![]() |
ທ່ານ ບຸນຊູ ບຸນພັກດີ ໄດ້ລາຍງານວ່າ: ປີ 2025 ເມືອງແກ່ນທ້າວ ໄດ້ຮັບແຜນລາຍຮັບທັງໝົດ 10,860.06 ລ້ານກີບ ປະຕິບັດໄດ້ແລ້ວ 9,533.58 ລ້ານກີບ ເທົ່າກັບ 87.79% ຂອງແຜນການປີ. ໃນນີ້, ສ່ວຍສາອາກອນ ແຜນ 10,710.06 ລ້ານກີບ ປະຕິບັດໄດ້ 9,425.47 ລ້ານກີບ ເທົ່າກັບ 88.01% ຂອງແຜນການປີ ແລະ ຊັບສິນຂອງລັດ 150 ລ້ານກີບ ປະຕິບັດໄດ້ 108.10 ລ້ານກີບ ເທົ່າກັບ 72.07% ຂອງແຜນການປີ. ສ່ວນດ້ານລາຍຈ່າຍ ທັງໝົດ 5,345.39 ລ້ານກີບ ປະຕິບັດໄດ້ 4,798.74 ລ້ານກີບ ເທົ່າກັບ 89.77% ຂອງແຜນການປີ. ໃນນີ້, ລາຍຈ່າຍບໍລິຫານປະຕິບັດໄດ້ 2,519.83 ລ້ານກີບ ເທົ່າກັບ 84.82% ຂອງແຜນການປີ ແລະ ລາຍຈ່າຍດັດສົມ ປະຕິບັດໄດ້ 688.70 ລ້ານກີບ ເທົ່າກັບ 87.81% ຂອງແຜນການປີ. ພ້ອມນີ້, ທ່ານຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໃນທ້າຍປີ 2025 ຈະສືບຕໍ່ເອົາໃຈໃສ່ ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ, ຊຸກຍູ້ ຕິດຕາມ ກວດກາ ບັນດາຖານລາຍຮັບທີ່ນອນໃນຄວາມຮັບຜິດຊອບຂອງຕົນ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນ ເພື່ອຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ສືບຕໍ່ນໍາເອົາຂໍ້ມູນຕອນດິນເຂົ້າລະບົບໃຫ້ສຳເລັດໄປແຕ່ລະກ້າວໃຫ້ຄົບຖ້ວນທັນເວລາ ແລະ ຄຸ້ມຄອງຖານລາຍຮັບທີ່ມີຢູ່ແລ້ວໃຫ້ປະຕິບັດພັນທະເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ.
(ຂ່າວ: ແກ່ນທ້າວ)

ຄໍາເຫັນ