ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ

ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ

ພູນຊັບຟາມາ ຈຳກັດ ເນັ້ນວາງສະແດງຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ໂອກາດສະຫຼອງວັນສາທາລະນະສຸກ
ໂອກາດເຂົ້າຮ່ວມວາງສະແດງຜະລິດຕະພັນຢາ ໃນພິທີສະເຫຼີມສະຫຼອງວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965 – 18 ມິຖຸນາ 2026) ທີ່ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ພນຊບຟາມາ ຈຳກດ ເນນວາງສະແດງຜະລດຕະພນຢາບາລງແມຫງເກດ ໂອກາດສະຫອງວນສາທາລະນະສກ - image 1
 

 

ທ່ານ ສຸລິຍົມ ຈັນດາລາສານ ຜູ້ອຳນວຍການ ບໍລິສັດ ພູນຊັບຟາມາ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ບໍລິສັດ ພູນຊັບຟາມາ ຈຳກັດ ເປັນໜຶ່ງບໍລິສັດນໍາເຂົ້າຢາ ແລະ ອຸປະກອນການແພດຈາກຕ່າງປະເທດ. ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ຮູ້ສຶກດີໃຈຫຼາຍ ທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມວາງສະແດງຜະລິດຕະພັນຢາຂອງບໍລິສັດໃນຄັ້ງນີ້ ຊຶ່ງມີຫຼາກຫຼາຍຜະລິດຕະພັນທີ່ພົ້ນເດັ່ນ ແລະ ຫຼັກໆແມ່ນເນັ້ນຜະລິດຕະພັນບໍາລຸງແມ່ຍິງຫຼັງຄອດ (ຫຼັງເກີດລູກ) ຫຼື ເພີ່ມນໍ້ານົມແມ່ ເພື່ອໃຫ້ພຽງພໍໃນການລ້ຽງລູກ ໂດຍສະເພາະ ສປປ ລາວ ວຽກງານໃນຂົງເຂດສາທາລະນະສຸກແມ່ນໄດ້ສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອໃຫ້ລູກແຂງ ແຮງກໍສາມາດສ້າງສາຍສໍາພັນຕໍ່ແມ່ກັບລູກ ເມື່ອແມ່ໄດ້ຮັບຜະລິດຕະພັນຢາບໍາລຸງຫຼັງເກີດ ຈະມີຜົນດີຫຼາຍຢ່າງເຊັ່ນ: ເຮັດໃຫ້ນົມແມ່ມີຄຸນນະພາບ, ນົມແມ່ມາໄວຂຶ້ນ, ເຮັດໃຫ້ລູກແຂງແຮງແມ່ກໍແຂງແຮງໄປພ້ອມໆກັນ. ບັນຫາແມ່ຫຼັງເກີດຈະມີອາການ: ອາລົມບໍ່ດີ, ງຸດງິດ, ມີຄວາມຄຽດງ່າຍ. ສະນັ້ນ, ຫຼັງຈາກໄດ້ຮັບປະທານຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ກໍຈະເຮັດໃຫ້ອາລົມຂອງແມ່ມີຄວາມຜ່ອນ ຄາຍບໍ່ງຸດງິດ, ບໍ່ຕຶງຄຽດ ແລະ ບໍ່ເຄັງຕຶງ ເຮັດໃຫ້ສຸຂະພາບແມ່ພື້ນຟູໄວຂຶ້ນ, ເຮັດໃຫ້ນໍ້ານົມສົ່ງໄປຫາລູກມີປະສິດທິພາບ ເມື່ອລູກແຂງແຮງແມ່ກໍແຂງແຮງໄປນໍາ.

ພນຊບຟາມາ ຈຳກດ ເນນວາງສະແດງຜະລດຕະພນຢາບາລງແມຫງເກດ ໂອກາດສະຫອງວນສາທາລະນະສກ - image 2
 

ບໍລິສັດ ພູນຊັບຟາມາ ຈຳກັດ ໄດ້ເປີດມາເປັນເວລາ 10 ກວ່າປີແລ້ວ ເຮັດໃຫ້ມີການພັດທະ ນາ ແລະ ເຕີບໂຕຫຼາຍຂຶ້ນໃນຂະແໜງສາທາລະນະສຸກ ກໍຄືຂະແໜງການຢາຂອງພວກເຮົາ ໂດຍສະ ເພາະຢາກໍໄດ້ອັບເດດໂມເລກຸນໃໝ່ໆຂຶ້ນມາ ເພື່ອເຮັດໃຫ້ມີການແທດເໝາະກ່ຽວກັບປັບໂຕຂອງເຊື້ອພະຍາດ. ສະນັ້ນ, ຢາທຸກຊະນິດທີ່ນໍາເຂົ້າຈະເປັນຢາທີ່ມີຄຸນນະພາບທັນກັບການລະບາດຂອງພະຍາດຕ່າງໆຂອງໂລກ.

ທ່ານ ສຸລິຍົມ ຈັນດາລາສານ ຍັງໄດ້ຝາກເຖິງສັງຄົມ, ປະຊາຊົນຖ້າເຈັບເປັນທຸກຄັ້ງບໍ່ຄວນຊື້ຢາກິນເອງ, ຕ້ອງໄປຫາແພດໝໍ ເພື່ອຈະໄດ້ຮັບການປິ່ນປົວ, ການວິນິດໃສ, ເພື່ອໄດ້ຮັບການບົ່ງມະຕິທີ່ຖືກຕ້ອງ ແລະ ໄດ້ຮັບຢາທີ່ຖືກຕ້ອງຈຶ່ງຈະປອດໄພຕໍ່ສຸຂະພາບ ແລະ ຂໍຝາກເຖິງການນໍາສາທາ ລະນະສຸກ ສືບຕໍ່ໃຫ້ຄວາມສໍາຄັນເລື່ອງສຸຂະສຶກສາ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານການໃຊ້ຢາຢ່າງສົມເຫດສົມຜົນຫຼາຍຂຶ້ນ ເນື່ອງຈາກການຊື້ຢາກິນເອງບາງຄັ້ງຈະມີຄວາມສ່ຽງຕໍ່ສຸຂະພາບທີ່ອາດຈະເກີດຜົນຂ້າງຄຽງ, ອາດຈະຮ້າຍແຮງ ຫຼື ບໍ່ຮ້າຍແຮງ. ເນື່ອງໃນໂອກາດວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ສຸລິຍົມ ຈັນດາລາສານ ຍັງໄດ້ອວຍພອນໃຊ້ອັນປະເສີດໃຫ້ການນໍາໃນຂົງເຂດສາທາລະນະສຸກ, ແພດໝໍທຸກທ່ານ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ມີສຸຂະພາບດີ ແລະ ແຂງແຮງຕະຫຼອດໄປ. ຖ້າທ່ານໃດສົນໃຈຊື້ຜະລິດຕະພັນຢາບໍາລຸງແມ່ຫຼັງເກີດ ສາມາດຊອກຊຶື້ໄດ້ຕາມຮ້ານຂາຍຢາທົ່ວໄປ ຫຼື ບໍລິສັດ ພູນຊັບຟາມາ ຈຳກັດ ຕັ້ງຢູ່ບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ວັນທີ 3 ສິງຫານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີ ທ່ານ ສອນທະນູ ທຳມະວົງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມ.
ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ປັດຈຸບັນພັກ ແລະ ລັດຖະບານ ໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊີ້ນຳວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ ນັບແຕ່ປີ (2026-2030) ເພື່ອເປັນທິດທາງໃນການຈັດ ຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄືອຂ່າຍນາຍໜ້າ ແຕ່ງດອງແອບແຝງ, ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດໃຫ້ໝົດໄປຈາກສັງຄົມ”.
ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດ 4 ບຸກ ປະຈໍາປີ 2025 ຂຶ້ນໃນວັນທີ 31 ກໍລະກົດຜ່ານມາ ທີ່ພະແນກດັ່ງກ່າວ ໂດຍມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ  4 ແຂວງພາກກາງ

ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ 4 ແຂວງພາກກາງ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ຂຶ້ນໃນວັນທີ 1 ສິງຫາ ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງມີທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ ຊຸດຝຶກອົບຮົມຄັ້ງນີ້
ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງປະເທດໄທ (TICA) ແລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ (UNICEF) ໄດ້ຈັດພິທີເປີດຊຸດອົບຮົມຄູຝຶກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງດ້ານໂພຊະນາການ ໃນຊຸມຊົນຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 3-7 ສິງຫານີ້
ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະໂມສອນແຂວງຜົ້ງສາລີ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ໃນຕອນເຊົ້າຂອງວັນທີ 31 ກໍລະກົດນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ມີພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງພາສາອັງກິດທັງໝົດຈໍານວນ100 ກວ່າທ່ານ.
ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ພິ​ທີມອບ-ຮັບ ເສື້ອ ແລະອຸປະກອນເຍືອງຊອກຫາເສັ້ນເລືອດ ເພື່ອຊຸກຍູ້ຂະບວນການຈັດຫາເລືອດຢູ່ແຂວງຫຼວງພະບາງມີ​ຂຶ້ນໃນ​ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາທີ່ແຂວງຫຼວງ​ພະ​ບາງໂດຍ​ມີທ່ານ ບຸນເຫຼືອ ສີນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ມີຄະນະຜູ້ບໍລິຫານທະນາຄານ ພັດທະນາລາວ (LDB), ຄະນະນຳອົງການກາແດງແຂວງຫຼວງພະບາງ ແລະພະນັກງານສູນເລືອດ ເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ໃນວັນທີ 29 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜົ້ງສາລີ.
ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ກີດຈະກໍາດີໆກັບ ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos ໃນກິດຈະກຳ "ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ" ກິດຈະກໍາດີໆເພື່ອຕອບແທນໃຫ້ແກ່ຜູ້ຊົມໃຊ້ໃນນະຄອນຫຼວງວຽງຈັນ.
ເພີ່ມເຕີມ