ເມືອງແກ່ນທ້າວ ສົ່ງມັນຕົ້ນແຫ້ງໄປຕ່າງປະເທດ 310,000 ກວ່າໂຕນ

ປີ 2024 ເມືອງແກ່ນທ້າວ ສົ່ງມັນຕົ້ນແຫ້ງໄປຕ່າງປະເທດ 310,000 ກວ່າໂຕນ

ປີ 2024 ເມືອງແກ່ນທ້າວ ສົ່ງມັນຕົ້ນແຫ້ງໄປຕ່າງປະເທດ 310,000 ກວ່າໂຕນ
ໃນວັນທີ 4 ມັງກອນ 2025 ຜ່ານມານີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການເກັບຊື້ ແລະ ສົ່ງອອກຜະລິດຕະພັນກະສິກໍາ (ມັນຕົ້ນ). ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ

 ເຈົ້າແຂວງໄຊຍະບູລີ, ມີອົງການປົກຄອງເມືອງແກ່ນທ້າວ, ເມືອງປາກລາຍ, ເມືອງບໍ່ແຕນ, ດ່ານສາກົນສາກົນ, ທະນາຄານທຸລະກິດ, ນັກທຸລະກິດຜູ້ປະກອບການ ແລະ ຊາວກະສິກອນຈໍານວນໜຶ່ງເຂົ້າຮ່ວມ.

ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໄດ້ລາຍງານກ່ຽວກັບການສົ່ງເສີມການປູກ ແລະ ການເກັບຊື້-ສົ່ງອອກມັນຕົ້ນຢູ່ພາຍໃນເມືອງ ວ່າ: ປີ 2024 ເມືອງແກ່ນທ້າວມີເນື້ອທີ່ປູກມັນຕົ້ນ ຕາມແຜນທັງໝົດ 18,000 ເຮັກຕາ, ປະຕິບັດໄດ້ຕົວຈິງ 17,600 ກວ່າເຮັກຕາ ເທົ່າກັບ 97.97% ຂອງເນື້ອທີ່ແຜນການ, ຜະລິດຕະພາບ 32.42 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 571,700 ກວ່າໂຕນ. ມາຮອດປັດຈຸບັນສາມາດເກັບກູ້ໄດ້ທັງໝົດ 4,470 ກວ່າເຮັກຕາ ເທົ່າກັບ 25.40%, ຜົນຜະລິດທັງໝົດ 145,190ກວ່າໂຕນ. ຕໍ່ກັບການຊຸກຍູ້ສົ່ງເສີມການເກັບຊື້ ແລະ ສົ່ງອອກມັນຕົ້ນທາງເມືອງ ແລະ ນັກທຸລະກິດ-ຜູ້ປະກອບການ (ກຸ່ມສົ່ງເສີມການຜະລິດກະສິກຳເພື່ອສົ່ງອອກຂອງເມືອງ) ໄດ້ມີການປະຊຸມຮ່ວມກັນເພື່ອປຶກສາຫາລື ກ່ຽວກັບການຊອກຫາຕະຫຼາດທັງພາຍໃນ ແລະ ຕ່າງປະເທດເພື່ອຈຳໜ່າຍຜົນຜະລິດກະສິກຳ (ປະເພດມັນຕົ້ນ) ແລະ ປຶກສາຫາລືກ່ຽວກັບການກຳນົດລາຄາມັນຕົ້ນດິບ-ມັນຕາກແຫ້ງຕາມລາຄາທ້ອງຕະຫຼາດໃນແຕ່ລະໄລຍະ. ປັດຈຸບັນທົ່ວເມືອງແກ່ນທ້າວ ມີບໍລິສັດເກັບຊື້ຜົນຜະລິດກະສິກຳເພື່ອສົ່ງອອກທັງໝົດ 19 ບໍລິສັດ, ໄດ້ຈັດຕັ້ງເປັນ 1 ກຸ່ມ, ມີບໍລິສັດທີ່ເຂົ້າເປັນສະມາຊິກກຸ່ມ 18 ບໍລິສັດ, ທົ່ວເມືອງມີລານຕາກມັນຕົ້ນທັງໝົດ 23 ລານ. ນອກຈາກນັ້ນ, ຍັງມີບໍລິສັດຈາກຕ່າງເມືອງທີ່ມາປະກອບເອກະສານສົ່ງອອກສິນຄ້າຜ່ານສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວຈຳນວນ 10 ບໍລິສັດ. ໃນໄລຍະຜ່ານມາ ໄດ້ປະຕິບັດຕາມນະໂຍບາຍຂອງພັກ-ລັດກ່ຽວກັບການແປຮູບຜະລິດຕະພັນຕ່າງໆກ່ອນສົ່ງອອກ ໂດຍສະເພາະແມ່ນມັນຕົ້ນຕ້ອງໃຫ້ມີການຕາກແຫ້ງຈຶ່ງສົ່ງອອກໄດ້. ໜຶ່ງປີຜ່ານມາເມືອງແກ່ນທ້າວໄດ້ສົ່ງອອກສິນຄ້າປະເພດມັນຕົ້ນແຫ້ງໄປຕ່າງປະເທດໄດ້ທັງໝົດ 310,960 ໂຕນ, ທຽບໃສ່ແຜນການປີປະຕິບັດໄດ້ 96.72%, ມູນຄ່າ 39,661,200ໂດລາ. ສຳລັບລາຄາຊື້ຂາຍມັນຕົ້ນຢູ່ພາຍໃນເມືອງ ໃນປີ 2024 ຜູ້ປະກອບການໄດ້ເກັບຊື້ມັນຕົ້ນນຳປະຊາຊົນ (ມັນດິບ) ລາຄາ 1,170 ກີບຕໍ່ກິໂລ ທຽບໃສ່ປີຜ່ານມາລາຄາຫຼຸດລົງ 130 ກີບ, ລາຄາມັນຕົ້ນຕາກແຫ້ງ 2,860 ກີບຕໍ່ກິໂລ ທຽບໃສ່ປີຜ່ານມາລາຄາຫຼຸດລົງ 1,040 ກີບ.

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ່ 17 ກໍລະກົດນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບຢູ່ສະຖານີລົດໄຟຟ້າ ໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ.ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຮ່ວມກັບ ການນໍາຂອງແຂງຫຼວງພະບາງທີ່ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.
ພາກສ່ວນຕ່າງໆພາຍໃນແຂວງຄໍາມ່ວນຮ່ວມບໍລິຈາກເລືອດ

ພາກສ່ວນຕ່າງໆພາຍໃນແຂວງຄໍາມ່ວນຮ່ວມບໍລິຈາກເລືອດ

ຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ. ສະເພາະຢູ່ແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດຜ່ານມານີ້ ທີ່ີສະໂມສອນຂອງແຂວງ (ຫຼັກ 4) ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີອົງການກາແດງແຂວງ,ບັນດາຕາງໜ້າກໍາລັງ ປກຊ-ປກສ, ຕາງໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ 100 ກວ່າຄົນ .
ເມືອງເງິນໄດ້ຖືກຜົນກະທົບໄພທໍາມະຊາດຢ່າງໜັກ

ເມືອງເງິນໄດ້ຖືກຜົນກະທົບໄພທໍາມະຊາດຢ່າງໜັກ

ໃນຄືນວັນທີ 16-17 ກໍລະກົດ 2025 ນີ້ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ, ເຮັດໃຫ້ມີນໍ້າປາໄຫຼຊຸ ເຂົ້າບ້ານເຮືອນປະຊາຊົນ ເຂດບ້ານທອງ, ບ້ານໂຮມໄຊ, ບ້ານປາກແຄນ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກທີ 2 WU ຖືກຕັດຂາດລະຫວ່າງເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນບໍ່ສາມາດສັນຈອນໄປມາຫາສູ່ກັນໄດ້.
ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍໃຫ້ ການຕ້ອນຮັບຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຄຳມ່ວນ, ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ພາຍຫຼັງທີ່ແຂວງຄໍາມ່ວນໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ກະຈາຍໄປທົ່ວທຸກເມືອງຂອງແຂວງສົ່ງຜົນເຮັດໃຫ້ມີນໍ້າຖ້ວມຂັງພ້ອມທັງໄຫຼເຂົ້າສູ່ພື້ນທີ່ການຜະລິດຂອງປະຊາຊົນໃນລະຫວ່າງວັນທີ 1-16 ກໍລະກົດ 2025ຜ່ານມາ. ທາງຂະແໜງປູກຝັງກໍໄດ້ມີການຕິດຕາມເກັບກໍາຂໍ້ມູນເນື້ອທີ່ນາປີ ແລະ ພືດລະດູຝົນທີ່ໄດ້ຮັບຜົນກະທົບຈາກການທໍາລາຍຂອງສັດຕູພືດ (ບົ້ງ) ແລະ ນໍ້າຖ້ວມ.
ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ຮ່ວມກັບ ຄະນະພັກ-ອົງການປົກຄອງເມືອງລະມາມ ຈັດພິທີປ່ອຍປາ 10 ພັນໂຕ ຄືນສູ່ທໍາມະຊາດ ເພື່ອສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ) ຂຶ້ນໃນວັນທີ 17 ກໍລະກົດນີ້ທີ່ວັງສະຫງວນວັງຊ້າງຕົກ ບ້ານເພຍໃໝ່ ເມືອງລະມາມ ໂດຍການເຂົ້າຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ວັນທີ​ 16​ ກໍລະກົດ​ຜ່ານມາ, ໄດ້ຈັດພິທີເຊັນສັນຍາສໍາປະທານ​ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50.4 ເຮັກຕາ ຢູ່ບ້ານໜອງ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ​ - ຫວຽດ ຈຳກັດຜູ້ດຽວ, ຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງ​ຈໍາປາສັກ​.​
ເພີ່ມເຕີມ