ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່
ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໃນລະຫວ່າງ ວັນທີ 12-13 ມັງກອນ ຜ່ານມາ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີ 3 ພາລະບົດບາດສຳຄັນຄື: ການເປັນເສນາທິການ, ການເປັນໃຈກາງປະສານງານ, ການບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ທ່ານນາຍົກ, ຮອງນາຍົກລັດຖະມົນຕີ ໃນການຄວບຄຸມ, ຄຸ້ມຄອງການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ພ້ອມທັງການປະສານງານກັບບັນດາກະຊວງ,ອົງການທຽບເທົ່າຂັ້ນສູນກາງ, ບັນດາການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງກາານຈັດຕັ້ງມະຫາຊົນ, ສະພະແຫ່ງຊາດ ແລະ ບໍລິການຮັບໃຊ້ນາຍົກ, ຮອງນາຍົກ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານ.

ທ່ານໃຫ້ຮູ້ຕື່ມວ່າ: ອີງຕາມພາລະບົດບາດ ແລ້ວຍັງມີອີກ 33 ໜ້າທີ່, 12 ສິດ, 4 ຫຼັກການ ແລະ 3 ແບບວິທີເຮັດວຽກ, ໂດຍປະຕິບັດຕາມພາລະບົດບາດດັ່ງກ່າວ ໃນ ປີ 2025 ຜ່ານມາ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍ, ໂດຍປະຕິບັດຕາມພາລະບົດບາດໜ້າທີ່ຂອງສຳນັກງານນາຍົກ

ລັດຖະມົນຕີ ໄດ້ມີການຫ້າງຫາກະກຽມດ້ານຕ່າງໆ ໂດຍສະເພາະທາງດ້ານເນື້ອໃນ, ສະຖານທີ່ໃຫ້ແກ່ການຈັດກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນ ແລະ ກອງປະຊຸມລັດຖະບານເປີດກວ້າງປະຈຳປີ 2025, ໄດ້ມີການກະກຽມທາງດ້ານເນື້ອໃນຕ່າງໆໃຫ້ແກ່ນາຍົກ, ຮອງນາຍົກລັດຖະມົນຕີ, ກະກຽມເນື້ອໃນ, ບົດລາຍງານຂອງລັດຖະບານທີ່ມີຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກເປັນແຕ່ລະເດືອນ, ໃນນັ້ນໄດ້ມີການຫ້າງຫາກະກຽມທາງດ້ານເນື້ອໃນທີ່ທ່ານນາຍົກລັດຖະມົນຕີໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ຫຼື ວິສາມັນຂອງສະພາແຫ່ງຊາດ, ໄດ້ມີການແຈ້ງການ ຫຼື ອອກນິຕິກຳຕ່າງໆໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຕາມທິດຊີ້ນຳຕາມການຕົກລົງຂອງລັດຖະບານ, ຂອງທ່ານນາຍົກ, ຮອງນາຍົກລັດຖະມົນຕີ ຫຼື ຕາມການຊີ້ນຳ ຂອງກົມການເມືອງ, ຂອງຄະນະເລຂາທິການສູນກາງພັກ, ໄດ້ມີການຄົ້ນຄວ້າຄຳສະເໜີ ແລະ ບັນຫາຕ່າງໆຂອງບັນດາກະຊວງອົງການ, ທ້ອງຖິ່ນ, ບຸກຄົນ, ນິຕິບຸກຄົນທີ່ສະເໜີຫາທາງລັດຖະບານ ຫຼື ສະເໜີຫາທ່ານນາຍົກ, ຮອງນາຍົກ ຊຶ່ງທາງສຳນັກງານນາຍົກລັດຖະມົນຕີກໍໄດ້ມີການລົງເລິກ, ຄົ້ນຄວ້າໃຫ້ທັດສະນະສະເໜີໃຫ້ແກ່ທາງລັດຖະບານ, ນາຍົກ, ຮອງນາຍົກເປັນຜູ້ພິຈາລະນາໃນການຕົກລົງ ແລະ ໃຫ້ທິດຊີ້ນຳຕໍ່ກັບບັນຫາດັ່ງກ່າວ. ໃນນັ້ນ ໄດ້ສົມທົບກັບສະພາແຫ່ງຊາດ ໂດຍສະເພາະເລຂາທິການສະພາແຫ່ງຊາດໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ກັບຄຳສະເໜີຂອງເບື້ອງລັດຖະບານເຖິງຄະນະປະຈຳສະພາແຫ່ງຊາດເພື່ອພິຈາລະນາຄຳສະເໜີຂອງລັດຖະບານ, ໄດ້ມີການກະກຽມທາງດ້ານເນື້ອໃນຂອງກອງປະຊຸມຮ່ວມລະຫວ່າງລັດຖະ

ບານກັບຄະນະປະຈຳສະພາແຫ່ງຊາດ. ໃນນັ້ນ, ວຽກງານປັບປຸງກົງຈັກການຈັດຕັ້ງ ໂດຍໄດ້ຮັບເອົາ 4 ວຽກຂອງກະຊວງພາຍໃນຄື: ວຽກແຜນທີ່ແຫ່ງຊາດ, ວຽກງານສຳຫຼວດວັດແທກແຜນທີ່, ວຽກງານຊົນເຜົ່າສາສະໜາ ແລະ ວຽກງານເອກະສານແຫ່ງຊາດ, ພ້ອມດ້ວຍບຸກຄະລາກອນ 131 ທ່ານ ມາເຂົ້າກັບກົງຈັກການຈັດຕັ້ງສຳນັກງານນາຍົກລັດຖະມົນຕີ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງສະຫະພັນກຳມະບານລາວ ​ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອກະກຽມສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂຶ້ນໃນວັນທີ 15 ມັງກອນນີ້ ທີ່ ສກລ.
ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ບໍລິການຂາຍກາເຟ ເພື່ອສ້າງລາຍຮັບແຕ່ຢ່າງດຽວ, ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເອົາໃຈໃສ່ດ້ວຍດີຕະຫຼອດມາໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນວັນສຳຄັນຂອງພັກ-ຊາດ ແລະ ເຫດການສຳຄັນຕ່າງໆທາງສັງຄົມ.
ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ພິທີຖະແຫຼງຂ່າວງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂັວນ: ສໍາພັດຄວາມເປັນລາວຜ່ານລົດຊາດອາຫານລາວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວປີ 2026, ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີຄະນະປະທານ, ສື່ມວນຊົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ