ປີ2024ລັດວິສາຫະກິດຖືຮຸ້ນລາວສ້າງລາຍຮັບໄດ້ 75.99 ລ້ານໂດລາ

ປີ2024ລັດວິສາຫະກິດຖືຮຸ້ນລາວສ້າງລາຍຮັບໄດ້ 75.99 ລ້ານໂດລາ

ປີ2024ລັດວິສາຫະກິດຖືຮຸ້ນລາວສ້າງລາຍຮັບໄດ້ 75.99 ລ້ານໂດລາ
ລັດວິສາຫະກິດຖືຮຸ້ນລາວ(ລຮລ)ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2024 ແລະທິດທາງ-ແຜນການປີ 2025ຂຶ້ນໃນວັນທີ9ເມສານີ້ທີ່ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານຈັນສະແຫວງບຸນຍົງຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່, ມີຄະນະສະພາບໍລິຫານລຮລ, ຫ້ອງການ, ບັນດາກົມແລະສະຖາບັນຈາກກະຊວງພະລັງງານແລະບໍ່ແຮ່ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານມານະສິນວົງໄຊຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວໄດ້ລາຍງານຜົນສໍາເລັດການດໍາເນີນທຸລະກິດປະຈໍາປີ 2024 ໄດ້ຍົກໃຫ້ເຫັນວ່າ: ປີ 2024ຜ່ານມາ,ລຮລສາມາດສ້າງລາຍຮັບໄດ້ 75.99 ລ້ານໂດລາລື່ນແຜນປີ 28.50%, ທຽບໃສ່ປີ 2023 ເພີ່ມຂຶ້ນ 50.42%, ມີຜົນກຳໄລ 49.45 ລ້ານໂດລາ ທຽບໃສ່ປີ 2023 ເພີ່ມຂຶ້ນ 126.17%. ນອກຈາກນີ້, ລຮລຍັງໄດ້ຊຳລະຕົ້ນທຶນ-ດອກເບັ້ຍຕາມສັນຍາກູ້ຢືມຕໍ່ໃຫ້ກະຊວງການເງິນ 53.08 ລ້ານໂດລາ, ປະຕິບັດພັນທະອາກອນຕ່າງໆ 8.22 ລ້ານໂດລາແລະຊຳລະໜີ້ເງິນກູ້ໃຫ້ທະນາຄານທຸລະກິດພາຍໃນປະເທດຕາມສັນຍາ, 4 ໂຄງການທີ່ລຮລຮ່ວມຖືຮຸ້ນສາມາດຜະລິດໄຟຟ້າລວມກັນໄດ້ທັງໝົດ 21,687 ລ້ານກິໂລວັດໂມງ (kWh) ໃນນັ້ນມີ: ໂຄງການໄຟຟ້ານໍ້າເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍແລະໂຄງການໄຟຟ້ານໍ້າງຽບ 1. ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1,289 ລ້ານໂດລາ, ລວມພັນທະທີ່ໄດ້ມອບໃຫ້ລັດຖະບານ 98.7 ລ້ານໂດລາ(ຄ່າພາກຫຼວງ 39.16 ລ້ານໂດລາ, ອາກອນກຳໄລ 42.79 ລ້ານໂດລາແລະຄ່າທໍານຽມແຮ່ທາດ 16.75 ລ້ານໂດລາ), ນອກຈາກນັ້ນ, ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນປະຈຳປີ 2024

ທ່ານກ່າວຕື່ມວ່າ:ສໍາລັບທິດທາງ-ແຜນການປີ 2025 ລຮລຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ,ເອົາໃຈໃສ່ມອບພັນທະອາກອນຕ່າງໆໃຫ້ລັດຖະບານຢ່າງຄົບຖ້ວນ,ຄົ້ນຄ້ວາການເຂົ້າຮ່ວມລົງທຶນໃນໂຄງການໃໝ່ໂດຍສະເພາະແມ່ນສຶກສາຄວາມເປັນໄດ້ໃນການຮ່ວມມືພັດທະນາໂຄງການພະລັງງານສະອາດກັບຕ່າງປະເທດຕື່ມອີກ. ຄຽງຄູ່ກັນນີ້, ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດແລະໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີທີ່ສຸດເພື່ອເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີກຳໄລຍືນຍົງເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານທຸລະກິດ “ລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນແລະຜູ້ສະໜອງທຶນ;ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ;ບໍລິຫານລາຍຮັບແລະລາຍຈ່າຍຢ່າງໂປ່ງໃສ”ໃນພິທີຍັງໄດ້ຈັດມີພິທີມອບໃບຍ້ອງຍໍໃຫ້ແກ່ພະນັກງານລັດວິສາຫະກິດລຮລທີ່ມີຜົນງານດີເດັ່ນປະຈຳປີ 2024ຜ່ານມາແລະໄດ້ຮັບຟັງການໂອ້ລົມແລະໃຫ້ທິດຊີ້ນໍາຈາກທ່ານຈັນສະແຫວງບຸນຍົງເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ລຮລໃນການຈັດຕັ້ງປະຕິບັດວຽກງານໃນຊຸມປີຕໍ່ໜ້າໃຫ້ມີຜົນສຳ

ເລັດເປັນກ້າວໆ,

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ພະນັກງານສະມາຊິກພັກ, ພະນັກງານລັດຖະກອນຫຼັກແຫຼ່ງພາຍໃນຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ເຊື່ອມຊຶມມະຕິ 3 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຕ່າງໆທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 19 ພຶຶດສະພານີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ.
ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ວັນທີ 19 ພຶດສະພານີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025), ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/ 2025), ວັນເກີດປະທານ ໂຮ່ຈີ່ມິນ ຄົບຮອບ 135 ປີ (19/5/1890-19/5/2025) ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ຄົບຮອບ 80 ປີ (9/5/1945-9/5/2025) ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການປາຖະກະຖາຂອງສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ໃນອາທິດຜ່ານມາ, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະບ້ານ, 6 ບ້ານ ໃນເຂດກຸ່ມບ້ານວັງຕັດ ຄື: ບ້ານໜອງໄກ່ໂອກ, ວັງຕັດນ້ອຍ, ວັງຕັດໃຫຍ່, ດາກບ໋ອກ, ຢຽງດາກ ແລະ ບ້ານນ້ຳຈາ ເພື່ອສືບຕໍ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນໃນ 6 ບ້ານ ເຮັດການຜະລິດເປັນສິນຄ້າໂດຍສະເພາະ ການປູກກາເຟ ແລະ ໄມ້ໃຫ້ໝາກອື່ນໆ ຕາມທ່າແຮງທີ່ເໝາະສົມ ໃນເຂດພື້ນທີ່ດັ່ງກ່າວ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຊຸມຊົນ.
ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ບໍລິສັດ ລາວ ນິວຕຣ້າ (Laos Nutra) ໄດ້ຈັດສໍາມະນາ ໃນຫົວຂໍ້ ກິນອາຫານເປັນຢາ ຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ ທີ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງບໍລິສັດແມ່ນຈໍາໜ່າຍຜະລິດຕະພັນໃນຮູບແບບອາຫານເປັນຢາ ທີ່ເປັນນໍ້າໝາກໄມ້ ຜະລິດ ແລະ ສະກັດຈາກ ໝາກໄມ້ສົດ 100% ມີງານວິໄຈຮອງຮັບວ່າສາມາດ ຕ້ານ, ຊ້ອມແຊມບໍາບັດດ້ານໂຣກເຊື່ອມໄດ້ດີ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ແພງສີ ພົມມະວັນ ຜູ້ອໍານວຍການບໍລິສັດ ນິວຕຣ້າ; ມີບັນດາຄູ່ຮ່ວມ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ໂດຍ: ວັນໄຊ ຕະວິນຍານ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ຍາມໃດກໍເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກ ທໍາລາຍປ່າໄມ້ ຢ່າງເຂັ້ມງວດ.
ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ໂດຍ: ສຳນານ ພົມພັກດີ ພັກ-ລັດຖະບານ ເວົ້າລວມກໍຄືກະຊວງການເງິນຈະຫັນວຽກງານຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ ໂດຍປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ຫຼື ໂຄງການ DRMM ຊຶ່ງຈະເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້
ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ວັນທີ 19 ພຶດສະພານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງ.
ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ເພີ່ມເຕີມ