ປີ 2024 ວຽກ​ງານ​ເສດ​ຖະ​ກິດ​ຈີນ​ມີ​ຈຸດ​ສຸມ​ຄືແນວ​ໃດ?

ປີ 2024 ວຽກ​ງານ​ເສດ​ຖະ​ກິດ​ຈີນ​ມີ​ຈຸດ​ສຸມ​ຄືແນວ​ໃດ?
ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູ​ນ​ກາງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ທຸກທ້າຍ​ປີ ​ເປັນ​ຊ່ອງ​ທາງ​ສຳ​ຄັນ​​ສຳ​ລັບ​ຄົນ​ຕ່າງ​ປະ​ເທດ​ສັງ​ເກດ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຂອງ​ຈີນ. ຫວ່າງບໍ່ດົນມານີ້, ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ, ທ່ານ ​ສີ​ຈິ້ນ​ຜິງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.
ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ມີ​ການ​ຕີ​ລາ​ຄາ​ໂດຍ​ພື້ນ​ຖານ​ວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ປະ​ເຊີນ​ກັບ​ເງື່ອນ​ໄຂ​ທີ່​ເປັນ​ຜົນ​ດີຫຼາຍກວ່າ​​ເງື່ອນ​ໄຂ​ທີ່​ບໍ່​ເປັນ​ຜົນ​ດີ, ທ່າ​ອ່ຽງ​ພື້ນ​ຖານ​ທີ່​ເສດ​ຖະ​ກິດ​ດີ​ຂຶ້ນ ແລະ​ ກ້າວ​ໄປ​ໃນ​ທິດ​ທາງ​ທີ່​ດີໃນ​ໄລ​ຍະ​ຍາວ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ, ຕ້ອງ​ເພີ່ມ​ຄວາມ​ໝັ້ນ​ໃຈໃຫ້​ສູງ​ຂຶ້ນ.
ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ວາງ​ແຜນ​ແມ່​ບົດ ແລະ ແຜນ​​ດຳ​ເນີນ​ງານ​ລະ​ອຽດ​ກ່ຽວ​ກັບ​ຈຸດ​ສຸມ​ວຽກ​ງານ​ເສດ​ຖະ​ກິດ​ຈີນ​ໃນ​ປີ 2024, ໃນ​ນັ້ນ​ໜ້າ​ທີ່​ໃຈ​ກາງ​ແມ່ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ຄຸນ​ນະ​ພາບ​ສູງ, ​ຊຸກ​ຍູ້​ຈາກ 9 ດ້ານ​ຢ່າງ​ໜັກ​ແໜ້ນ, ໃນ​ນັ້ນ​ລວມ​ທັງ​ການ​ໃຫ້ການ​ປະ​ດິດ​ສ້າງ​​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກນຳ​ພາ​ການ​ສ້າງ​ສາ​ລະ​ບົບ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ອອກ​ແຮງ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແບບ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເລັ່ງ​ລັດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ປັນ​ຍາ​ປະ​ດິດ; ອອກ​ແຮງ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ, ເພີ່ມ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ ແລະ ຊົນ​ນະ​ບົດ, ເປີດກວ້າງ​ຂະ​ໜາດ​ຂອງ​ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ປານ​ກາງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ບໍ​ລິ​ໂພກ​ໃຫ້​ດີ​ຂຶ້ນ; ລົງ​ເລິກ​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ສຳ​ຄັນ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ​ເຂັ້ມ​ແຂງ​ຂຶ້ນ.
ສຳ​ລັບ​ວຽກ​ງານຈຸດ​ສຸມ​ໃນ​ປີ 2024, ໄດ້​ສະ​ເໜີ​ເປັນ​ຄັ້ງ​ທຳ​ອິດ​ວ່າ ຈະ​ສ້າງ​ຍີ່​ຫໍ້ “ການ​ລົງ​ທຶນ​ຢູ່​ຈີນ”, ໂດຍ​ສະ​ເໜີ​ວ່າ ຈະ​ແກ້​ໄຂ​ຂໍ້​ຈຳ​ກັດ​ສຳ​ລັບ​ຄົນ​ຕ່າງ​ປະ​ເທດ​ມາ​ດຳ​ເນີນ​ທຸ​ລະ​ກິດ ຮ່ຳ​ຮຽນ ແລະ ທ່ອງ​ທ່ຽວ​ຢູ່​ຈີນ, ພ້ອມ​ທັງ​ໄດ້​ສະ​ເໜີ​ໃຫ້​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ລະ​ດັບ​​ແຖວ​ໜ້າ​ຕາມ​ຫຼັກ​ການ​ຕະຫຼາດ ກົດ​ໝາຍ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ຈະຫຼຸດ​ຜ່ອນ​ມາດ​ຕະ​ຖານອະ​ນຸ​ຍາດ​ເຂົ້າ​ຕະຫຼາດ​ການ​ບໍ​ລິ​ການ, ເຊັ່ນ: ໂທ​ລະ​ຄົມ, ການ​ປິ່ນ​ປົວ ແລະ ອື່ນໆ, ກຳ​ແໜ້ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 8 ໂຄງ​ການ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ, ປະ​ສານ​ສົມ​ທົບ​ຊຸກ​ຍູ້​ໂຄງ​ການ​ສຳ​ຄັນ​ທີ່​ມີ​ລັກ​ສະ​ນະ​ເປັນ​ຂີດ​ໝາຍ ແລະ ໂຄງ​ການ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່ “​ລົງ​ທຶນ​ໜ້ອຍ​ແຕ່​ມີ​ປະ​ສິດ​ທິ​ຜົນ​ທີ່​ດີ”.
ຈີນ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ໄລ​ຍະ​ຍາວ ຢ່າງ​ບໍ່​ມີ​ການ​ປ່ຽນ​ແປງ, ຍິນ​ດີ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ, ຍິນ​ດີ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ. ເວົ້າ​ສຳ​ລັບ​ໂລກ​ແລ້ວ, ປະ​ຊາ​ຊົນ​ຈີນ 1,4 ຕື້ກວ່າ​ຄົນ​ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ແລະ ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີກວ່າ​ເກົ່າ​ນັ້ນ​ໄດ້​ກາຍ​ເປັນ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ທີ່​ການ​ພັດ​ທະ​ນາ​ຂອງ​ຈີນ​ນຳ​ມາ​ໃຫ້​ແກ່​ໂລກ.
ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ