ປີ 2023 ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ລື່ນແຜນ 142,91%

ປີ 2023 ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ລື່ນແຜນ 142,91%
ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາກົນດາກຕະອອກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ກຸມພາຜ່ານມາວ່າ: ດ່ານສາກົນດາກຕະອອກ ເມືອງດາກຈຶງ ແຂວງເຊກອງ ເປີດໃຫ້ບໍລິການເລີ່ມແຕ່ 7 ໂມງເຊົ້າ ຫາ 19 ໂມງ, ການບໍລິການ ດ້ວຍຄວາມວ່ອງໄວ ດ້ວຍລະບົບທີ່ທັນສະໄໝ, ຖືກຕ້ອງຕາມລະບຽບຫຼັກການ ທີ່ພັກ-ລັດ ວາງອອກຢ່າງເຂັ້ມງວດ. ໃນແຕ່ລະວັນມີລົດຂົນສົ່ງສິນຄ້າ ເຂົ້າ-ອອກ ສະເລ່ຍ 85-87 ຄັນຕໍ່ວັ. ໃນນີ້, ລົດຂົນສົ່ງແຮ່ບົກຊິດ ສະເລ່ຍ 80 ຄັນຕໍ່ວັນ, ລົດຂົນສົ່ງມັນຕົ້ນ ແລະ ແປ້ງມັນຕົ້ນ 2 ຄັນຕໍ່ວັນ, ລົດໂດຍສານ 5 ຄັນຕໍ່ວັນ. ໃນ 1 ປີຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 21.862.135.600 ກີບ ເທົ່າກັບ 242,91% (ແຜນປີ2023 ແມ່ນ 9 ຕື້ກີບ), ລື່ນແຜນ 142,91%.
    ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ວ່າ: ດ່ານສາກົນດາກຕະອອກ ສ້າງຕັ້ງໃນວັນທີ 13 ກໍລະກົດ 2021, ປະກອບມີ 4 ວຽກໃຫຍ່ຄື: ວຽກງານດ່ານພາສີ, ວຽກງານດ່ານຕຳຫລວດ (ຕມ), ວຽກງານບໍລິຫານດ່ານ ແລະ ວຽກງານກັກກັ້ນພືດ-ສັດ, ສະຕະວະແພດ, ອາຫານ ແລະ ຢາ, ໃນໄລຍະຜ່ານມາ ຄະນະຄຸ້ມຄອງດ່ານໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານເປັນບັນຫາສຳຄັນ, ໄດ້ນຳພາຊີ້ນຳຈັດຕັ້ງປະຕິບັດວຽກງານວິຊາສະເພາະແຕ່ລະຂະແໜງການ ໂດຍສະເພາະໄດ້ເອົາໃຈໃສ່ບໍລິການ, ຄຸ້ມຄອງ, ຕິດຕາມກວດກາ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ແລະ ການຜ່ານແດນສິນຄ້າເຄື່ອງຂອງໃຫ້ວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງໃນໄລຍະ 1 ປີຜ່ານມາ ມີພາຫະນະເຂົ້າ-ອອກທັງໝົດ 19.696 ຄັນ,  ມີຄົນເຂົ້າ-ອອກເມືອງທັງຫມົດ 50.525 ຄົນ ຍິງ 5.448 ຄົນ, ອອກໃບຜ່ານແດນໃຫ້ປະຊາຊົນ ໄດ້ 698 ໃບ, ອັນທີ່ພົ້ນເດັ່ນ ສາມາດເກັບລາຍຮັບໄດ້ທັງໝົດ 21.862.135.600 ກີບ ເທົ່າກັບ 242,91% (ແຜນປີ 2023 ແມ່ນ 9 ຕື້ກີບ), ລື່ນແຜນ 142,91%. ໃນນີ້, ຮັບຈາກພາສີ 17 ຕື້ກວ່າກີບ, ຮັບຈາກອາກອນ 4 ຕື້ກວ່າກີບ, ຄຽງຄູ່ກັນນີ້ ພວກເຮົາໄດ້ເອົາໃຈໃສ່ການຄຸ້ມຄອງຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ດ້ວຍການກວດກາເອກະສານການເດີນທາງຢ່າງລະອຽດຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດມີກຸ່ມຄົນບໍ່ດີສວຍໃຊ້ໂອກາດໃນລະຫວ່າງການເດີນທາງເຂົ້າ-ອອກເມືອງຢ່າງເດັດຂາດ.
   ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການປີ 2024 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ (ແຜນປີ 77 ຕື້ກວ່າກີບ), ຈະສືບຕໍ່ຕິດຕາມກວດກາພາຫະນະ ເຂົ້າ-ອອກ, ຄົນເຂົ້າ-ອອກເມືອງ, ການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການອື່ນໆ ໃຫ້ເຂັ້ມງວດ.
(ຂ່າວ: ພຸດທະສອນ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ເພີ່ມເຕີມ