ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ປີ 2025ເຊກອງຈາກແຂວງທຸກຍາກຈະກ້າວເປັນແຂວງກຸ້ມຕົນເອງທາງດ້ານການເງິນ

ປີ 2025ເຊກອງຈາກແຂວງທຸກຍາກຈະກ້າວເປັນແຂວງກຸ້ມຕົນເອງທາງດ້ານການເງິນ
ປີ 2025 ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ xຂອງອົງຄະນະພັກ ໂດຍແຂວງເຊກອງຈະສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ,

 

ຮັບປະກັນດ້ານເສດຖະກິດມີການຂະຫຍາຍຕົວໃນລະດັບ6.2% ຂອງ GDPບັນລຸໄດ້3,376ຕື້ກີບໃນນັ້ນຂະແໜງກະສິກຳເພີ່ມຂຶ້ນ4.34% ກວມເອົາ62.99%ຂະແໜງອຸດສະຫະກຳເພີ່ມຂຶ້ນ7.90% ກວມເອົາ23.20%.ຂະແໜງບໍລິການເພີ່ມຂຶ້ນ6.46% ກວມເອົາ 13.81% ຂອງ (GDP).ໃນຂະນະດຽວກັນຄາດຄະເນລາຍຮັບ ຈະສູ້ຊົນເກັບລາຍຮັບໃຫ້ໄດ້616ຕື້ກີບໃນນັ້ນ: ພູດຂອງສູນກາງ95ຕື້ກີບແລະພູດຂອງທ້ອງຖິ່ນ521ຕື້ກີບແລະປະຕິບັດລາຍຈ່າຍ472ຕື້ກີບ

ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກ້ວາງ ຄັ້ງທີ II ປີ 2024 ໃນລະຫວ່າງວັນທີ 6-7 ມັງກອນ ຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປີ 2025 ຈະກ້າວໃຫ້ເປັນແຂວງກຸ້ມຕົນເອງທາງດ້ານການເງິນເພື່ອສ້າງປະຫວັດສາດໜ້າໃໝ່ຈາກທີ່ເປັນແຂວງທຸກຍາກ,ພູດອຍໃຫ້ກຸ້ມຕົນເອງ ບໍ່ໃຫ້ເປັນພາລະຂອງລັດຖະບານ ແລະ ຈະກ້າວຂຶ້ນດຸ່ນດ່ຽງຊ່ວຍລັດຖະບານໃນປີຕໍ່ໆໄປ,ພ້ອມດຽວກັນນັ້ນຈະສືບຕໍ່ດຶງດູດການລົງທຶນຂອງຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ຄຸ້ມຄອງບັນດາການລົງທຶນຂະໜາດໃຫຍ່,ໂຄງການຂຸດຄົ້ນບໍ່ຖ່ານຫີນ,ໂຄງການພະລັງງານລົມ,ໂຄງການຂຸດຄົ້ນແຮ່ບົກຊິດ ແລະ ໂຄງການພັດທະນາບໍ່ແຮ່ອື່ນໆໃຫ້ໄປຕາມແຜນການທີ່ລັດຖະບານໄດ້ວາງໄວ້ເພື່ອຮັບປະກັນຄວາມຍືນຍົງການປົກປັກຮັກສາສິ່ງແວດລ້ອມ.

ທ່ານກ່າວຕື່ມວ່າ:ໃນແຜນປີ2025ນີ້່ຈະເນັ້ນໃສ່ການສ້າງເສດຖະກິດເອກກະລາດເປັນເຈົ້າຕົນເອງ ແລະ ວຽກທີ່ເປັນວຽກບຸລິມະສິດໂດຍສະເພາະວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເນື່ອງຈາກວ່າໄດ້ມີແຜນຄາດຄະເນ,ຄາດໝາຍວ່າຈະກຸ້ມຕົນເອງທາງດ້ານການເງິນ,ແຕ່ຄວາມທຸກຍາກເຫັນວ່າຍັງກວມອັດຕາສ່ວນສູງຢູ່ເມື່ອສົມທຽບໃສ່ມາດຕະຖານໃໝ່ໂດຍສະເພາະມາດຕະຖານ348ຊຶ່ງຈະສືບຕໍ່ໃນເຂດເມືອງກະລຶມ,ດາກຈຶງ ແລະ ເມືອງລະມາມຈຳນວນໜຶ່ງທີ່ຍັງບໍ່ທັນໄດ້ຕາມມາດຖານທີ່ໄດ້ກຳນົດໄວ້ ແລະ ບັນຫາສຳຄັນອີກອັນໜຶ່ງໃນການແກ້ໄຂຄວາມທຸກຍາກແມ່ນໄດ້ນຳໃຊ້ກຳລັງແຮງທີ່ມີໂດຍສະເພາະນຳໃຊ້ການລົງທຶນຂະໜາດໃຫຍ່ປະກອບສ່ວນເອົາບັນດາການລົງທຶນທີ່ມີກອງທຶນຕ່າງໆມາພັດທະນາໝາຍວ່າໃຫ້ປະຊາຊົນເຂົ້າຮ່ວມ ແລະ ມີສ່ວນຮ່ວມໃນບັນດາໂຄງການດັ່ງກ່າວໃຫ້ຫຼາຍຂຶ້ນ ເພື່ອໃຫ້ມີຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ດີຂຶ້ນແລະ ສືບຕໍ່ມູນເຊື້ອດຸໝັ່ນ,ວິລະຊົນເອົາມາເປັນມູນເຊື້ອໃນການພັດທະນາ,ເຖິງແມ່ນວ່າພາຍໃນແຂວງຈະມີຫຼາຍເຜົ່າຢູ່ຮ່ວມກັນ ແຕ່ກໍມີຄວາມປອງດອງສາມັກຄີ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໂດຍສະເພາະໃນໄລຍະມີພັກນຳພາ ແລະ ມີແນວທາງທີ່ຖືກຕ້ອງເຫັນວ່າປະຊາຊົນມີຄວາມເຂົ້າໃຈ ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ຄວາມສາມັກຄີບັນດາເຜົ່າແມ່ນໄດ້ຖືເອົາອົງການຈັດຕັ້ງຂອງພັກໂດຍສະເພາະສະມາຊິກພັກຕ້ອງໄດ້ສືບຕໍ່ນຳພາການເມືອງແນວຄິດໃຫ້ປະຊາຊົນເຂົ້າໃຈສະພາບລວມໃນປັດຈຸບັນ,ໃນນັ້ນພ້ອມກັນປະຕິບັດມະຕິ 04 ໃນການສ້າງເສດຖະກິດເອກກະລາດເປັນເຈົ້າຕົນເອງ, ຕ້ອງເລີ່ມຈາກຄອບຄົວ,ປະຊາຊົນຕ້ອງຮູ້ຈັກປະຢັດ,ສະສົມ,ກຸ້ມຕົນເອງເພິ່ງພາຕົນເອງ,ບໍ່ເອື່ອຍອີງ,ບໍ່ລໍຄອຍການຊ່ວຍເຫຼືອ,ຕ້ອງຫັນປ່ຽນແນວຄິດ,ພວກເຮົາມີຊັບພະຍາກອນ,ດິນ,ນໍ້າ,ມີແນວທາງທີ່ຖືກຕ້ອງ,ມີກົດໝາຍ,ມີກົນໄກນຳພາທີ່ເປັນລະບົບຄົບຖ້ວນໂດຍໄດ້ໃຫ້ພະນັກງານສະມາຊິກພັກການນຳເປັນແບບຢ່າງໃນການຈັດຕັ້ງການປະຕິບັດ.

ທ່ານກ່າວໃຫ້ຮູ້ຕື່ມວ່າ:ໃນປີ 2024ຜ່ານມາເສດຖະກິດມີການຂະຫຍາຍຕົວໃນລະດັບ6% ຂອງ GDPມີມູນຄ່າ2,984ຕື້ກີບ. ໃນນັ້ນ:ຂະແໜງກະສິກຳເພີ່ມຂຶ້ນ4.32% ກວມເອົາ62.81%.ຂະແໜງອຸດສາຫະກຳເພີ່ມຂຶ້ນ7.10% ກວມເອົາ22.51%.ຂະແໜງບໍລິການເພີ່ມຂຶ້ນ6.84% ກວມເອົາ14.68% ຂອງGDP.ສາມາດເກັບລາຍຮັບໄດ້632.62 ຕື້ກີບລື່ນແຜນ211.61%, ໃນນັ້ນ: ພູດຂອງສູນກາງ127.21ຕື້ກີບແລະພູດຂອງທ້ອງຖິ່ນ505.07ຕື້ກີບ; ການລົງທຶນພາກເອກະຊົນພາຍໃນແລະຕ່າງປະເທດແມ່ນມີບັນຍາກາດຟົດຟື້ນເປັນຕົ້ນ: ໂຄງການເຂື່ອນໄຟຟ້າເຊກະໝານ3, ໂຄງການຂຸດຄົ້ນ-ປຸງແຕ່ງຖ່ານຫີນ, ໂຄງການພະລັງງານລົມ 600 ເມກະວັດມີຄວາມຄືບໜ້າ 90% ຄາດວ່າຈະປະຕິບັດສຳເລັດໃນປີ 2025 ແລະຈະທົດລອງຜະລິດກະແສໄຟຟ້າ 300 ເມກະວັດ, ຈະສົ່ງກະແສໄຟຟ້າອອກຂາຍໄປປະເທດຫວຽດນາມໃນເດືອນ 3-4 ປີ 2025 ນີ້ແລະໃນທ້າຍປີແມ່ນຈະໄດ້ຜະລິດເຕັມອັດຕາ 600 ເມກະວັດ; ສຳລັບໂຄງການລົງທຶນດ້ານກະສິກຳກໍເປັນຂະບວນການຟົດຟື້ນຊຶ່ງສາມາດສ້າງວຽກເຮັດງານທຳໃຫ້ແກ່ຄົນທ້ອງຖິ່ນຢ່າງຫຼວງຫຼາຍ, ສາມາດຫຼຸດຜ່ອນແລະສະກັດກັ້ນການໄປອອກແຮງງານຢູ່ຕ່າງປະເທດ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ