ຂ່າວລະບຸວ່າ: ໃນຈຳນວນ 58 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນໄດ້ຮັບອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 5 ເດືອນຕົ້ນປີ 2026, ສິງກະໂປ ແມ່ນນັກລົງທຶນໃຫຍ່ສຸດດ້ວຍ 6,8 ຕື້ໂດລາ, ກວມເອົາເກືອບ 46% ຍອດທຶນຈົດທະບຽນໃໝ່; ຖັດຈາກນັ້ນແມ່ນ ສ ເກົາຫຼີ, ຈີນ ແລະ ຍີ່ປຸ່ນ.
ໃນວັນດຽວກັນ, ກົມສະຖິຕິກໍໃຫ້ຮູ້ວ່າ: ວົງເງິນສົ່ງອອກ - ນຳເຂົ້າສິນຄ້າໃນເດືອນພຶດສະພາ 2026 ຂອງ ຫວຽດນາມ ບັນລຸ 99 ຕື້ກວ່າໂດລາ, ເພີ່ມຂຶ້ນ 25.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໄລ່ລວມ 5 ເດືອນຕົ້ນປີ 2026, ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າບັນລຸ 445 ຕື້ກວ່າໂດລາ, ສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.
ຄໍາເຫັນ