ປີ 2023 ເສດຖະກິດອິນໂດເນເຊຍ ຂະຫຍາຍຕົວ 5,05%

ປີ 2023 ເສດຖະກິດອິນໂດເນເຊຍ ຂະຫຍາຍຕົວ 5,05%
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອິນໂດເນເຊຍ ຊຶ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຂະຫຍາຍຕົວ 5,05% ໃນປີຜ່ານມາ ໂດຍດີກວ່າເປົ້າໝາຍຂອງລັດຖະບານເລັກນ້ອຍ ແຕ່ຫຼຸດລົງຈາກສະຖິຕິຂອງປີ 2022 ຊຶ່ງ GDP ຂອງປະເທດໃນປີນັ້ນຂະຫຍາຍຕົວ 5,3%.
ຂະນະທີ່ການສົ່ງອອກຂະຫຍາຍຕົວພຽງ 1,32% ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນໜ້າ ດ້ານການສົ່ງອອກໃນໄລຍະເວລາດຽວກັນຫຼຸດລົງ 1,65%. ທັງນີ້, ບັນດານັກວິເຄາະຕ່າງກໍສະແດງຄວາມກັງວົນໄປໃນທິດທາງດຽວກັນວ່າ ເສດຖະກິດຂອງອິນໂດເນເຊຍອາດຈະຫຼຸດລົງອີກພາຍໃນໄລຍະເວລາອີກບໍ່ເທົ່າໃດເດືອນນັບຈາກນີ້ ເນື່ອງຈາກອຳນາດການປົກຄອງຈາກາຕາເພີ່ມລະດັບການຄວບຄຸມນະໂຍບາຍການເງິນ ແລະ ຄວາມຕ້ອງການຂອງສິນຄ້າສຳຄັນໃນປະເທດຍັງຢູ່ໃນລະດັບຕ່ຳ.
ບໍລິສັດເຕັກໂນໂລຊີລະດັບໂລກ ຮັບປະກັນຫຼັກການດ້ານຈັນຍາບັນໃນການພັດທະນາ AI
ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 5 ກຸມພາ ຜ່ານມາ, ບໍລິສັດເຕັກໂນໂລຊີລະດັບໂລກ 8 ແຫ່ງໃຫ້ຄຳໝັ້ນສັນຍາ ພັດທະນາເຕັກໂນໂລຊີປັນຍາປະດິດ (AI) ໃນລັກສະນະຮັບປະກັນການປະຕິບັດດ້ານຈັນຍາບັນ, ສອດຄ່ອງກັບຫຼັກຈັນຍາບັນ AI ທີ່ຮັບຮອງເອົາໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໃນປີ 2021.
ຂ່າວລະບຸວ່າ: ບໍລິສັດເຕັກໂນໂລຊີລະດັບໂລກ 8 ແຫ່ງ ລວມມີ: Lenovo, Microsoft, Mastercard, GSMA, INNIT, LG AI Research, Salesforce ແລະ Telefonica ໄດ້ຕົກລົງທີ່ຈະລວມເອົາບັນດາຄຸນຄ່າ ແລະ ຫຼັກການໃນຄໍາແນະນໍາຂ້າງເທິງຂອງສະຫະປະຊາຊາດໃນເວລາທີ່ອອກແບບ ແລະ ປັບປຸງການນຳໃຊ້ລະບົບ AI. ຄໍາໝັ້ນສັນຍານີ້ໄດ້ຈັດຂຶ້ນໃນກອງປະຊຸມເວທີປຶກສາຫາລືໂລກ ຄັ້ງທີ 2 ກ່ຽວກັບ AI ຈັດໂດຍ UNESCO ຢູ່ ສະໂລເວເນຍ.
ຂໍ້ຕົກລົງດັ່ງກ່າວ ໄດ້ກໍານົດວ່າ: ບໍລິສັດຕ້ອງສົ່ງເສີມບົດບາດຂອງຕົນຢ່າງເຕັມສ່ວນໃນການຮັບປະກັນສິດທິມະນຸດໃນການອອກແບບ, ການພັດທະນາ, ການຊື້, ການຂາຍ ແລະ ການນໍາໃຊ້ AI. ບັນດາບໍລິສັດຈຳເປັນຕ້ອງມີການກວດສອບສະຖານະເພື່ອໃຫ້ເປັນໄປຕາມມາດຕະຖານຄວາມປອດໄພ ແລະ ກໍານົດຜົນກະທົບທາງລົບຂອງ AI ແລະ ໃຊ້ມາດຕະການໃຫ້ທັນເວລາເພື່ອປ້ອງກັນ, ຫຼຸດຜ່ອນ ຫຼື ແກ້ໄຂຜົນກະທົບເຫຼົ່ານັ້ນ.
ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການອົງການ UNESCO ໄດ້ອະທິບາຍການເຄື່ອນໄຫວດັ່ງກ່າວເປັນ ບາດກ້າວອັນໃຫຍ່ຫຼວງໃນການບັນລຸຄຳໝັ້ນສັນຍາທີ່ຈະແຈ້ງຈາກບັນດາບໍລິສັດເຕັກໂນໂລຊີທົ່ວໂລກ. ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃນການກໍ່ສ້າງ AI ເພື່ອຜົນປະໂຫຍດລວມຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ບົດ​ຮຽນດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ ສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ

ບົດ​ຮຽນດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ ສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ

ເມື່ອ​ບໍ່​ດົນ​ມາ​ນີ້, ມູນ​ນິ​ທິ​ອະ​ນຸ​ລັກ​ປາ​ຂ່າ​ປາຍ​ຈີ້ ທີ່​ນະ​ຄອນ​ອູ​ຮັ້ນຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ເຕັກ​ໂນ​ໂລ​ຊີ​ຕິດ​ຕາມວິ​ເຄາະສຽງ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊຂອງ​ຈີນ​ ໄດ້​ຖືກ ​ນໍ​າ​ໃຊ້​ເຂົ້າ​ໃນ​ການ​ຕິດ​ຕາມ ແລະ ອະ​ນຸ​ລັກ​ປາໝູ​ອີ​ຣະ​ວະ​ດີ​ແມ່​ນ້ຳ​ຂອງ​ຢູ່ກຳ​ປູ​ເຈຍ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊ​ຂອງ​ຈີນ​ກຳ​ລັງ​ກ້າວ​ໄປ​ສູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື​ທົ່ວ​ໂລກ​ເທື່ອ​ລະ​ກ້າວຊຶ່ງ​ເປັນ​ການສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ.

Honda ປະກາດຫຼຸດການລົງທຶນ ລົດ EV ລົງ 30%

Honda ປະກາດຫຼຸດການລົງທຶນ ລົດ EV ລົງ 30%

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ພຶດສະພາ ຜ່ານມາວ່າ: ບໍລິສັດ ຮອນດ້າມໍເຕີ ໂຄ (Honda Motor Co.) ຜູ້ຜະລິດລົດຂອງຍີ່ປຸ່ນ ໄດ້ປະກາດປັບຍຸດທະສາດລົດໄຟຟ້າ (EV) ໂດຍຫຼຸດແຜນການລົງທຶນຈາກ 10 ພັນຕື້ເຢນ ເຫຼືອ 7 ພັນຕື້ເຢນ ຈົນຮອດງົບປະມານປີ 2030 ຊຶ່ງຫຼຸດລົງ 30%.
ກອງປະຊຸມອະນາໄມໂລກພິຈາລະນາຮັບຮອງ ສັນຍາກ່ຽວກັບພະຍາດລະບາດ

ກອງປະຊຸມອະນາໄມໂລກພິຈາລະນາຮັບຮອງ ສັນຍາກ່ຽວກັບພະຍາດລະບາດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ, ກອງປະຊຸມອະນາໄມໂລກຄັ້ງທີ 78 ໄດ້ພິຈາລະນາຮັບຮອງ “ສັນຍາກ່ຽວກັບພະຍາດລະບາດ” ຂອງອົງການອະນາໄມໂລກ.
ອິນໂດເນເຊຍ ວາງເປົ້າໝາຍເສດຖະກິດ ປີ 2026 ຂະຫຍາຍຕົວ 5.2 – 5.8%

ອິນໂດເນເຊຍ ວາງເປົ້າໝາຍເສດຖະກິດ ປີ 2026 ຂະຫຍາຍຕົວ 5.2 – 5.8%

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ພຶດສະພາ ຜ່ານມາ; ທ່ານ ສຣີ ມຸລຍານີ ອິນທຣາວາຕີ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍໄດ້ວາງເປົ້າໝາຍການຂະຫຍາຍຕົວຂອງເສດຖະກິດ ປີ 2026 ໄວ້ທີ່ 5.2-5.8% ເພື່ອເປັນພື້ນຖານສໍາລັບການຂະຫຍາຍຕົວ 8% ໃນສອງສາມປີຂ້າງໜ້າ ຊຶ່ງຈະສະໜັບສະໜູນການບັນລຸວິໄສທັດ “ອິນໂດເນເຊຍກ້າວໜ້າ 2045”.
ຈີນ ແລະ 10 ປະເທດສະມາຊິກອາຊຽນ ສຳເລັດການເຈລະຈາເຂດການຄ້າເສລີຈີນ-ອາຊຽນ

ຈີນ ແລະ 10 ປະເທດສະມາຊິກອາຊຽນ ສຳເລັດການເຈລະຈາເຂດການຄ້າເສລີຈີນ-ອາຊຽນ

ຂ່າວສານຊີອາໄອ ລາຍງານໃນທີ 22 ພຶດສະພາ ຜ່ານມາ; ກະຊວງການຄ້າຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ, ກອງປະຊຸມວິສາມັນລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນໄດ້ຈັດຂຶ້ນຜ່ານທາງອອນລາຍ, ລັດຖະມົນຕີເສດຖະກິດການຄ້າຂອງສອງຝ່າຍໄດ້ຮ່ວມກັນປະກາດວ່າ ໄດ້ສຳເລັດການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຢ່າງຮອບດ້ານ.
ຫວຽດນາມ ສ້າງສູນການເງິນສາກົນເພື່ອເຊື່ອມຕໍ່ກັບເສດຖະກິດທົ່ວໂລກ

ຫວຽດນາມ ສ້າງສູນການເງິນສາກົນເພື່ອເຊື່ອມຕໍ່ກັບເສດຖະກິດທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການລັດຖະບານ ໄດ້ເປັນປະທານກອງປະຊຸມກ່ຽວກັບການສ້າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ.
ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ມໍລະນະກຳ ໃນເວລາ 22 ໂມງ 51 ນາທີ ຂອງວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ.
ຈຳນວນຄົນເຈັບພະຍາດໝາກແດງ ໃນສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຂຶ້ນ

ຈຳນວນຄົນເຈັບພະຍາດໝາກແດງ ໃນສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດ ອາເມຣິກາ (CDC) ລະບຸວ່າ: ພົບຄົນເຈັບພະຍາດໝາກແດງ ຈໍານວນ 1,024 ຄົນແລ້ວໃນປີ 2025 ຊຶ່ງເພີ່ມຂຶ້ນຢ່າງຫຼວງຫຼາຍຈາກປີກ່ອນ, ໂດຍພົບການລະບາດຂອງພະຍາດໝາກແດງ 14 ຄັ້ງໃນທົ່ວປະເທດ ຊຶ່ງການລະບາດແຕ່ລະຄັ້ງຈະນັບໃນກໍລະນີທີ່ມີຜູ້ຕິດເຊື້ອ 3 ຄົນຂຶ້ນໄປ.
AI ເປັນໄພຂົ່ມຂູ່ຕໍ່ວຽກງານຂອງແມ່ຍິງຫຼາຍກວ່າວຽກງານຂອງຜູ້ຊາຍ

AI ເປັນໄພຂົ່ມຂູ່ຕໍ່ວຽກງານຂອງແມ່ຍິງຫຼາຍກວ່າວຽກງານຂອງຜູ້ຊາຍ

ຂ່າວຕ່າງປະເທດລາຍງານ; ອົງການແຮງງານສາກົນ (ILO) ຂອງສະຫະປະຊາຊາດ ໄດ້ເປີດເຜີຍບົດລາຍງານສະບັບໃໝ່ ໃນວັນທີ 20 ພຶດສະພາ ຜ່ານມາວ່າ: ເຕັກໂນໂລຊີປັນຍາປະດິດ (AI) ມີຜົນກະທົບອັນໃຫຍ່ຫຼວງຕໍ່ວຽກເຮັດງານທຳຂອງແມ່ຍິງຫຼາຍກວ່າຜູ້ຊາຍ ໂດຍສະເພາະໃນປະເທດທີ່ມີລາຍຮັບສູງ, ບົດລາຍງານພົບວ່າ 9.6% ຂອງວຽກທີ່ແມ່ຍິງເຮັດມີທ່າອ່ຽງທີ່ຈະຫັນປ່ຽນໂດຍ AI, ເມື່ອທຽບກັບ 3.5% ຂອງວຽກທີ່ຜູ້ຊາຍເຮັດ, ເນື່ອງຈາກວ່າ AI ມີບົດບາດເພີ່ມຂຶ້ນໃນວຽກງານບໍລິຫານ ແລະ ເລຂານຸການ.
ເພີ່ມເຕີມ