ເມືອງຫຼວງນໍ້າທາໄດ້ຈັດພິທີເຜີຍແຜ່ນິຕິກໍາກ່ຽວກັບການພັດທະນາ, ຄຸ້ມຄອງ ແລະ ການຂະຫຍາຍແຜນແມ່ບົດ ວ່າດ້ວຍນົກຂວາ ສັດປະຈໍາແຂວງຫຼວງນໍ້າທາໃນວັນທີ 28 ກໍລະກົດນີ້ ທີ່ ເມືອງຫຼວງນ້ຳທາໂດຍການເຂົ້າຮ່ວມຂອງທ່ານ ຄໍາຜາຍ ອຸແປງວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ,ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກໆປີ ແມ່ນບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ກົງກັບວັນພຸດວັນທີ 29 ກໍລະກົດ 2026.
ທ່ານ ນາງ ລຸ້ງເພັດ ຖິ່ນມະນາວ ຜູ້ຈັດການສ່ວນງານສື່ສານອົງກອນ ຕາງໜ້າໃຫ້ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໃນຕອນເຊົ້າວັນທີ 28 ກໍລະກົດນີ້ ທີ່ສໍານັກງານໜັງສືພິມ. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8 /1950 - 13/8/2026) ໃກ້ຈະມາເຖິງນີ້. ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສົນທິສັນຍາມິດຕະພາບ ແລະ ການຮອບມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ)ໂດຍມີຄະນະພັກ, ຄະນະນໍາ, ບັນດາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ 200 ກວ່າທ່ານ.
ໃນວັນທີ 27 ກໍລະກົດຜ່ານມາ, ທ່ານ ສີມື ສົມເພັດ ຕາງໜ້າບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ໄດ້ນໍາເອົາເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າ 5,000,000 ກີບ ມອບໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍການກ່າວຮັບຂອງສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມດ້ວຍຄະນະ.
ສະຫະພັນແມ່ຍິງເມືອງມຸນລະປາໂມກ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະຫະພັນແມ່ຍິງທົ່ວເມືອງ ຂຶ້ນໃນວັນທີ 27 ກໍລະກົດຜ່ານມາ, ທີ່ສະໂມສອນເມືອງມຸນລະປາໂມກ ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວເມືອງເຂົ້າຮ່ວມ.
ໃນວັນທີ 28 ກໍລະກົດ 2026 ກົງກັບວັນອັງຄານຂຶ້ນ 14 ຄໍ່າ ເດືອນ 8 ລາວ ພສ 2569, ແຂວງຄໍາມ່ວນ ນໍາໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນ ດາການນໍາແຂວງ, ພະເຖຣານຸເຖຣະ, ການຈັດຕັ້ງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີທາງສາສະໜາກ່ອນການເລີ່ມກໍ່ສ້າງປັບປຸງ ແລະ ບູລະນະສ້ອມແປງສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ ຊຶ່ງຕັ້ງຢູ່ບ້ານໂພນສະອາດ (ຫຼັກ 4) ເມືອງທ່າແຂກ.
ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະເຜີຍແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ Vຢູ່ເມືອງພູຄູນ, ໃນວັນທີ 27 ກໍລະກົດນີ້, ທີ່ ບ້ານຜາເກັ່ງນ້ອຍໂດຍມີການນໍາເມືອງພູຄູນ, ຄະນະກຳມະການປົກຄອງບ້ານ, ຜູ້ມີສິດປ່ອນບັດ ບ້ານຜາເກັ່ງນ້ອຍ, ບ້ານຜາເກັ່ງໃຫຍ່ ແລະບ້ານໂພນໄຊ ເຂົ້າຮ່ວມຮັບຟັງ.
ເມືອງໂພນໂຮງແຂວງວຽງຈັນຈັດກອງປະຊຸມລົງຕິດຕາມ ແລະ ເກັບກຳຂໍ້ມູນບັນດາໂຄງການທີ່ໄດ້ຮັບອະນຸຍາດໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດນີ້ ທີ່ເມືອງໂພນໂຮງ ໂດຍມີ ທ່ານ ກົງເພັດ ສໍປະດິດປະທານຄະນະກຳມະການປົກຄອງເມືອງໂພນໂຮງ, ທ່ານ ຫອມຮັກ ສຸນະວັນ ຫົວໜ້າພະແນກການເງິນ ແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການເຂົ້າຮ່ວມ.
ພິທີປະດັບຫຼຽນໄຊມິດຕະພາບ, ຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ທີ່ປະກອບສ່ວນວຽກງານຊອກຫາ ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງຜົ້ງສາລີ ໄລຍະປີ 2013-2020 ຈັດຂຶ້ນໃນວັນທີ 24 ກໍລະກົດຜ່ານມາ, ທີ່ແຂວງຜົ້ງສາລີ ໂດຍການເປັນປະທານຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ