ໃນການປ່ອນບັດປິດລັບທີ່ດຳເນີນໃນວັນດຽວກັນ, ທ່ານ ຄາລິລູຣ ຣາມານ ຍາດໄດ້ບັດສະໜັບສະໜູນ 99 ບັດ ສູງກວ່າຈຳນວນບັດທີ່ ທ່ານ ອັນເດຣຍສ ຄາຄູຣິສ ນັກການທູດ ສ ໄຊປຣັດ ຍາດໄດ້ບັດສະໜັບສະໜູນພຽງແຕ່ 91 ບັດ. ເປັນອັນວ່າ, ທ່ານ ຄາລິລູຣ ຣາມານ ຈະຮັບດຳລົງບົດບາດເປັນປະທານສະມັດຊາໃຫຍ່ ສປຊ ຈາກປະທານຄົນເກົ່າ ທ່ານນາງ ແອນນາເລນ່າ ແບຣບັອກ ອະດີດລັດຖະມົນຕີການຕ່າງປະເທດ ເຢຍລະມັນ ໃນເດືອນກັນຍາຈະມາເຖິງນີ້.
ໃນເດືອນກຸມພາ 2026, ທ່ານ ຄາລິລູຣ ຣາມານ ໄດ້ກາຍເປັນລັດຖະມົນຕີຂອງ ບັງກະລາເທດ, ພາຍຫຼັງທີ່ດຳລົງຕຳແໜ່ງເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ຮັບຜິດຊອບບັນຫາຊາວລີ້ໄພ ໂຣຮິງຢາ ຈາກມາເລເຊຍ ໃນລັດຖະບານຊົ່ວຄາວ.
ຄໍາເຫັນ