ຜູ້ສະໝັກ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ລົງພົບປະປະຊາຊົນ

ຜູ້ສະໝັກ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ລົງພົບປະປະຊາຊົນ

ຜູ້ສະໝັກ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ລົງພົບປະປະຊາຊົນ
ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ລົງພົບປະປະຊາຊົນ ໃນວັນທີ 11 ກຸມພານີ້ ທີ່ວັດບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນວ.
ຜສະໝກ ສສຊ ຊດທ X ປະຈຳເຂດເລອກຕງທ 1 ນວ ລງພບປະປະຊາຊນ - image 1
 

 

ເຂົ້າຮ່ວມຮັບຟັງ ມີ ທ່ານ ທິນນະກອນ ກອງຄໍາ ຮອງເລຂາພັກ ປະທານຄະນະກໍາມະການປົກຄອງເມືອງສີສັດຕະນາກ ຮັບຜິດຊອບຊີ້ນໍາໜ່ວຍປ່ອນບັດ ບ້ານວັດນາກ ແລະ ໜ່ວຍປ່ອນບັດວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໂຮງຮຽນເລົ່າຮົບສື່ສານ, ສູນສ້ອມແປງລາວ-ຈີນ ແລະ ສູນສ້ອມແປງລົດເຮືອ, ທ່ານ ສິດປະເສີດ ອຸເທນທະປັນຍາ ຮອງເລຂາພັກ ປະທານກວດກາພັກ-ລັດ ຮັບຜິດຊອບຊີ້ນໍາໜ່ວຍປ່ອນບັດບ້ານດອນກອຍ, ໜ່ວຍເຄື່ອນທີ່ ແລະ ໜ່ວຍປ່ອນບັດເຄື່ອນທີ່ກົມໃຫຍ່ພາລາ ປກສ ໂຮງໝໍ 5 ເມສາ ພ້ອມດ້ວຍຄະນະ,ອຳນາດການປົກຄອງບ້ານ ແລະ ປະຊາຊົນຈໍານວນ 8 ບ້ານ ຄື: ບ້ານບຶງຂະຫຍອງ, ບ້ານພະໂພ, ບ້ານພະໄຊ, ບ້ານທາດຂາວ, ບ້ານໂພນສະຫວັນເໜືອ, ບ້ານໂພນສະຫວັນໃຕ້, ບ້ານໂສກປ່າຫຼວງ, ສະພານທອງໃຕ້.

ການລົງພົບປະຄັ້ງນີ້ ໜ່ວຍທີ 1 ມີຈໍານວນ 5 ທ່ານ ຊຶ່ງນຳພາໂດຍ ທ່ານ ອາດສະພັງທອງ ສີພັນດອນ (ນໍ້າເບີ 2) ເຈົ້າຄອງ ນວ, ທ່ານ ນາງ ດາລານີ ພົມມະວົງສາ (ນໍ້າເບີ 7) ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ສາລະພິດ ສູນວໍລະວົງ (ນໍ້າເບີ 12) ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ, ທ່ານ ທະນົງສິດ ເມືອງຈັນ (ນໍ້າເບີ 13) ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ ແລະ ທ່ານ ນາງ ກັນທິນາ ປ້ານອິນຫວນ (ນໍ້າເບີ 17) ຫົວໜ້າກົມຕິດຕາມກວດກາວຽກງານຍຸຕິທຳ ກຳມາທິການຍຸຕິທຳສະພາແຫ່ງຊາດ ຮອງປະທານສະຫະພັນແມ່ຍິງສະພາແຫ່ງຊາດ.

ຜສະໝກ ສສຊ ຊດທ X ປະຈຳເຂດເລອກຕງທ 1 ນວ ລງພບປະປະຊາຊນ - image 2
 

ໂອກາດນີ້, ບັນດາຜູ້ສະໝັກໄດ້ຜັດປ່ຽນກັນສະເໜີປະຫວັດການເຄື່ອນໄຫວຂອງຕົນ ແລະ ວິໄສທັດການພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ນວ ໂດຍເນັ້ນໃສ່ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ພ້ອມກັນນັ້ນຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດປ່ອນບັດໃນວັນທີ 22 ກຸມພາ 2026 ນີ້ຢ່າງພ້ອມພຽງ, ເລືອກເອົາຕົວແທນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດ ເພື່ອເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະທານ ສນຊ ມອບເຂົ້າສານ 200 ໂຕນ ໃຫ້ແຂວງສະຫວັນນະເຂດ

ປະທານ ສນຊ ມອບເຂົ້າສານ 200 ໂຕນ ໃຫ້ແຂວງສະຫວັນນະເຂດ

ໃນວັນທີ 16 ກັນຍາ 2026, ຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ເຂົ້າສານ ຈຳນວນ 200 ໂຕນ ພ້ອມດ້ວຍເງິນສົດ 100 ລ້ານກີບ ຢ່າງເປັນທາງການໃຫ້ແຂວງ ສະຫວັນນະເຂດ, ໃຫ້ກຽດມອບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສະຫວັນນະເຂດ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງຄະນະຄຸ້ມຄອງໄພພິບັດຂັ້ນແຂວງຕາງໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ;
ເປີດຫ້ອງວາງສະແດງ ເຊກອງ ເມືອງແຫ່ງສະເໜ່ ຂອງ ສປປ ລາວ

ເປີດຫ້ອງວາງສະແດງ ເຊກອງ ເມືອງແຫ່ງສະເໜ່ ຂອງ ສປປ ລາວ

ພິທີເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ໃນໂອກາດແຂວງເຊກອງເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ປະຈໍາປີ 2026 ທີ່ນະຄອນໜານໜິງ ສປ ຈີນ ຈັດຂຶ້ນໃນວັນທີ 16 ກັນຍາ 2026 ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ , ທ່ານ ໜຽວ ຂຸນວ້າງ ຄະນະປະຈໍາ, ປະທານກໍາມາທິການວຽກງານການເມືອງ ແລະ ກົດໝາຍ, ຄະນະພັກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ຫວັງ ຈີ້ສາຍ ເລຂາທິການໃຫຍ່ CAEXPO, ຜູ້ປະກອບການ ແລະ ແຂກຮັບເຊີນເຂົ້າຮ່ວມ.
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ວັນທີ 15 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ເປີດສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວກປ, ມີຄະນະພັກ-ຄະນະອໍານວນການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ

ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ

ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງ ໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ໄລຍະ 5 ປີ (1 ຕຸລາ 2022 – 30 ກັນຍາ 2026); ພ້ອມທັງມອບໃບຍ້ອງຍໍໃຫ້ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ.ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ ອົງການສຸພານິມິດສາກົນ ປະຈຳ ສປປ ລາວ, ຫ້ອງການປະສານງານເຂດພາກໃຕ້. ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຄົບຖ້ວນ.
ກໍາລັງປ້ອງກັນເຄື່ອນທີ່ ປະກອບສ່ວນຮັກສາຄວາມສະຫງົບກອງປະຊຸມ 3RC-CCM

ກໍາລັງປ້ອງກັນເຄື່ອນທີ່ ປະກອບສ່ວນຮັກສາຄວາມສະຫງົບກອງປະຊຸມ 3RC-CCM

ກໍາລັງປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນໃຫ້ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງຈັດຂຶ້ນລະຫວ່າງວັນທີ 14-18 ກັນຍາ 2026 ດໍາເນີນໄປຢ່າງມີຜົນສໍາເລັດ ແລະ ປອດໄພສູງສຸດ.
ກົມໃຫຍ່ຕໍາຫຼວດ ສຸມໃສ່ປ້ອງກັນກອງປະຊຸມ3RC-CCM

ກົມໃຫຍ່ຕໍາຫຼວດ ສຸມໃສ່ປ້ອງກັນກອງປະຊຸມ3RC-CCM

ເພື່ອອໍານວຍຄວາມສະດວກໃຫ້ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3(3RC-CCM)ທັງເປັນການຮັບປະກັນຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຈົ້າໜ້າທີ່ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດວາງກໍາລັງຫຼາຍເຫຼົ່າວິຊາສະເພາະ ເພື່ອປ້ອງກັນ ແລະ ຮັກສາຄວາມສະຫົງບ ເປັນຕົ້ນ ກໍາລັງຕໍາຫຼວດຈະລາຈອນ, ກໍາລັງຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກໍາລັງຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ.
ຈາກຄອບຄົວທຸກຍາກ ສູ່ຄອບຄົວມີລາຍຮັບ ແລະ ເພິ່ງພາຕົນເອງ ດ້ວຍການປູກເຂົ້າ

ຈາກຄອບຄົວທຸກຍາກ ສູ່ຄອບຄົວມີລາຍຮັບ ແລະ ເພິ່ງພາຕົນເອງ ດ້ວຍການປູກເຂົ້າ

ຈາກຄອບຄົວທີ່ເຄີຍປະສົບຄວາມທຸກຍາກ, ເຮັດນາ ໄດ້ພຽງປີລະເທື່ອ ແລະ ຜົນຜະລິດບໍ່ກຸ້ມກິນ ຈົນຕ້ອງຊື້ເຂົ້າຈາກບ່ອນອື່ນ, ປັດຈຸບັນຄອບຄົວຂອງ ປ້າ ຄິດ ພົມມະໄລສີ ຢູ່ບ້ານດ່ານ, ເມືອງລະມາມ, ແຂວງເຊກອງ ສາມາດພັດທະນາການຜະລິດເຂົ້າ ຈົນກຸ້ມກິນ ແລະ ເຫຼືອຈຳໜ່າຍ ມີລາຍຮັບເຂົ້າຄອບຄົວ.
ຄະນະກໍາມະການຕ້ານ ແລະ ແກ້ໄຂໄພພິບັດຂັ້ນສູນກາງ ຊຸກຍູ້ວຽກງານແກ້ໄຂໄພພິບັດ ຢູ່ແຂວງບໍລິຄໍາໄຊ

ຄະນະກໍາມະການຕ້ານ ແລະ ແກ້ໄຂໄພພິບັດຂັ້ນສູນກາງ ຊຸກຍູ້ວຽກງານແກ້ໄຂໄພພິບັດ ຢູ່ແຂວງບໍລິຄໍາໄຊ

ຄະນະກໍາມະການແກ້ໄຂໄພພິບັດ ຈາກສູນກາງ ສົມທົບກັບ ຄະນະກຳມະການ ແກ້ໄຂໄພພິບັດ ແຂວງບໍລິຄໍາໄຊ, ຊຶ່ງນໍາພາໂດຍ ທ່ານ ພອນສະຫວັນ ໄຊສົມແພງ ຫົວໜ້າພະແນກປ້ອງກັນໄພພິບັດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງຕິດຕາມ ແລະ ຊຸກຍູ້ ການແກ້ໄຂໄພພິບັດ ຢູ່ເສັ້ນທາງຫຼວງແຫ່ງຊາດເລກ 8A ໃນວັນທີ 15 ກັນຍາ 2026 ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຢູ່ແຂວງບໍລິຄໍາໄຊ, ຊຶ່ງເສັ້ນທາງດັ່ງກ່າວ ຖືວ່າເປັນເສັ້ນທາງຍຸດທະສາດ ໃນການສັນຈອນ.
ສະຫະພັນແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແກ່ນທ້າວ

ສະຫະພັນແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແກ່ນທ້າວ

ໃນວັນທີ 16 ກັນຍາ 2026 ນີ້, ທ່ານ ນາງ ພວງມະໄລ ໄຊຍະພອນ ຮອງປະທານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງແກ່ນທ້າວ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຕ້ອນຮັບຂອງທ່ານ ຈີນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ຄໍາຜ້າຍ ພິມພິລາ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານຮາກຖານສະຫະພັນແມ່ຍິງ, ຫົວໜ້າ ໜ່ວຍ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມຢ່າງພ້ອມພຽງ.
ອຸດົມໄຊ ໄດ້ຮັບອຸປະກອນ ແລະ ເຄື່ອງຊ່ວຍເຫຼືອເພື່ອຟື້ນຟູການຜະລິດກະສິກຳ

ອຸດົມໄຊ ໄດ້ຮັບອຸປະກອນ ແລະ ເຄື່ອງຊ່ວຍເຫຼືອເພື່ອຟື້ນຟູການຜະລິດກະສິກຳ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 3,9 ຕື້ກວ່າກີບ ໃຫ້ແຂວງອຸດົມໄຊ ໃນວັນທີ 15 ກັນຍາ 2026 ແຂວງອຸດົມໄຊ, ຕາງໜ້າກ່າວມອບໂດຍທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ຕາງໜ້າກ່າວຮັບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງອຸດົມໄຊ.
ເພີ່ມເຕີມ