ເຊກອງຈະສູ້ຊົນເກັບລາຍຮັບໃຫ້ໄດ້ 617 ຕື້ກີບ

ປີນີ້, ເຊກອງຈະສູ້ຊົນເກັບລາຍຮັບໃຫ້ໄດ້ 617 ຕື້ກີບ

ປີນີ້, ເຊກອງຈະສູ້ຊົນເກັບລາຍຮັບໃຫ້ໄດ້ 617 ຕື້ກີບ
ປີ 2025 ນີ້, ແຂວງເຊກອງ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 617.01 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 106.38%. ໃນນີ້, ພູດສູນກາງປະຕິບັດຢູ່ທ້ອງຖິ່ນ 95.30 ຕື້ກີບ ເພີ່ມຂຶ້ນ 23.3%

ແລະ ພູດທ້ອງຖິ່ນ (ພູດຂອງແຂວງ) 521.71 ຕື້ກີບ ເພີ່ມຂຶ້ນ 135.12%. ສ່ວນການປະຕິບັດລາຍຈ່າຍໃຫ້ຢູ່ໃນລະດັບ 488.66 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 7.14%.

ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນຜ່ານມາ ວ່າ: ແຜນລາຍຮັບງົບປະມານ ຂອງແຂວງປະຈໍາປີ 2025 ເປັນແຜນ ທີ່ກ້າວກະໂດດທຽບໃສ່ປີ 2024 ພ້ອມທັງເປັນໜຶ່ງໃນ 9 ແຂວງທົ່ວປະເທດ ເປັນແຂວງກຸ້ມຕົນເອງ ແລະ ເກີນດຸນທາງດ້ານລາຍຮັບ-ລາຍຈ່າຍງົບປະມານ. ສະນັ້ນ, ຂະແໜງການເງິນທົ່ວແຂວງ ຕ້ອງເອົາໃຈໃສ່ສຶກສາອົບຮົມ, ຄົ້ນຄວ້າເຊື່ອມຊຶມແນວທາງຂອງພັກ, ແຜນນະໂຍບາຍຂອງລັດ, ປຸກລະດົມສະມາຊິກພັກ, ພະນັກງານປະຕິບັດໜ້າທີ່ວຽກງານ ດ້ວຍບາດກ້າວບຸກທະລຸທີ່ແຂງແຮງກວ່າເກົ່າ; ລົງໂຄສະນາເຜີຍກົດໝາຍ-ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບວຽກງານລາຍຮັບໃຫ້ທົ່ວສັງຄົມເຂົ້າໃຈ, ຮູ້ແຈ້ງເສຍ ແລະ ມອບລາຍຮັບປະເພດຕ່າງໆເຂົ້າງົບປະມານລັດ ຕາມກົດໝາຍກໍານົດ; ສືບຕໍ່ເອົາຂໍ້ມູນຫົວໜ່ວຍທຸລະກິດ ເຂົ້າໃນລະບົບຄຸ້ມຄອງລາຍຮັບແບບທັນສະໄໝ, ອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ທັງພາກລັດ ແລະ ເອກະຊົນ, ປະເມີນຫົວໜ່ວຍທີ່ມີເງື່ອນໄຂເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ຕິດຕາມ ວຽກງານລາຍຮັບຄ່າທໍານຽມທາງ-ພາສີທີ່ດິນ ແລະ ລາຍຮັບວິຊາການຢ່າງເຂັ້ມງວດ; ຕ້ານ ແລະ ສະກັດກັ້ນ ການລັກລອບໜີພາສີທຸກຮູບແບບ, ການຄ້າ-ຂາຍເຖື່ອນ; ເກັບກໍາຂໍ້ມູນ, ຂຶ້ນບັນຊີຊັບສິນຂອງລັດ, ຄຸ້ມຄອງຖານລາຍຮັບ ຄ່າພາກຫລວງ, ຄ່າຊັບພະຍາກອນ ແລະ ຄ່າເຊົ່າ-ສໍາປະທານໃຫ້ສອດຄ່ອງຕາມລະບຽບກົດໝາຍ.ພ້ອມກັນນີ້, ເອົາໃຈໃສ່ປະຕິບັດລາຍຈ່າຍ ໂດຍຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜູນ-ນະໂຍບາຍ ແລະ ຊ່ວຍໜູນຕ່າງໆເປັນບູລິມະສິດ ໂດຍໃຫ້ຂະແໜງການແຂວງ-ເມືອງຈັດສັນໃຫ້ພຽງພໍ ເພື່ອຮັບປະກັນປະຕິບັດລາຍຈ່າຍໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ຫັນການຄຸ້ມຄອງລາຍຈ່າຍໄປສູ່ລະບົບທັນສະໄໝ, ກະທັດຮັດ ແລະ ວ່ອງໄວ, ປະຕິບັດມາດຕະການປະຢັດ-ຕ້ານການຟູມເຟືອຍ, ດໍາເນີນການກວດກາຫຼັງການຈ່າຍງົບປະມານແຕ່ລະໄລຍະຢ່າງເຂັ້ມງວດ ເພື່ອຈໍາກັດການລະເມີດວິໄນການເງິນ ແລະ ເພື່ອຮັບປະກັນໃຫ້ການນໍາໃຊ້ງົບປະມານແຫ່ງລັດ ຖືກຕ້ອງຕາມເປົ້າໝາຍ ແລະ ມີປະສິດທິຜົນ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ