ໃນບົດລາຍງານ “ໂລກໜີ້ສິນ” ສະບັບຫຼ້າສຸດ, ກອງປະຊຸມການຄ້າ ແລະ ການພັດທະນາຊີ້ອອກວ່າ, ນັບແຕ່ປີ 2010 ເປັນຕົ້ນມາ, ຈັງຫວະເພີ່ມຂຶ້ນຂອງໜີ້ສິນສາທາລະນະຂອງປະເທດທີ່ພວມພັດທະນາ ແມ່ນ 2 ເທົ່າຂອງອົງກອນເສດຖະກິດພັດທະນາ, ໃນປີ 2024 ໄດ້ບັນລຸ 31,000 ຕື້ໂດລາ. ນອກນັ້ນ, ປະເທດທີ່ພວມພັດທະນາຍັງຕ້ອງແບກຫາບຕົ້ນທຶນໜີ້ສິນທີ່ສູງເກີນໄປ, ດອກເບ້ຍຂອງໜີ້ສິນໃນປີ 2024 ມີເຖິງ 921 ຕື້ໂດລາ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2023.
ບົດລາຍງານລະບຸວ່າ: ໂຄງປະກອບການທະນາຄານສາກົນຈຳເປັນຕ້ອງໄດ້ຮັບການປະຕິຮູບ, ເພື່ອຊ່ວຍເຫຼືອປະເທດຕ່າງໆ, ໂດຍສະເພາະປະເທດທີ່ພວມພັດທະນາຫ້າງຫາທຶນການພັດທະນາອະນາຄົດ ດ້ວຍຮູບແບບທີ່ຍືນຍົງກວ່າເກົ່າ ແລະ ຖືກກວ່າ.
ຄໍາເຫັນ