​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg

​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg

​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 2 ມິ​ຖຸ​ນາ ຜ່ານມາ, ທ່ານ ຢູຣີ ອູຊາຄອບ ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ, ມີ​ຜູ້​ແທນ​ປະ​ມານ 20,000 ທ່ານ ທີ່​ມາ​ຈາກ 100 ກວ່າປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 3 ຫາ​ ວັນ​ທີ 6 ມິ​ຖຸ​ນາ ນີ້.

 

ກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ມົສກູ, ທ່ານ ຢູຣີ ອູຊາຄອບ ເນັ້ນໜັກວ່າ: ມີບັນດາຜູ້ແທນຂັ້ນສູງ, ລວມມີການນຳລັດຖະບານ, ນັກການເມືອງ ທີ່ມາຈາກປະມານ 76 ປະເທດ ໄດ້ເຂົ້າຮ່ວມກິດຈະກຳຕ່າງໆຂອງເວທີປາໄສ. ໃນຂະນະນັ້ນ, ບັນດາປະເທດທີ່ຂຶ້ນກັບປະຊາຄົມບັນດາປະເທດເອກະລາດ (SNG) ກໍຄາດວ່າຈະສືບຕໍ່ເຂົ້າຮ່ວມ. ສິ່ງທີ່ໜ້າສົນໃຈແມ່ນ, ນີ້ເປັນຄັ້ງທຳອິດພາຍຫຼັງໄລຍະເວລາ 10 ປີ ທີ່ມີຄະນະຜູ້ແທນຂອງ ອາເມຣິກາ ເຂົ້າຮ່ວມເວທີປາໄສດັ່ງກ່າວ.

ທ່ານ ຢູຣີ ອູຊາຄອບ ໃຫ້ຮູ້ວ່າ: ວັນທີ 4 ມິຖຸນາ ນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຈະເປີດເວທີປາໄສດ້ວຍການພົບປະການນຳບັນດາສຳນັກຂ່າວສານສາກົນ ແນໃສ່ປຶກສາຫາລືກ່ຽວກັບບັນຫາການເມືອງ ແລະ ເສດຖະກິດທີ່ສຳຄັນຢູ່ພາຍໃນ ແລະ ນອກປະເທດ.

ວາລະປະຊຸມຄົບຄະນະຂອງເວທີປາໄສຄາດວ່າຈະໄດ້ດຳເນີນໃນວັນທີ 5 ມິຖຸນາ ນີ້ ດ້ວຍບົດກ່າວປາໄສສຳຄັນຂອງທ່ານປະທານາທິບໍດີ ຣັດເຊຍ, ຖັດຈາກນັ້ນແມ່ນວາລະປຶກສາຫາລື ແລະ ວາລະຖາມ-ຕອບ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ພັດທະນາເຕັກໂນໂລຊີດັກຈັບອາຍແກ໊ສມີເທນ ປ່ຽນເປັນພະລັງງານທາງເລືອກ

ອິນໂດເນເຊຍ ພັດທະນາເຕັກໂນໂລຊີດັກຈັບອາຍແກ໊ສມີເທນ ປ່ຽນເປັນພະລັງງານທາງເລືອກ

ຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ວ່າ: ອົງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ກຳລັງພັດທະນາເຕັກໂນໂລຊີເພື່ອດັກຈັບອາຍແກ໊ສມີເທນຈາກບ່ອນຖິ້ມຂີ້ເຫຍື້ອ ແລະ ປ່ຽນເປັນພະລັງງານທາງເລືອກສຳລັບຊຸມຊົນໃກ້ຄຽງ.
ທ່ານ ຄາລິລູຣ ຣາມານ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81

ທ່ານ ຄາລິລູຣ ຣາມານ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 2 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນນິວ​ຢອກ, ທ່ານ ຄາລິລູຣ ຣາມານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັງ​ກະ​ລາ​ເທດ ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81.
ເສດຖະກິດ ຫວຽດນາມ ເພີ່ມຄວາມໄວໃນທ່າມກາງຄວາມບໍ່ຄົງທີ່ທົ່ວໂລກ

ເສດຖະກິດ ຫວຽດນາມ ເພີ່ມຄວາມໄວໃນທ່າມກາງຄວາມບໍ່ຄົງທີ່ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 3 ມິຖຸນາ ຜ່ານມາວ່າ: ເສດຖະກິດ ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈຕໍ່ວົງການນັກສັງເກດການສາກົນ ເມື່ອບັນລຸລະດັບເຕີບໂຕ 8.02% ໃນປີ 2025, ສູງທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ພາກພື້ນແມ່ນ້ຳຂອງປຶກສາຫາລືເຜີຍແຜ່ຕ້ານຂ່າວປອມ

ພາກພື້ນແມ່ນ້ຳຂອງປຶກສາຫາລືເຜີຍແຜ່ຕ້ານຂ່າວປອມ

ກອງປະຊຸມເຜີຍແຜ່ການຕ້ານຂ່າວປອມໄດ້ເປີດຂຶ້ນໃນວັນທີ 2 ມິຖຸນານີ້ ທີ່ ຣາຊະອານາຈັກກຳປູເຈຍ ພາຍໃຕ້ການສະໜັບສະໜູນຈາກໂຄງການຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ(MLC) ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ເນດພຽກຕຣາ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງຣາຊະອານາຈັກກຳປູເຈຍ, ມີແຂກຖືກເຊີນ ແລະ ສື່ມວນຊົນຈາກ 5 ປະເທດເຂົ້າຮ່ວມ.
ມົງໂກນ ເລີ່ມໃຊ້ສັນຍາລັກສຳລັບແມ່ຍິງພາ ເພື່ອເພີ່ມຄວາມປອດໄພ

ມົງໂກນ ເລີ່ມໃຊ້ສັນຍາລັກສຳລັບແມ່ຍິງພາ ເພື່ອເພີ່ມຄວາມປອດໄພ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ສູນສຸຂະພາບແຫ່ງຊາດມົງໂກນໄດ້ປະກາດວ່າ, ໄດ້ເລີ່ມໃຊ້ສັນຍາລັກສຳລັບແມ່ຍິງຖືພາທົ່ວປະເທດ. ໂຄງການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍຄວາມປອດໄພ, ການສະໜັບສະໜູນທາງສັງຄົມ ແລະ ການເປັນຢູ່ທີ່ດີສຳລັບແມ່ຍິງຖືພາ, ພ້ອມທັງຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນພື້ນທີ່ສາທາລະນະ. ໂດຍສັນຍາລັກດັ່ງກ່າວຖືກແຈກຢາຍຜ່ານສູນຄອບຄົວ ແລະ ສູນສຸຂະພາບປະຈຳເມືອງ.
ມາເລເຊຍ ເຂັ້ມງວດສື່ສັງຄົມອອນລາຍ ຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີໃຊ້ງານ

ມາເລເຊຍ ເຂັ້ມງວດສື່ສັງຄົມອອນລາຍ ຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີໃຊ້ງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມິຖຸນາ ຜ່ານມາວ່າ: ມາເລເຊຍໄດ້ເລີ່ມບັງຄັບໃຊ້ຂໍ້ກຳນົດການຢັ້ງຢືນອາຍຸສຳລັບການລົງທະບຽນ ແລະ ເປີດບັນຊີສື່ສັງຄົມອອນລາຍ ເພື່ອປົກປ້ອງເດັກອາຍຸຕ່ຳກວ່າ 16 ປີຈາກໄພຂົ່ມຂູ່ທາງອອນລາຍ. ມາດຕະການນີ້ແມ່ນປະຕິບັດຕາມການບັງຄັບໃຊ້ກົດໝາຍວ່າດ້ວຍການປົກປ້ອງເດັກ ແລະ ກົດໝາຍວ່າດ້ວຍການຫຼຸດຜ່ອນຄວາມສ່ຽງ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ມິຖຸນາ ນີ້ ພາຍໃຕ້ກົດໝາຍວ່າດ້ວຍຄວາມປອດໄພທາງອອນລາຍປີ 2025 ຂອງຄະນະກໍາມະການການສື່ສານ ແລະ ມັນຕິມີເດຍແຫ່ງມາເລເຊຍ (MCMC).
SoftBank ຈະລົງທຶນ 75 ຕື້ເອີໂຣ ໃນສູນຂໍ້ມູນ AI ​ປະເທດຝຣັ່ງ

SoftBank ຈະລົງທຶນ 75 ຕື້ເອີໂຣ ໃນສູນຂໍ້ມູນ AI ​ປະເທດຝຣັ່ງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: SoftBank Group, ບໍລິສັດລົງທຶນ ແລະ ເຕັກໂນໂລຊີຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ: ບໍລິສັດວາງແຜນທີ່ຈະພັດທະນາ ແລະ ຄຸ້ມຄອງສູນຂໍ້ມູນປັນຍາປະດິດ (AI) ໃນປະເທດຝຣັ່ງ ຊຶ່ງມີກຳລັງການຜະລິດທັງໝົດ 5 ກິກະວັດ ແລະ ມີມູນຄ່າການລົງທຶນສູງເຖິງ 75 ຕື້ເອີໂຣ (ປະມານ 87 ຕື້ໂດລາ).
ຈີ​ນ​ ສຳ​ເລັດ​ການສົ່ງ​ດາວ​ທຽມກຸ່ມ 08 ຂອງ​ກຸ່ມ​ດາວ​ທຽມອິນ​ເຕີ​ເນັດ​ວົງ​ໂຄ​ຈອນ​ຕ່ຳ​ຊ່ຽນ​ຟ່ານ ຂຶ້ນສູ່ອະຍະກາດ

ຈີ​ນ​ ສຳ​ເລັດ​ການສົ່ງ​ດາວ​ທຽມກຸ່ມ 08 ຂອງ​ກຸ່ມ​ດາວ​ທຽມອິນ​ເຕີ​ເນັດ​ວົງ​ໂຄ​ຈອນ​ຕ່ຳ​ຊ່ຽນ​ຟ່ານ ຂຶ້ນສູ່ອະຍະກາດ

ວິທະຍຸ,ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວລາ 16 ໂມງ 40 ນາທີຂອງວັນທີ 1 ມິຖຸນາ ຜ່ານມາ,
ຫວຽດ​ນາມ ນອນ​ໃນ​ 4 ປະ​ເທດ ​ທີ່​ສ້າງ​ຄວາມ​ດຶງ​ດູດ​​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ນອນ​ໃນ​ 4 ປະ​ເທດ ​ທີ່​ສ້າງ​ຄວາມ​ດຶງ​ດູດ​​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ມິຖຸນາ ຜ່ານມາວ່າ: ບົດ​ລາຍ​ງານ​ສະ​ພາບ​ການອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປີ 2026 (The State of Southeast Asia: 2026 Survey Report) ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ISEAS – Yusof Ishak Institute, Singapore) ​ປະ​ກາດ​​ຫວ່າງມໍ່ໆມານີ້ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຫວຽດ​ນາມ ນອນ​ໃນ​ກຸ່ມ 4 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ນິ​ຍົມ​ເລືອກ​ເພື່ອ​ໄປ​ທ່ອງ​ທ່ຽວ, ເຮັດ​ວຽກ ແລະ ດຳ​ລົງ​ຊີ​ວິດຫຼາຍ​ທີ່​ສຸດ.
ບໍລິສັດ Sailun Group ຜູ້ຜະລິດຢາງລົດຂອງຈີນ ນຳສະເໜີນະວັດຕະກຳສີຂຽວທີ່ເປັນມິດກັບສິ່ງແວດລ້ອມໃນກອງປະຊຸມປະຈຳປີຂອງ WBCSD

ບໍລິສັດ Sailun Group ຜູ້ຜະລິດຢາງລົດຂອງຈີນ ນຳສະເໜີນະວັດຕະກຳສີຂຽວທີ່ເປັນມິດກັບສິ່ງແວດລ້ອມໃນກອງປະຊຸມປະຈຳປີຂອງ WBCSD

ບໍລິສັດ Sailun Group ຊຶ່ງເປັນຜູ້ຜະລິດຢາງລົດຈາກຈີນ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2026 ຂອງສະພາທຸລະກິດໂລກເພື່ອການພັດທະນາແບບຍືນຍົງ (WBCSD) ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ ແລະ ໄດ້ນຳສະເໜີຜົນສຳເລັດຂອງຕົນໃນການຜະລິດອັດສະລິຍະດີຈີຕອນ, ນະວັດຕະກຳເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ ແລະ ການຫັນປ່ຽນກາກບອນຕ່ຳໃນທົ່ວລະບົບຕ່ອງໂສ້ອຸດສາຫະກຳ. ບໍລິສັດແມ່ນສະມາຊິກອຸດສາຫະກຳຢາງລົດແຫ່ງທຳອິດຂອງ WBCSD ຈາກປະເທດຈີນ.
ເພີ່ມເຕີມ