ປີ 2024 ຫຼວງພະບາງ ປະຕິບັດລາຍຮັບໄດ້ຫຼາຍກວ່າ 152% ຂອງແຜນການ

ປີ 2024 ຫຼວງພະບາງ ປະຕິບັດລາຍຮັບໄດ້ຫຼາຍກວ່າ 152% ຂອງແຜນການ

ວັນທີ່ 29 ມັງກອນຜ່ານມານີ້,ພະແນກການເງິນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2024 ແລະທິດທາງແຜນການ ປີ 2025ຂຶ້ນຢູແຂວງດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີຄະນະນຳພະແນກການເງິນແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ-ນະຄອນ ຫຼວງພະບາງ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ ແລະພະນັກງານຂົງເຂດການເງິນ ເຂົ້າຮ່ວມ.

ທ່ານ ຄີນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ແລະທິດທາງແຜນການ ປີ 2025 ຍົກໃຫ້ເຫັນດ້ານລາຍຮັບ ທັງສູນກາງ ແລະທ້ອງຖິ່ນ ແຜນການ 712 ຕື້ກວ່າກີບ ປະຕິບັດໄດ້ 1,087 ຕື້ກວ່າກີບເທົ່າກັບ152% ຂອງແຜນດັດແກ້ ຫຼື ປະຕິບັດໄດ້ລື່ນແຜນ 374 ຕື້ກວ່າກີບ, ໃນນີ້, ລາຍຮັບພູດສູນກາງ ແຜນການ 31 ຕື້ກວ່າກີບ ປະຕິບັດໄດ້ເກືອບ 36 ຕື້ກີບ ເທົ່າກັບ114% ຂອງແຜນດັດແກ້, ລາຍຮັບພາສີ ແຜນການ 31 ຕື້ກວ່າກີບ ປະຕິບັດໄດ້ເກືອບ 36 ຕື້ກີບ ເທົ່າກັບ114% ຂອງແຜນດັດແກ້, ລາຍຮັບຈາກການຂາຍໄມ້ຍຶດ 49 ລ້ານກວ່າກີບ. ສ່ວນລາຍຮັບພູດທ້ອງຖິ່ນທັງໝົດ ແຜນການ 681 ຕື້ກວ່າກີບ ປະຕິບັດໄດ້ 1,051 ຕື້ກວ່າກີບເທົ່າກັບ154% ຂອງແຜນດັດແກ້ ຫຼື ປະຕິບັດໄດ້ລື່ນແຜນ 370 ຕື້ກວ່າກີບ. ໃນນີ້, ສ່ວຍສາອາກອນແຜນການ 610 ຕື້ກວ່າກີບ, ປະຕິບັດໄດ້ເກືອບ 893 ຕື້ກີບ, ເທົ່າກັບ146% ຂອງແຜນດັດແກ້ ຫຼື ປະຕິບັດໄດ້ລື່ນແຜນ 282 ຕື້ກວ່າກີບ; ລາຍຮັບຊັບສິນຂອງລັດແຜນການ 69 ຕື້ກວ່າກີບ, ປະຕິບັດໄດ້ 158 ຕື້ກວ່າກີບເທົ່າກັບ228% ຂອງແຜນດັດແກ້ ຫຼື ປະຕິບັດໄດ້ລື່ນແຜນເກືອບ 89 ຕື້ກີບ; ເງິນເຫຼືອສົ່ງຄືນ ປະຕິບັດໄດ້ 344 ລ້ານກວ່າກີບ. ສຳລັບດ້ານລາຍຈ່າຍທົ່ວແຂວງແຜນການ 917 ຕື້ກວ່າກີບ ປະຕິບັດໄດ້ 910 ຕື້ກວ່າກີບ, ເທົ່າກັບຫຼາຍກວ່າ 99% ຂອງແຜນດັດແກ້. ໃນນັ້ນ, ແຜນບູລິມະສິດການເບີກຈ່າຍ ແມ່ນເງິນເດືອນພະນັກງານ ໃນທົ່ວແຂວງໃຫ້ສຳເລັດກ່ອນວັນທີ 25 ຂອງທຸກເດືອນ.

ໂອກາດນີ້, ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ໄດ້ມີຄຳເຫັນວ່າ: ເຖີງການຈັດເກັບລາຍຮັບ ຈະໄດ້ລື່ນແຜນການ ຫຼື ເກີນດູນ ແຕ່ແຫຼ່ງລາຍຮັບທີ່ເກັບໄດ້ສ່ວນໃຫຍ່ຍັງບໍ່ມີຄວາມຍືນຍົງ ເນື່ອງຈາກບັນດາຫົວໜ່ວຍທຸລະກິດທີ່ເກັບລາຍຮັບ ຍັງເປັນພຽງຫົວໜ່ວຍທີ່ດຳເນີນກິດຈະການໄລຍະສັ້ນ, ຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບຂອງພະແນກການເງິນ ພ້ອມກັນສືບຕໍ່ພັດທະນານາລະບົບ ການຈັດເກັບລາຍຮັບໃຫ້ມີຄວາມທັນສະໄໝ, ທັງປະສານສົມທົບກັບທຸກພາກສ່ວນ ເພື່ອປ້ອນຂໍ້ມູນຖານການເກັບລາຍຮັບເຂົ້າໃນລະບົບ ໃຫ້ຄົບຖ້ວນ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ເພັດສາຄອນ ສີມມະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ບໍລິສັດ ໂຟໄລທີງ ມີສະຫວັດດີການໃຫ້ກຳມະກອນຕາມກົດໝາຍແຮງງານ

ເນື່ອງໃນໂອກາດ ວັນກຳມະກອນສາກົນຄົບຮອບ 139 ປີ(1 ພຶດສະພາ 1886 – 1 ພຶດສະພາ 2025), ທ່ານ ດົວວ່າງ ວ່າງເຈົ້າ ຜູ້ຈັດການ ບໍລິສັດ ໂຟໄລທີງຂາຍເຄື່ອງອຸປະກອນໄຟຟ້າ,ເຄື່ອງກໍ່ສ້າງ ແລະ ເຄື່ອງສຸຂະພັນຄົບວົງຈອນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບໍລິສັດ ໂຟໄລທີງ ຂາຍເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງ, ເຄື່ອງສຸຂະພັນ ແລະ ເຄື່ອງອື່ນໆຫຼາຍກວ່າ 4 ພັນລາຍການ,
ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ການນຳກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມ ໂຮງງານ 2 ແຫ່ງ

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຕັດຍິບ ລາວຢາມາກິ ຈຳກັດ ແລະ ໂຮງງານໂກລິງລາວ ຈຳກັດ ໃນວັນທີ 28 ເມສາ ນີ້ ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,
1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ແມ່ນວັນກໍາມະກອນສາກົນ. ປີນີ້, ພໍດີຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍ-ສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍສະເພາະໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ.
ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ (Drone DJI Matrice) ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time).
4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)
ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ໃນລະຫວ່າງວັນທີ28-29 ເມສານີ້ທີ່ ເມືອງ ວັງວຽງ ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ (ຕປທ)ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ
ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,
ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ເພີ່ມເຕີມ