ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026

ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026

ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026
ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດ (Humanoid) ທີ່ມີຄວາມສາມາດສູງຫຼາກຫຼາຍຊະນິດໄດ້ຖືກວາງສະແດງ ແລະ ດຶງດູດຜູ້ມາຢ້ຽມຊົມງານວາງສະແດງ Hannover Messe 2026, ງານວາງສະແດງອຸດສາຫະກຳຊັ້ນນຳຂອງເຢຍລະມັນ ຊຶ່ງໄດ້ເປີດຂຶ້ນທີ່ເມືອງຮັນໂນເວີ ປະເທດເຢຍລະມັນໃນວັນ 20 ເມສາ ຜ່ານມາ.
ຫນຍນ Humanoid ແລະ ປນຍາປະດດ ຈດເດນສຳຄນຂອງງານ Hannover Messe 2026 - image 1
 

 

ໂດຍໃນປີ 2026 ນີ້ ປັນຍາປະດິດ (AI), ຂະແໜງອຸດສາຫະກຳ ແລະ ຫຸ່ນຍົນ Humanoid ໄດ້ກາຍເປັນຈຸດເດັ່ນທີ່ສຳຄັນ ແລະ ດຶງດູດຜູ້ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍໃຫ້ມາເບິ່ງ ແລະ ສຳຜັດປະສົບການພາຍໃນງານ.

ຫນຍນ Humanoid ແລະ ປນຍາປະດດ ຈດເດນສຳຄນຂອງງານ Hannover Messe 2026 - image 2
 
ຫນຍນ Humanoid ແລະ ປນຍາປະດດ ຈດເດນສຳຄນຂອງງານ Hannover Messe 2026 - image 3
 

ຄໍາເຫັນ

ຂ່າວຕ່າງປະເທດ

ຟີລິບປິນ ຍົກລະດັບການແຈ້ງເຕືອນແອວນີໂຢ

ຟີລິບປິນ ຍົກລະດັບການແຈ້ງເຕືອນແອວນີໂຢ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ອົງການບໍລິການດ້ານບັນຍາກາດ, ທໍລະນີຟີຊິກ ແລະ ດາລາສາດ ຂອງຟີລິບປິນ (PAGASA) ລາຍງານວ່າ, ຟີລິບປິນໄດ້ຍົກລະດັບການເຕືອນໄພກ່ຽວກັບປະກົດການແອວນິໂຢ ໂດຍໄດ້ເຕືອນວ່າ, ອາດຈະເກີດສະພາບແຫ້ງແລ້ງ ແລະ ໄພແຫ້ງແລ້ງອາດຈະເກີດຂຶ້ນໃນບາງພື້ນທີ່ໃນໄລຍະສອງສາມເດືອນຂ້າງໜ້າໄປຈົນເຖິງຕົ້ນປີ 2027. ອົງການດັ່ງກ່າວລະບຸວ່າ: ມີໂອກາດ 79% ທີ່ປະກົດການແອວນີໂຢ ຈະເກີດຂຶ້ນລະຫວ່າງເດືອນມິຖຸນາ ແລະ ສິງຫາ.
ລາຄານົມໂລກສືບຕໍ່ຫຼຸດລົງ ທ່າມກາງຄວາມເຄັ່ງຕຶງທາງພູມິສາດການເມືອງ

ລາຄານົມໂລກສືບຕໍ່ຫຼຸດລົງ ທ່າມກາງຄວາມເຄັ່ງຕຶງທາງພູມິສາດການເມືອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ລາຄາຜະລິດຕະພັນນົມທົ່ວໂລກຍັງສືບຕໍ່ຫຼຸດລົງໃນການປະມູນຄັ້ງຫຼ້າສຸດທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່າມກາງລະດັບການສະໜອງທີ່ຢູ່ໃນລະດັບສູງ ບວກກັບຄວາມເຄັ່ງຕຶງທາງດ້ານພູມິສາດການເມືອງທີ່ກຳລັງກົດດັນຄວາມຕ້ອງການ ແລະ ເຮັດໃຫ້ຕົ້ນທຶນເພີ່ມຂຶ້ນ.
ຈີນ​ ມີ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ດ້ານ​ກະ​ສິ​ກຳຫຼາຍກວ່າ 300,000 ​ລຳ

ຈີນ​ ມີ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ດ້ານ​ກະ​ສິ​ກຳຫຼາຍກວ່າ 300,000 ​ລຳ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ເມ​ສາ​ ຜ່ານມາ, ຫ້ອງວ່າ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມຖ​ະ​ແຫຼງ​ຂ່າວໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 14 ແຕ່​ປີ 2021-2025,
ທ່ານນາຍົກລັດຖະມົນຕີຫວຽດນາມ ພົບປະ ປະທານາທິບໍດີ ສ ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽດນາມ ພົບປະ ປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ເມສາ ຜ່ານມາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ ນີ້.
ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສູນຄົ້ນຄວ້າ ແລະ ວິເຄາະການຍ້າຍຖິ່ນຖານຂອງ RFBerlin ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດໃນວັນທີ 22 ເມສາ ຜ່ານມາວ່າ, ຈໍານວນຜູ້ອົບພະຍົບທີ່ອາໄສຢູ່ໃນສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດການທີ່ 64.2 ລ້ານຄົນ ໃນປີ 2025, ເພີ່ມຂຶ້ນປະມານ 2.1 ລ້ານຄົນ ຈາກປີກ່ອນ.
ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ເມ​ສາ ຜ່ານມາ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ ທ່ານ ລີແຈມຽງ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາ​ຫຼີ ແລະ ພັນ​ລະ​ຍາ ທີ່ມາ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ນີ້.
ອິນໂດເນເຊຍ ກຽມຈະຢຸດການນຳເຂົ້ານ້ຳມັນກາຊວນ

ອິນໂດເນເຊຍ ກຽມຈະຢຸດການນຳເຂົ້ານ້ຳມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ທ່ານ ອັນດີ ອຳຣານ ສຸໄລມານ ລັດຖະມົນຕີກະຊວງກະສິກຳອິນໂດເນເຊຍ ໄດ້ປະກາດວ່າ: ອິນໂດເນເຊຍຈະຢຸດການນຳເຂົ້ານ້ຳມັນກາຊວນ ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ເນື່ອງວ່າລະບຽບການກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟໄບໂອດີເຊວ ຊະນິດໃໝ່ (B-50) ຈະມີຜົນບັງຄັບໃຊ້.
ມາເລເຊຍ ສຸມໃສ່ແກ້ໄຂວິກິດການທົ່ວໂລກ 3 ຢ່າງ

ມາເລເຊຍ ສຸມໃສ່ແກ້ໄຂວິກິດການທົ່ວໂລກ 3 ຢ່າງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ທ່ານ ອາເທີ ໂຈເຊັບ ຄູຣັບ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເຂົ້າຮ່ວມກອງປະຊຸມການປ່ຽນແປງສະພາບອາກາດ ແລະ ຄວາມຍືນຍົງປີ 2026 ທ່ານໄດ້ກ່າວວ່າ: ມາເລເຊຍກໍາລັງແກ້ໄຂບັນຫາວິກິດການທົ່ວໂລກ 3 ຢ່າງຄື: ການປ່ຽນແປງສະພາບອາກາດ, ການສູນເສຍຄວາມຫຼາກຫຼາຍທາງຊີວະພາບ ແລະ ມົນລະພິດ. ສິ່ງເຫຼົ່ານີ້ລວມກັນປະກອບເປັນສິ່ງທ້າທາຍຫຼາຍດ້ານທີ່ປ່ຽນແປງລະບົບນິເວດ, ເສດຖະກິດ ແລະ ສັງຄົມ ຊຶ່ງຕ້ອງການວິທີແກ້ໄຂໃນໄລຍະຍາວ.
ສສ ຫວຽດນາມ - ສປ ຈີນ ເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່

ສສ ຫວຽດນາມ - ສປ ຈີນ ເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່

ການເດີນທາງຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສຫວຽດນາມ ໃນລະຫວ່າງ ວັນທີ 14-17 ເມສາ ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ແມ່ນການເພີ່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່ໃນສະພາບຂອງໂລກທີ່ມີຄວາມສັບສົນ ຊຶ່ງໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຫຼາຍປະເທດໃນໂລກ. ນີ້ແມ່ນການເດີນທາງມາຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງ ທ່ານ ໂຕເລິມ ໃນຖານະຕຳແໜ່ງສູງສຸດຂອງພັກ, ລັດ ສສ ຫວຽດນາມ; ຫຼັງຈາກການມາຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຂອງທ່ານ ສີຈີ້ນຜິງ ຄົບຮອບ 1 ປີ.
ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ

ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ

ຂ່າວສານຊີອາໄອລາຍງານວ່າ: ອີງ​ຕາມ​ບົດ​ລາຍ​ງານ​ສະ​ຖິ​ຕິ​ສະ​ພາບ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ຈີນ​ສະ​ບັບ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເດືອນ​ທັນ​ວາ​ປີ 2025, ຈີນ​ມີ​ຜູ້​ຊົມ​ໃຊ້​ອິນ​ເຕີ​ເນັດຈຳ​ນວນ 1 ຕື້ 125​ ລ້ານ​ຄົນ, ອັດ​​ຕາ​ການ​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 80.1%, ໝາກ​ຜົນ​ດ້ານ​ການ​ພັດ​ທະ​ນາ​ດີ​ຈີ​ຕອນ​ໄດ້​ເຂົ້າ​ເຖິງ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ.
ເພີ່ມເຕີມ