ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ
ໃນວັນທີ 6 ກຸມພາ ຜ່ານມານີ້, ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ນະຄອນຫຼວງວຽງຈັນ, ນໍາໂດຍ ສະຫາຍ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ ກໍາມະການພັກນະຄອນຫຼວງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ການລົງທຶນນະຄອນຫຼວງວຽງຈັນ, ພ້ອມຜູ້ຮັບສະໝັກຈໍານວນ 12 ສະຫາຍ ໄດ້ພົບປະນາຍທະຫານ ແລະ ພະນັກງານຫຼັກແຫຼ່ງ ກະຊວງປ້ອງກັນປະເທດ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກເເຫຼ່ງຈາກບັນດາອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ຜສະໝກຮບເລອກຕງ ສສຊ ຊດທ X ເຂດ 1 ພບປະຜມສດເລອກຕງ ຢກະຊວງປອງກນປະເທດ - image 1
 

 

ການລົງເຄື່ອນໄຫວຄັ້ງນີ້, ເພື່ອຮັບປະກັນໃຫ້ການໂຄສະນາຫາສຽງ ແລະ ການແນະນໍາຕົວຂອງຜູ້ສະໝັກ ໃຫ້ມີຄວາມທົ່ວເຖິງ ແລະ ເລິກເຊິ່ງໃນທຸກຂົງເຂດ, ຄະນະຜູ້ສະໝັກໄດ້ມີການແບ່ງຈຸລົງພົບປະພະນັກງານຫຼັກແຫຼ່ງ ແລະ ປະຊາຊົນໃນແຕ່ລະຈຸດຢ່າງໃກ້ຊິດ. ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ມີການຜ່ານຊີວະປະຫວັດຫຍໍ້ ແລະ ຜົນງານການເຄື່ອນໄຫວ ຂອງຄະນະຜູ້ສະໝັກທຸກທ່ານ (ລວມທັງກຸ່ມ ທີ່ເຄື່ອນໄຫວຢູ່ຈຸດອື່ນ) ຢ່າງລະອຽດເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຂໍ້ມູນຢ່າງຮອບດ້ານ, ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສົມທຽບມາດຕະຖານຂອງຜູ້ສະໝັກແຕ່ລະທ່ານຢ່າງຖີ່ຖ້ວນ ແລະ ມີປະຊາທິປະໄຕ. ການພົບປະຄັ້ງນີ້, ຖືເປັນບາດກ້າວສໍາຄັນ ເພື່ອແນໃສ່ໃຫ້ພະນັກງານ, ນາຍ ແລະ ພົນທະຫານ ກໍຄືພໍ່ແມ່ປະຊາຊົນ ສາມາດຕັດສິນໃຈປ່ອນບັດຄັດເລືອກເອົາຕົວແທນທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ຮັກຊາດ ຮັກປະຊາຊົນຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ເປັນ ກະບອກສຽງ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີຄວາມເຂັ້ມແຂງ ແລະ ສັກສິດກວ່າເກົ່າ ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງມີປະສິດທິຜົນ ແລະ ເຂັ້ມງວດຕາມລະບຽບກົດໜາຍ.

ສໍາລັບຜູ້ລົງສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ນະຄອນຫຼວງວຽງຈັນ ມີທັງໝົດ 25 ສະຫາຍ ຍິງ 7 ສະຫາຍ ເລືອກເອົາ 19 ສະຫາຍ.

(ຂ່າວ: ໄຊສະຫວາດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການ HALO Trust ສືບຕໍ່ເກັບກູ້ ລບຕ ເພື່ອຫຼຸດຜ່ອນຄວາມສ່ຽງ ສ້າງຄວາມປອດໄພໃຫ້ປະຊາຊົນ ຢູ່ແຂວງສະຫວັນນະເຂດ

ອົງການຮາໂລທຣາສທ໌ (HALO Trust) ໄດ້ສືບຕໍ່ດຳເນີນພາລະກິດເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງສະຫວັນນະເຂດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສ້າງຄວາມປອດໄພໃຫ້ປະຊາຊົນໃນທ້ອງຖິ່ນ.
ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1

ຜະລິດຕະພັນພູມປັນຍາຊົນເຜົ່າມົ້ງຮ່ວມວາງສະແດງໃນງານນິເທດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ເພື່ອເຜີຍແຜ່ ຄຸນຄ່າຂອງພູມປັນຍາທ້ອງຖິ່ນພ້ອມທັງສືບສານ ແລະ ຕໍ່ຍອດ ມໍລະດົກຂອງຊົນເຜົ່າ.
ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ

ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ

​ ທ່ານ ພົງສະຫວັດ ມະນີທອງ ຫຼື (ປີເຕີ) ຄະນະຜູ້ບໍລິຫານສະມາຄົມເພື່ອຄົນພິການ ແລະ ຜູ້ດ້ອຍໂອກາດ (PUA) ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນໃນໂອກາດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ3 (3RC-CCM) ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ປະທານ ສນຊ ມອບເຂົ້າສານ 200 ໂຕນ ໃຫ້ແຂວງສະຫວັນນະເຂດ

ປະທານ ສນຊ ມອບເຂົ້າສານ 200 ໂຕນ ໃຫ້ແຂວງສະຫວັນນະເຂດ

ໃນວັນທີ 16 ກັນຍາ 2026, ຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ເຂົ້າສານ ຈຳນວນ 200 ໂຕນ ພ້ອມດ້ວຍເງິນສົດ 100 ລ້ານກີບ ຢ່າງເປັນທາງການໃຫ້ແຂວງ ສະຫວັນນະເຂດ, ໃຫ້ກຽດມອບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສະຫວັນນະເຂດ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງຄະນະຄຸ້ມຄອງໄພພິບັດຂັ້ນແຂວງຕາງໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ;
ເປີດຫ້ອງວາງສະແດງ ເຊກອງ ເມືອງແຫ່ງສະເໜ່ ຂອງ ສປປ ລາວ

ເປີດຫ້ອງວາງສະແດງ ເຊກອງ ເມືອງແຫ່ງສະເໜ່ ຂອງ ສປປ ລາວ

ພິທີເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ໃນໂອກາດແຂວງເຊກອງເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ປະຈໍາປີ 2026 ທີ່ນະຄອນໜານໜິງ ສປ ຈີນ ຈັດຂຶ້ນໃນວັນທີ 16 ກັນຍາ 2026 ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ , ທ່ານ ໜຽວ ຂຸນວ້າງ ຄະນະປະຈໍາ, ປະທານກໍາມາທິການວຽກງານການເມືອງ ແລະ ກົດໝາຍ, ຄະນະພັກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ຫວັງ ຈີ້ສາຍ ເລຂາທິການໃຫຍ່ CAEXPO, ຜູ້ປະກອບການ ແລະ ແຂກຮັບເຊີນເຂົ້າຮ່ວມ.
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ວັນທີ 15 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ເປີດສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວກປ, ມີຄະນະພັກ-ຄະນະອໍານວນການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ

ອົງການສຸພານິມິດສາກົນ ສະຫລຸບການຈັດຕັ້ງປະຕຶບັດໂຄງການ ຢູ່ເມືອງສະໜາມໄຊ

ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງ ໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ໄລຍະ 5 ປີ (1 ຕຸລາ 2022 – 30 ກັນຍາ 2026); ພ້ອມທັງມອບໃບຍ້ອງຍໍໃຫ້ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ.ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ ອົງການສຸພານິມິດສາກົນ ປະຈຳ ສປປ ລາວ, ຫ້ອງການປະສານງານເຂດພາກໃຕ້. ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຄົບຖ້ວນ.
ກໍາລັງປ້ອງກັນເຄື່ອນທີ່ ປະກອບສ່ວນຮັກສາຄວາມສະຫງົບກອງປະຊຸມ 3RC-CCM

ກໍາລັງປ້ອງກັນເຄື່ອນທີ່ ປະກອບສ່ວນຮັກສາຄວາມສະຫງົບກອງປະຊຸມ 3RC-CCM

ກໍາລັງປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນໃຫ້ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງຈັດຂຶ້ນລະຫວ່າງວັນທີ 14-18 ກັນຍາ 2026 ດໍາເນີນໄປຢ່າງມີຜົນສໍາເລັດ ແລະ ປອດໄພສູງສຸດ.
ກົມໃຫຍ່ຕໍາຫຼວດ ສຸມໃສ່ປ້ອງກັນກອງປະຊຸມ3RC-CCM

ກົມໃຫຍ່ຕໍາຫຼວດ ສຸມໃສ່ປ້ອງກັນກອງປະຊຸມ3RC-CCM

ເພື່ອອໍານວຍຄວາມສະດວກໃຫ້ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3(3RC-CCM)ທັງເປັນການຮັບປະກັນຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຈົ້າໜ້າທີ່ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດວາງກໍາລັງຫຼາຍເຫຼົ່າວິຊາສະເພາະ ເພື່ອປ້ອງກັນ ແລະ ຮັກສາຄວາມສະຫົງບ ເປັນຕົ້ນ ກໍາລັງຕໍາຫຼວດຈະລາຈອນ, ກໍາລັງຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກໍາລັງຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ.
ຈາກຄອບຄົວທຸກຍາກ ສູ່ຄອບຄົວມີລາຍຮັບ ແລະ ເພິ່ງພາຕົນເອງ ດ້ວຍການປູກເຂົ້າ

ຈາກຄອບຄົວທຸກຍາກ ສູ່ຄອບຄົວມີລາຍຮັບ ແລະ ເພິ່ງພາຕົນເອງ ດ້ວຍການປູກເຂົ້າ

ຈາກຄອບຄົວທີ່ເຄີຍປະສົບຄວາມທຸກຍາກ, ເຮັດນາ ໄດ້ພຽງປີລະເທື່ອ ແລະ ຜົນຜະລິດບໍ່ກຸ້ມກິນ ຈົນຕ້ອງຊື້ເຂົ້າຈາກບ່ອນອື່ນ, ປັດຈຸບັນຄອບຄົວຂອງ ປ້າ ຄິດ ພົມມະໄລສີ ຢູ່ບ້ານດ່ານ, ເມືອງລະມາມ, ແຂວງເຊກອງ ສາມາດພັດທະນາການຜະລິດເຂົ້າ ຈົນກຸ້ມກິນ ແລະ ເຫຼືອຈຳໜ່າຍ ມີລາຍຮັບເຂົ້າຄອບຄົວ.
ເພີ່ມເຕີມ