ຂ່າວລະບຸວ່າ: ໂຄງການດັ່ງກ່າວມີງົບປະມານທັງໝົດປະມານ 95.9 ຕື້ຣູປີ, ໂດຍຈະກະຕຸ້ນໃຫ້ເຈົ້າຂອງລົດບັນທຸກ ແລະ ລົດໂດຍສານ ທີ່ຈົດທະບຽນໃນເຂດນະຄອນຫຼວງເດລີ ໃນການປ່ຽນລົດເກົ່າເປັນລົດລຸ້ນໃໝ່, ໂດຍສະເພາະແມ່ນລົດໄຟຟ້າ.
ລັດຖະບານຈະໃຫ້ການອຸດໜູນອັດຕາດອກເບ້ຍ 5% ສຳລັບເງິນກູ້ເປັນເວລາ 5 ປີ ແລະ ມອບບັດເຕີມນໍ້າມັນປະຈຳເດືອນມູນຄ່າສູງເຖິງ 4,800 ຣູປີ ຂຶ້ນກັບປະເພດລົດ, ພ້ອມທັງສະເໜີຜົນປະໂຫຍດແບບຈ່າຍຄັ້ງດຽວສຳລັບການຊື້ລົດໄຟຟ້າ.
ທັງນີ້, ອິນເດຍ ຄາດວ່າໂຄງການດັ່ງກ່າວຈະຊ່ວຍຫຼຸດຜ່ອນການປ່ອຍອາຍພິດຈາກຍານພາຫະນະໄດ້ຢ່າງຫຼວງ ຫຼາຍ ແລະ ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບອາກາດໃນນະຄອນຫຼວງຂອງປະເທດ.
ຄໍາເຫັນ