜັງສືພິມ Daily Mirror ຂອງສີລັງກາ, ວາລະສານ The Diplomat ຂອງອາເມຣິກາ ແລະ ເວັບໄຊ “ສັງເກດນະໂຍບາຍຈີນ” ຂອງແອັດສະປາຍ ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ທ່າກ່ຳປັ່ນທີ່ລົງທຶນໂດຍຈີນ ແລະ ຂະບວນລົດໄຟດ່ວນຈີນ-ເອີຣົບ ໂດຍເຫັນວ່າ ຄວນຮັບຮູ້ຄືນໃໝ່ຕໍ່ຄຸນຄ່າທາງຍຸດທະສາດ ແລະ ຄວາມໝາຍຕົວຈິງຂອງຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີໂດຍຜູ້ນຳສູງສຸດຂອງຈີນ.
ສມວນ​ຊນຫາຍ​ປະ​ເທດ​ເຫນ​ວາ​ ຄວນ​​ຮບ​ຮ​ຄ​ນໃໝ​ຕ​ຄວາມ​ສຳ​ຄນ​ຂອງ​ຂ​ລ​ເລມ​ການ​ຮວມ​ກນ​ສາງ “ໜງ​ແລວ​ໜງ​ເສນ​ທາງ” - image 1
 

ໜັງສືພິມ Daily Mirror ຂອງສີລັງກາ ລາຍງານວ່າ: ຜົນກະທົບຈາກການປະທະກັນຢູ່ພາກພື້ນຕາເວັນອອກກາງ ເຮັດໃຫ້ທ່າກຳປັ່ນສາກົນຮາມບັນໂຕຕາ ເປັນທ່າກຳປັ່ນທະເລເລິກ ແບບຄົບວົງຈອນ ທີ່ຕັ້ງຢູ່ໃຕ້ສຸດຂອງສີລັງກາ ໄດ້ມີພາລະບົດບາດດ້ານທຸລະກິດເພີ່ມຂຶ້ນຢ່າງຫຼວງຫຼາຍ, ຫຼັງຈາກນັ້ນ, ທ່າກຳປັ່ນດັ່ງກ່າວຕ້ອງໄດ້ເລີ່ມການປັບປຸງ ເພື່ອຂະຫຍາຍຂະໜາດຂອງການບໍລິການຮອບໃໝ່. ທ່າກຳປັ່ນແຫ່ງນີ້ ແມ່ນໂຄງການຮ່ວມມືສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງຈີນກັບສີລັງກາ. ໃນໄຕມາດທີໜຶ່ງຂອງປີ 2026, ທ່າກຳປັ່ນດັ່ງກ່າວໄດ້ຄ່ຽນຖ່າຍສິນຄ້າຫຼາຍກວ່າ 2.01 ລ້ານໂຕນ, ເພີ່ມຂຶ້ນຫຼາຍກວ່າ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຂໍ້ລິເລີ່ມ “ແລວທາງກາງ” ທີ່ສະເໜີໂດຍຕູຣາເຄຍ ແມ່ນຊ່ອງທາງຂົນສົ່ງສາກົນທີ່ຜ່ານອາຊີກາງ ແລະ ເຂດທະເລສາບກາສປຽນ ໄປສູ່ອາແຊັກໄບຊານ, ຊັອກຊີ ແລະ ຕູຣາເຄຍ ຊຶ່ງມີການເຊື່ອມຕໍ່ໃນລະດັບສູງກັບຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ, ສາມາດຫຼຸດເວລາການຂົນສົ່ງສິນຄ້າ ລະຫວ່າງເອີຣົບກັບອາຊີໃຫ້ໜ້ອຍລົງຢ່າງຫຼວງຫຼາຍ. ວາລະສານ The Diplomat ຂອງອາເມຣິກາ ໄດ້ລົງພິມບົດຄວາມໃນຫວ່າງມໍ່ໆມານີ້ ໂດຍຊີ້ອອກວ່າ: ພາຍໃຕ້ສະຖານະການໃນປັດຈຸບັນ, “ແລວທາງກາງ” ກຳລັງຫັນຈາກແຜນການທົດແທນທາງຍຸດທະສາດ ກາຍເປັນພາກສ່ວນທີ່ຈຳເປັນໃນການເຊື່ອມໂຍງເຊື່ອມຈອດກັນລະຫວ່າງເອີຣັບກັບອາຊີ. ປີ 2026, ຂະບວນລົດໄຟດ່ວນຈີນ-ເອີຣົບຂະບວນທຳອິດ ທີ່ແລ່ນຜ່ານທະເລສາບກາສປຽນ ໄດ້ໃຊ້ເວລາພຽງ 11 ວັນເທົ່ານັ້ນ ກໍສາມາດສຳເລັດການອອກເດີນທາງຈາກນະຄອນຊີ່ອ່ານຈີນໄປຮອດນະຄອນຫຼວງບາກູປະເທດອາແຊັກໄບຊານ ຊຶ່ງໄດ້ສະແດງໃຫ້ເຫັນເຖິງກຳລັງການແຂ່ງຂັນຂອງແລວທາງຍຸດທະສາດດັ່ງກ່າວຢ່າງເຕັມປ່ຽມ.

ນັບແຕ່ປີ 2013 ທີ່ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນມາ, ເວທີການຮ່ວມມືສາກົນດັ່ງກ່າວໄດ້ປົກຄຸມຫຼາຍກວ່າ 150 ປະເທດ ແລະ ຫຼາຍກວ່າ 30 ອົງການຈັດຕັ້ງສາກົນໃນທົ່ວໂລກ. ເວັບໄຊສັງເກດນະໂຍບາຍຈີນຂອງແອັດສະປາຍ ໄດ້ເຜີຍແຜ່ບົດຄວາມ ໂດຍຊີ້ໃຫ້ເຫັນວ່າ: ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຫັນປ່ຽນວິໄສທັດທາງຍຸດທະສາດຂອງຈີນ ໃຫ້ກາຍເປັນພື້ນຖານໂຄງລ່າງ, ການເຊື່ອມໂຍງເຊື່ອມຈອດ, ການຄ້າ ແລະ ເຄືອຂ່າຍການຮ່ວມມືລັກສະນະການຜະລິດ, ໄດ້ຫັນປ່ຽນການພົວພັນແບບເພິ່ງພາອາໄສກັນ ລະຫວ່າງປະເທດຕ່າງໆໃຫ້ກາຍເປັນການພົວພັນຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍຮູບແບບການຮ່ວມມືທີ່ຖືເອົາການປຶກສາຫາລືຮ່ວມກັນ, ການສ້າງສາຮ່ວມກັນ ແລະ ການຊົມໃຊ້ຮ່ວມກັນເປັນພື້ນຖານ ຊຶ່ງໄດ້ກາຍເປັນແຮງຂັບເຄື່ອນທີ່ຊຸກຍູ້ການເຊື່ອມໂຍງພາກພື້ນກໍຄືທົ່ວໂລກເຂົ້າເປັນອັນໜຶ່ງອັນດຽວກັນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ