ປີນີ້ ກາແດງກຽມພ້ອມຫຼາຍດ້ານຊ່ວຍເຫຼືອວຽກງານສຸກເສີນໄພພິບັດ

ປີນີ້ ກາແດງກຽມພ້ອມຫຼາຍດ້ານຊ່ວຍເຫຼືອວຽກງານສຸກເສີນໄພພິບັດ
ໂດຍ: ສຳນານ ພົມພັກດີ
ກາແດງກຽມຄວາມພ້ອມສະໜອງນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມໃນພາວະສຸກເສີນໃຫ້ແກ່ຜູ້ປະສົບໄພຈາກໄພພິບັດ,ໃນຂະນະດຽວກັນຈະຂົນຂວາຍແຫຼ່ງທຶນ ແລະ ອຸປະກອນ ເພື່ອສະໜັບສະໜູນວຽກງານກູ້ໄພສຸກເສີນໃຫ້ມີຄວາມເຂັ້ມແຂງ,ຮັບປະກັນ ການຊ່ວຍເຫຼືອສຸກເສີນແກ່ຜູ້ບາດເຈັບຈາກອຸບັດເຫດ,ເຈັບເປັນກະທັນຫັນ ແລະ ໄພພິບັດຕ່າງໆ.
ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວໃຫ້ຮູ້ວ່າ: ປີ 2024,ວຽກງານການສົ່ງເສີມສຸຂະພາບຂັ້ນພື້ນຖານຈະຂົນຂວາຍແຫຼ່ງທຶນເພື່ອສະໜອງໃຫ້ແກ່ວຽກງານສົ່ງເສີມສຸຂະພາບຂັ້ນພື້ນຖານເປັນຕົ້ນ ການສະໜອງນໍ້າ, ສຸຂາພິບານ, ສົ່ງເສີມສຸຂານາໄມ, ໂພຊະນາການ, ແມ່ ແລະ ເດັກ, ການປ້ອງກັນພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ສົ່ງເສີມສຸຂະພາບຜູ້ສູງອາຍຸ ແລະ ຄົນພິການ,ກະກຽມຄວາມພ້ອມ ແລະ ສະໜອງນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມໃນພາວະສຸກເສີນໃຫ້ແກ່ຜູ້ປະສົບໄພ ຈາກໄພພິບັດຕ່າງໆ,ສືບຕໍ່ສະໜອງລະບົບນໍ້າສະອາດ ແລະ ວິດຖ່າຍໃຫ້ໂຮງຮຽນ ແລະ ບ້ານທີ່ຫ່າງໄກສອກຫຼີກ ແລະ ບ້ານທີ່ມີຄວາມສ່ຽງ ຕໍ່ກັບໄພພິບັດທາງທຳມະຊາດ,ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳສົ່ງເສີມສຸຂະພາບຜູ້ອາຍຸສູງ ຢູ່ 5 ບ້ານ ເມືອງສັງທອງນະຄອນຫຼວງວຽງຈັນ, ອົບຮົມ ຄະນະກຳມະການ ແລະ ອາສາສະໝັກບ້ານ, ສະໜອງອຸປະກອນສົ່ງເສີມສຸຂະພາບຈຳເປັນໃຫ້ອາສາສະໝັກບ້ານ,ຈັດກອງປະຊຸມຜູ້ອາຍຸສູງ, ກິດຈະກຳກຸ່ມຜູ້ອາຍຸສູງ, ການຕິດຕາມຊຸກຍູ້, ຈັດກອງປະຊຸມຖອດຖອນບົດຮຽນ,ສືບຕໍ່ກິດຈະກຳກວດທາງພັນທຸກຳການໄດ້ຍິນ, ການສະໜອງອຸປະກອນ ແລະ ນໍ້າຢາກວດເລືອດ, ການອົບຮົມດ້ານວິຊາການ, ການກວດກຸ່ມເປົ້າໝາຍ, ການວິເຄາະຕົວຢ່າງກຸ່ມເປົ້າໝາຍ, ການສະໜອງເຄື່ອງຟັງການໄດ້ຍິນ ຊຶ່ງໄດ້ຮັບຈາກມູນນິທິພົວພັນຮ່ວມມືສາກົນ ນະຄອນເສີນເຈີ້ນ,ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ເຮສໄອວີ/ເອດ, ສຸຂະພາບຈິດ ແລະ ການຊ່ວຍເຫຼືອທາງດ້ານຈິດໃຈ ແລະ ການໃຊ້ຢາທີ່ເປັນອັນຕະລາຍຂອງກຸ່ມເປົ້າໝາຍໄດ້ຮັບການປັບປຸງ, ການປິ່ນປົວ ARV ແບບຍືນຍົງສໍາລັບຜູ້ເຄື່ອນຍ້າຍທີ່ຕິດເຮສໄອວີ/ເອດ, ເສີມສ້າງການຮ່ວມມືລະຫວ່າງບັນດາຄູ່ຮ່ວມງານ ແລະ ສ້າງຂີດຄວາມສາມາດຂອງຄູ່ຮ່ວມງານໂດຍຜ່ານການຕິດຕາມ ແລະ ປະເມີນຜົນ,ສືບຕໍ່ລົງໂຄສະນາຕ້ານເອດ, ຕ້ານການຈຳແນກ ແລະ ລັງກຽດຂອງຜູ້ຕິດເຊື້ອເອດຢູ່ເມືອງຢ່າງໜ້ອຍໃຫ້ໄດ້ 10 ບ້ານ, ຄາດຄະເນຜູ້ເຂົ້າຮ່ວມປະມານ 400 ຄົນ ແລະ ປຸກລະດົມໃຫ້ຜູ້ທີ່ຕິດເຊື້ອ HIV/AIDS ເຂົ້າເຖິງສະຖານທີ່ບໍລິການ ສາທາລະນະສຸກແລະຢາ ARV.
ໃນຂະນະດຽວກັນການປະຖົມພະຍາບານ:ສືບຕໍ່ຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ ອົງການກາແດງແຫ່ງຊາດລາວ ຢູ່ 6 ແຂວງ ເປົ້າໝາຍ, ຝຶກອົບຮົມປະຖົມພະຍາບານແກ່ຄູຝຶກ ແລະ ນັກຮຽນ 24 ໂຮງຮຽນ ພາຍໃນເທດສະບານແຂວງ 4 ຄັ້ງ,ຈັດກິດຈະກຳສະເຫຼີມສະຫຼອງວັນປະຖົມພະຍາບານໂລກ,ຝຶກອົບຮົມປະຖົມພະຍາບານ ແບບເກັບຄ່າໃຫ້ໄດ້ 30 ຄັ້ງ,ຝຶກອົບຮົມຄູຝຶກປະຖົມພະຍາບານ, ປະຖົມພະຍາບານດ້ານຮ່າງກາຍ ແລະ ຈິດໃຈ ໃຫ້ໄດ້ 1.000 ຄົນ,ສ້າງຄູຝຶກປະຖົມພະຍາບານໃຫ້ໄດ້ 55 ຄົນ,ສ້າງອາສາສະໝັກປະຖົມພະຍາບານ ໃຫ້ໄດ້ 500 ຄົນ,ໃຫ້ການບໍລິການປະຖົມພະຍາບານແກ່ສັງຄົມ ໃນງານບຸນປະເພນີຂອງຊາດ ແລະ ງານສັງຄົມອື່ນໆ,ປະກອບສ່ວນເຂົ້າໃນການສິດສອນປະຖົມພະຍາບານໃນສະຖາບັນການສຶກສາ.
ໃນນັ້ນ, ການກູ້ໄພສຸກເສີນຈະຂົນຂວາຍແຫຼ່ງທຶນ ແລະ ອຸປະກອນ ເພື່ອສະໜັບສະໜູນວຽກງານກູ້ໄພສຸກເສີນໃຫ້ມີຄວາມເຂັ້ມແຂງ, ຮັບປະກັນການຊ່ວຍເຫຼືອສຸກເສີນແກ່ຜູ້ບາດເຈັບຈາກອຸບັດເຫດ, ເຈັບເປັນກະທັນຫັນ ແລະ ໄພພິບັດຕ່າງໆ, ນໍາສົ່ງໄປໂຮງໝໍຂະຫຍາຍໜ່ວຍກູ້ໄພສຸກເສີນຢ່າງໜ້ອຍ 2 ແຂວງສະຫວັນນະເຂດ ແລະ ບໍລິຄໍາໄຊ ແລະ ຈັດຝຶກອົບຮົມການແພດສຸກເສີນ ໃຫ້ແກ່ພະນັກງານ ແລະ ອາສາສະໝັກກູ້ໄພສຸກເສີນ,ສ້າງອາສາສະໝັກກູ້ໄພສຸກເສີນ ໃຫ້ໄດ້ 50 ຄົນ,ສືບຕໍ່ຊ່ວຍເຫຼືອສຸກເສີນຜູ້ໄດ້ຮັບບາດເຈັບຈາກອຸບັດຕິເຫດ ເຈັບເປັນກະທັນຫັນ, ໄພພິບັດຕ່າງໆ, ນໍາສົ່ງຄົນເຈັບໄປໂຮງໝໍ,ສືບຕໍ່ຮ່າງລະບຽບການຄຸ້ມຄອງລະບົບການເງິນໜ່ວຍກູ້ໄພສຸກເສີນ, ປັບປຸງປຶ້ມຄູ່ມືກູ້ໄພສຸກເສີນ, ຄູ່ມືສື່ໂຄສະນາ ການຂັບຂີ່ປອດໄພ,ສົ່ງເສີມກິດຈະກຳການຂັບຂີ່ປອດໄພ ພາຍໃນໂຮງຮຽນຢ່າງໜ້ອຍ 2 ໂຮງຮຽນ,ສືບຕໍ່ປະສານງານກັບກອງເລຂາຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ກ່ຽວກັບການກູ້ໄພສຸກເສີນແລະ ການຂັບຂີ່ປອດໄພ ແລະ ໂຄງການພັດທະນາ ແລວທາງເສດຖະກິດ ອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມ ຈອດ-ເຊື່ອມໂຍງ ຢູ່ແຂວງໄຊຍະບູລີ, ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ, ຫຼວງນໍ້າທາ,ກະກຽມຄວາມພ້ອມໃນການມອບໂອນໜ່ວຍກູ້ໄພສຸກເສີນໃຫ້ກາແດງນະຄອນຫຼວງ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ