ປີ 2023 ມູນຄ່າການແລກປ່ຽນສິນຄ້າຂອງຣັດເຊຍ ບັນລຸ 710,1 ຕື້ໂດລາ

ປີ 2023 ມູນຄ່າການແລກປ່ຽນສິນຄ້າຂອງຣັດເຊຍ ບັນລຸ 710,1 ຕື້ໂດລາ
ຂ່າວສານຫວຽດນາມລາຍງານວ່າ: ຕາມຂໍ້ມູນຂອງກົມພາສີ ຣັດເຊຍ ໃຫ້ຮູ້ວ່າ, ມູນຄ່າການແລກປ່ຽນສິນຄ້າຂອງຣັດເຊຍໃນປີ 2023 ບັນລຸ 710,1 ຕື້ໂດລາ. ໃນນັ້ນ, 51% ແມ່ນບັນດາທະວີບອາຊີ, ບັນດາປະເທດເອີຣົບ 23%, ບັນດາປະເທດຕາເວັນອອກໄກ 11%, ປະເທດເພື່ອນບ້ານ 8%, ທະວີບອາເມຣິກາ 4% ແລະ ທະວີບອາຟຣິກາ 3%.
ຂ່າວລະບຸວ່າ: ຄູ່ການຄ້າອັນດັບໜຶ່ງຂອງ ຣັດເຊຍ ແມ່ນ ຈີນ ດ້ວຍມູນຄ່າການແລກປ່ຽນສິນຄ້າ 240,1 ຕື້ໂດລາ, ອິນເດຍ ເພີ່ມຂຶ້ນຈາກອັນດັບ 5 ມາເປັນອັນດັບ 2 ດ້ວຍຍອດມູນຄ່າ 64,9 ຕື້ໂດລາ (ເພີ່ມຂຶ້ນ 1,8 ເທົ່າ),ໃນນັ້ນ, ການສົ່ງອອກນ້ຳມັນຈາກ ຣັດເຊຍ ໄປສູ່ ອິນເດຍ ເພີ່ມຂຶ້ນສອງເທົ່າ, ຕວັກກີ ຢູ່ອັນດັບ 3 ດ້ວຍມູນຄ່າ 56,5 ຕື້ໂດລາ.ຖັດມາແມ່ນ ເບລາຣຸດຊີ ແລະ ກາຊັກສະຖານ, 5 ປະເທດນີ້ກວມເອົາ 60% ຂອງຍອດມູນຄ່າສິນຄ້າຂອງ ຣັດເຊຍ ໃນປີ 2023.
5 ຄູ່ຮ່ວມມືດ້ານການຄ້າອັນດັບຖັດມາຂອງ ຣັດເຊຍ ລວມມີ: ເຢຍລະມັນ, ສເກົາຫຼີ, ສະຫະລັດອາຣັບເອມີເຣດ (UAE), ບຣາຊິນ ແລະ ໂຮນລັງ

ຄໍາເຫັນ

ຂ່າວຕ່າງປະເທດ

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ຂ່າວສານຊີອາໄອລາຍງານວ່າ: ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ 2026, ພາ​ຍຸ​ຫິ​ມະ​ທີ່​ຮ້າຍ​ແຮງ​ຄັ້ງ​ໜຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ​ອາ​ເມ​ຣິ​ກາ ຊຶ່ງ​ເຮັດ​ໃຫ້​ໂຮ​ງ​ງານ​ຜະ​ລິດ​ແຜ່ນ​ຊິບ​ຢຸດ​ການ​ຜະ​ລິດ, ລາ​ຄາ​ຂອງ​ໂທ​ລະ​ສັບ​ມື​ຖື​​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ເທົ່າ.
ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ກະຊວງກະສິກຳຂອງຟີລິບປິນໄດ້ເປີດເຜີຍວ່າ, ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງຢ່າງຫຼວງຫຼາຍໃນເດືອນທັນວາ 2025. ເນື່ອງຈາກການສົ່ງອອກສິນຄ້າກະສິກຳເພີ່ມສູງຂຶ້ນ, ໂດຍສະເພາະແມ່ນໝາກໄມ້ເຂດຮ້ອນ ແລະ ຄຽງຄູ່ກັບການຫຼຸດລົງຂອງການນຳເຂົ້າ.
ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກຸມພາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກອົງການຄວບຄຸມ ແລະ ປ້ອງກັນພະຍາດ ສ ເກົາຫຼີ (KDCA) ເປີດເຜີຍວ່າ: ອັດຕາສ່ວນປະຊາກອນ ສ ເກົາຫຼີ ທີ່ບໍລິໂພກນໍ້າຕານຫຼາຍເກີນໄປ ມີທ່າອ່ຽງເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ໂດຍສ່ວນໃຫຍ່ແມ່ນຍ້ອນການບໍລິໂພກເຄື່ອງດື່ມທີ່ລົດຊາດຫວານ.
ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ບົດຄວາມທີ່ເຜີຍແຜ່ຫວ່າງມໍ່ໆມານີ້, ໂດຍສຳນັກງານປະຊາສຳພັນ (PIB) ຊຶ່ງເປັນອົງການປະຊາສຳພັນຂອງລັດຖະບານອິນເດຍລະບຸວ່າ: ອິນເດຍວາງແຜນທີ່ຈະມີຄວາມສາມາດໃນການອອກແບບ ແລະ ຜະລິດຊິບໃຫ້ພຽງພໍຕໍ່ຄວາມຕ້ອງການພາຍໃນປະເທດເຖິງເກືອບ 70-75% ພາຍໃນປີ 2029.
ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ຂ່າວສານຊີອາໄອລາຍງານໃນວັນທີ 9 ກຸມພາ ຜ່ານມາວ່າ: ອີງຕາມຜົນການນັບຄະ​ແນນ​ສຽງຫຼ້າສຸດໃນການເລືອກຕັ້ງສະ​ພາ​ຕ່ຳ​ຍີ່ປຸ່ນທີ່ຈັດຂຶ້ນໃນວັນທີ 8 ກຸມພາ ຜ່ານມານີ້, ພັກ​ລັດ​ຖະ​ບ​ານປະ​ສົມທີ່ປະກອບດ້ວຍ ພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ຟື້ນ​ຟູຍີ່ປຸ່ນ ໄດ້ຮັບບ່ອນ​ນັ່ງຜູ້ແທນ​ເກີນເຄິ່ງໜຶ່ງ​.
ຈີນ​ ແລະ ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ ​ແລະ​ ກັນ 6 ປີ​ລຽນ​ຕິດ

ຈີນ​ ແລະ ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ ​ແລະ​ ກັນ 6 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດ, ທ່ານ ສູນີງໆ ປະທານຄະນະກຳມະການການຮ່ວມມືດ້ານອຸດສາຫະກຳຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຫົວໜ້າຜູ້ຊ່ຽວຊານດ້ານການຄ້າລະຫວ່າງຈີນ-ອາຊຽນ ກ່າວວ່າ: ຈີນຄອງຖານະທີ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນປັນເວລາ 17 ປີລຽນຕິດແລ້ວ, ສ່ວນອາຊຽນກໍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 6 ປີລຽນຕິດ. ໂດຍສະເພາະ, ໃນປີ 2025, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ອາຊຽນບັນລຸ ຫຼາຍກວ່າ 1,000 ຕື້ໂດລາ, ເພີ່ມຂຶ້ນ 7.4%.
ທ່ານ ຟ້າມມິງຈິງ ສະ​ເໜີ JCCI ໜູນຊ່ວຍວິສາຫະກິດຫວຽດ​ນາມ

ທ່ານ ຟ້າມມິງຈິງ ສະ​ເໜີ JCCI ໜູນຊ່ວຍວິສາຫະກິດຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ກຸມພາ ຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຮັດວຽກກັບການນຳບັນດາວິສາຫະກິດທີ່ຂຶ້ນກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (JCCI), ໂດຍການເປັນຫົວໜ້າຄະນະຂອງ ທ່ານ ເຄອິຕະ ອິຊິອິ ປະທານຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນໍ້າຂອງ ທັງເປັນ CEO ກຸ່ມບໍລິສັດ Itochu. ທ່ານນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງການຮ່ວມມື ແລະ ການປະກອບສ່ວນອັນລ້ຳຄ່າຂອງ JCCI ກໍຄືຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນໍ້າຂອງ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເປັນຂົວເຊື່ອມຕໍ່ຊ່ວຍບັນດາວິສາຫະກິດຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນໃນຫວຽດນາມ.
ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”

ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”

ຂ່າວສານຊີອາໄອລາຍງານວ່າ: ອາຫານແຊບທີ່ຫຼາກຫຼາຍໄດ້ເລີ່ມຕົ້ນການເດີນທາງແຫ່ງລົດຊາດ, ເຂດສະເພາະ ເຄື່ອງສຳອາງໄດ້ເຕົ້າໂຮມຍີ່ຫໍ້ດັງຕ່າງໆ, ສິນຄ້າຍອດນິຍົມຈາກປະເທດຕ່າງໆ ໄດ້ເປີດຕົວພ້ອມກັນ ແລະ ອື່ນໆ. ໃນວັນທີ 4 ກຸມພາ ຜ່ານມານີ້, ໃນກິດຈະກຳຮອບທຳອິດປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ຕະຫຼາດຂະໜາດໃຫຍ່·ສົ່ງອອກປະເທດຈີນ”, ນັກວິຈານໄດ້ສຳຜັດກັບສະເໜ່ຂອງສິນຄ້ານຳເຂົ້າທີ່ມີຄຸນນະພາບດີຈາກ ປະເທດຕ່າງໆ.
ນັກຄົ້ນຄວ້າອົສຕຣາລີ ສຳເລັດການກວດພະຍາດຕັບອັກເສບບີຈາກປາຍນິ້ວມື

ນັກຄົ້ນຄວ້າອົສຕຣາລີ ສຳເລັດການກວດພະຍາດຕັບອັກເສບບີຈາກປາຍນິ້ວມື

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຖາບັນ Kirby ທີ່ມະຫາວິທະຍາໄລ New South Wales ໃນປະເທດອົສຕຣາລີໄດ້ລາຍງານການທົດລອງທີ່ສາມາດກວດວິນິດໄສ DNA ຂອງໄວຣັດຕັບອັກເສບບີດ້ວຍວິທີເຈາະເລືອດຈາກປາຍນິ້ວມືເປັນຄັ້ງທຳອິດຂອງໂລກ ຊຶ່ງການກວດທີ່ຈຸດດູແລຄົນເຈັບນີ້ສາມາດໃຫ້ຜົນພາຍໃນໜຶ່ງຊົ່ວໂມງ ແລະ ສາມາດປະຕິບັດໄດ້ໃນຄລີນິກທ້ອງຖິ່ນ ໂດຍມີຄວາມແມ່ນຍຳທຽບເທົ່າກັບການກວດຫ້ອງທົດລອງມາດຕະຖານ. ອີກທັງຊ່ວຍລຶບລ້າງບັນຫາຄວາມຊັກຊ້າທີ່ເກີດຈາກການສົ່ງກວດຫ້ອງທົດລອງແບບດັ້ງເດີມ ແລະ ເພີ່ມໂອກາດການເຂົ້າເຖິງການກວດຄັດກອງໃນເຂດຫ່າງໄກສອກຫຼີກ ແລະ ພື້ນທີ່ທີ່ມີຊັບພະຍາກອນຈຳກັດ.
ຮອດ​ປີ 2030 ພະ​ລັງ​ງານ​ໝູນ​ວຽນ​ ແລະ ພະ​ລັງ​ງານ​ນິວ​ເຄ​ລຍ​ ຈະ​ສະ​ໜອງ​ໄຟ​ຟ້າ​ເຄິ່ງ​ໜຶ່ງ​ຂອງ​ໂລກ

ຮອດ​ປີ 2030 ພະ​ລັງ​ງານ​ໝູນ​ວຽນ​ ແລະ ພະ​ລັງ​ງານ​ນິວ​ເຄ​ລຍ​ ຈະ​ສະ​ໜອງ​ໄຟ​ຟ້າ​ເຄິ່ງ​ໜຶ່ງ​ຂອງ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ມານີ້, ອົງ​ການ​ພະ​ລັງ​ງານ​ສາ​ກົນ​ ໄດ້​ເຜີຍແຜ່​ບົດ​ລາຍ​ງານ​ໂດຍ​ຄາດ​ຄະ​ເນ​ວ່າ: ນັບແຕ່ນີ້​ໄປ​ຮອດ​ປີ 2030, ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ໃນ​ທົ່ວ​ໂລກ​ຈະຫຼາຍກວ່າ 3.5%. ເມື່ອ​ຮອດ​ປີ 2030, ອັດ​ຕາສ່ວນຂອງ​ພະ​ລັງ​ງານ​ໝູນວ​ຽນ ແລະ ພະ​ລັງ​ງາ​ນ​ນິ​ວເຄ​ລ​ຍ​ຈະເພີ່ມຂຶ້ນເປັນ 50% ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ໂລກ.
ເພີ່ມເຕີມ