ປີຜ່ານມາ ເມືອງເງິນມີພົ້ນງານພົ້ນເດັ່ນຫຼາຍດ້ານ

ປີຜ່ານມາ ເມືອງເງິນມີພົ້ນງານພົ້ນເດັ່ນຫຼາຍດ້ານ
ກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ມັງກອນນີ້ ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ,ມີຫົວໜ້າຫ້ອງການແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງອົງການປົກຄອງເມືອງ ປະຈຳປີ 2023 ແລະທິດທາງແຜນວຽກຈຸດສຸມປະຈຳປີ 2024 ຊຶ່ງໄດ້ຍົກໃຫ້ເຫັນ ໃນໄລຍະ 1 ປີຜ່ານມາໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຢ່າງເປັນລະບົບຕໍ່ເນື່ອງ ດ້ວຍຈິດໃຈບຸກທະລຸ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 5,38%, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 539,05 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 26,7 ລ້ານກີບ/ຄົນ/ປີ;ຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 9,03 ຕື້ກີບ, ໄດ້ລື່ນແຜນ 40,85% ຂອງແຜນການ,ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 2,56 ຕື້ກີບປະຕິບັດໄດ້ 99,60% ຂອງແຜນການປີ, ສາມາດເບີກຈ່າຍເງິນບໍລິຫານ ແລະອື່ນໆໄດ້ສໍາເລັດ, ອັນພົ້ນເດັ່ນແມ່ນໄດ້ນໍາໃຊ້ລະບົບທັນສະໄໝ (TaxRis) ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບຢູ່ພາຍໃນເມືອງໄດ້ທັງໝົດ 219 ຫົວໜ່ວຍ;ສໍາຫຼວດຂໍ້ມູນຕອນດິນເພື່ອເຂົ້າລະບົບທັນສະໄໝໄດ້ 3 ບ້ານ ມີ 313 ຕອນ. 
ໃນຂະນະທີ່ການຜະລິດກະສິກຳ ເຫັນວ່າເປັນຂະບວນການຟົດຟື້ນ ສາມາດຄໍ້າປະກັນສະບຽງອາຫານໄດ້ຢ່າງພຽງພໍ ການຜະລິດສິນຄ້າກະສິກຳສົ່ງອອກມີປະລິມານເພີ່ມຂຶ້ນພືດທີ່ພົ້ນເດັ່ນແມ່ນມັນຕົ້ນມີເນື້ອທີ່ 2.866,97 ເຮັກຕາປັດຈຸບັນພວມເກັບກູ້ຜົນຜະລິດ,ອັນພົ້ນເດັ່ນແມ່ນໄດ້ຊຸກຍູ້ສົ່ງເສີມໃຫ້ສ້າງຕັ້ງໂຮງງານປຸງແຕ່ງຜົນຜະລິດກະສິກໍາຂັ້ນຕົ້ນ ເຊັ່ນ: ໂຮງອົບແຫ້ງສາລີ,ໝາກເດືອຍ ແລະອື່ນໆ.
ສ່ວນການສົ່ງອອກ-ນໍາເຂົ້າສິນຄ້າຜ່ານດ່ານສາກົນນໍ້າເງິນ ມີມູນຄ່າທັງໝົດ 1.073 ລ້ານໂດລາເທົ່າກັບ 98%ຂອງແຜນການປີ, ໃນນີ້ມູນຄ່າການສົ່ງອອກ 96,160 ໂດລາ ແລະນໍາເຂົ້າ 977 ລ້ານໂດລາ, ອັນພົ້ນເດັ່ນແມ່ນໄດ້ສົມທົບກັບທະນາຄານໃນການຊຸກຍູ້ການນໍາໃຊ້ສະກຸນເງິນກີບ ແລະໄດ້ຜັນຂະຫຍາຍແຈ້ງການ ຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງ, ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນເມືອງ.
ໄດ້ຂະຫຍາຍໄຟຟ້າເຍືອງທາງລະບົບແສງຕາເວັນໄດ້ 4 ບ້ານ; ດ້ານພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ກໍ່ສ້າງ-ສ້ອມແປງເສັ້ນທາງຄົມມະນາຄົມເຊື່ອມຕໍ່ພາຍໃນເມືອງ ຫາ ບ້ານ, ເສັ້ນທາງຮ່ອມບັນດາບ້ານເທດສະບານ ແລະເຂດຊົນນະບົດໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ;ໄດ້ກໍ່ສ້າງຍົກລະດັບປູຢາງ ທາງຮ່ອມພາຍໃນເມືອງມີ 5 ບ້ານ.
ຈາກນັ້ນ, ແຕ່ລະຂະແໜງການຂອງເມືອງ-ບ້ານ ກໍໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາເພື່ອຊອກໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ.
ຂ່າວ-ພາບ: ອິນແປງ ແຫວນຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 20 ສິງຫານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ອອກພັກການ ຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີພະນັກງານການນໍາແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ວັນທີ 20 ສິງຫານີ້ ຢູ່ຫ້ອງປະຊຸມພະແນກການເງິນແຂວງຫຼວງພະບາງ ໄດ້ຈັດປະຊຸມປຶກສາຫາລື ກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ຂອງແຂວງຂຶ້ນ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນການເງິນແຂວງ, ພ້ອມດ້ວຍຄະນະພະແນກ ແລະວິຊາການຂອງພະແນກ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ເພື່ອລົງແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ແຮ່ທາດ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະຊີ້ນໍາລວມຄະນະສະເພາະກິດ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.
ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບດ້ວຍຫຼາຍຮູບການ ແລະ ວິທີການ ທັງທາງກວ້າງ ແລະ ທາງເລິກ ຢ່າງເປັນປົກກະຕິ, ແທດເຖິງແຕ່ລະເປົ້າໝາຍ ຕິດພັນກັບການສ້າງຂະບວນການຕ່າງໆ. ຄຽງຄູ່ກັນນັ້ນ, ເວລາໃດກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບເປັນຕົ້ນຕໍ.
ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກຳຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ວັນຢຶດອຳນາດ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ; ມີບັນດາສະຫາຍພາຍໃນຄະນະພັກ ນະຄອນຫຼວງວຽງຈັນ (ນວ), ກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນຄວາມສະຫງົບ ນວ ພ້ອມດ້ວຍບັນດາສະຫາຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ໃນວັນທີ 19 ສິງຫາ ນີ້ ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ດໍາເນີນກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການປະທານສະພາບໍລິຫານ ທຫລ ຊຶ່ງມີຮອງປະທານສະພາບໍລິຫານ, ສະມາຊິກສະພາບໍລິຫານ, ຮອງຜູ້ວ່າການ ທຫລ ແລະ ບັນດາກົມທີ່ກ່ຽວຂ້ອງ ທຫລ ເຂົ້າຮ່ວມ.
ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ໃນວັນທີ 20 ສິງຫາ ນີ້ ທີ່ຫ້ອງປະຊຸມຊັ້ນ 2 ສໍານັກງານສະພາທິດສະດີສູນກາງພັກ (ຫຼັກ6), ສະພາທິດສະດີສູນກາງພັກ (ສພທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານ ສພທ; ມີບັນດາສະຫາຍຄະນະປະຈໍາ ສພທ, ສະມາຊິກ ສພທ ແລະ ພະນັກງານຫຼັກແຫຼ່ງຫ້ອງການ ສພທ ເຂົ້າຮ່ວມ.
ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ 408 ລ້ານກີບ ແລະ ຊ່ວຍເຫຼືອເຂົ້າໃນວຽກງານໄພພິບັດ ນໍ້າຖ້ວມ ມູນຄ່າ 300 ລ້ານກີບ. ໃນນີ້, ເງິດສົດ ແລະ ເຄື່ອງອຸປະໂພກ ປະກອບມີ: ເຂົ້າສານ 2 ໂຕ່ນ, ໝີ່ 10 ແກັດໃຫຍ່, ປາກະປ໋ອງ 10 ແກັດ ແລະ ນໍ້າດື່ມ 100 ແພັກ ລວມມູນຄ່າທັງໝົດ 708 ລ້ານກີບ, ຕາງໜ້າມອບໂດຍທ່ານ ເຈິ່ງ ໂຢວເຢ່ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໃນຕອນເຊົ້າວັນທີ 19 ສິງຫານີ້ ທີ່ສະໂມສອນໃຫຍ່ແຂວງໄຊຍະບູລີ ໄດ້ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກຂຶ້ນ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.
ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ເພີ່ມເຕີມ