ຜົນການສຳຫຼວດທ່າອ່ຽງລາຄາສິນຄ້າອາຫານທົ່ວປະເທດ ທີ່ດຳເນີນລະຫວ່າງວັນທີ 11-13 ພຶດສະພາ ຜ່ານມາ ໃນຮ້ານຄ້າ 470 ແຫ່ງທົ່ວປະເທດຍີ່ປຸ່ນພົບວ່າ ລາຄາຂາຍຍ່ອຍສະເລ່ຍຂອງຊີ້ນໄກ່ແມ່ນ 154 ເຢນ ຕໍ່ 100 ກຣາມ, ເພີ່ມຂຶ້ນ 14% ເມື່ອທຽບກັບປີກ່ອນ ແລະ ເປັນລະດັບສູງສຸດນັບຕັ້ງແຕ່ມີຂໍ້ມູນປຽບທຽບໄດ້ເມື່ອເດືອນສິງຫາ 2003.
ສື່ມວນຊົນຍີ່ປຸ່ນຄາດຄະເນວ່າ: ລາຄາຊີ້ນໄກ່ພາຍໃນປະເທດຈະສືບຕໍ່ສູງໃນໄລຍະໜຶ່ງ, ຍ້ອນວ່າປັດໄຈທັງໝົດຍັງບໍ່ສາມາດປ່ຽນແປງໄດ້ໃນໄລຍະສັ້ນ. ໃນຂະນະທີ່ເຈົ້າຂອງຮ້ານຈືນໄກ່ ແລະ ຮ້ານຢາກິໂຕຣິຫຼາຍແຫ່ງໄດ້ກ່າວວ່າ: ລາຄາວັດຖຸດິບທີ່ເພີ່ມຂຶ້ນເຮັດໃຫ້ຈຳເປັນຕ້ອງເພີ່ມລາຄາອາຫານ ຫຼື ລຶບເມນູອາຫານທີ່ເຮັດຈາກໄກ່ບາງເມນູອອກ ແລະ ເຖິງແມ່ນວ່າເຮັດແບບນີ້ແລ້ວ ບາງຮ້ານຍັງສ້າງກຳໄລໄດ້ໜ້ອຍຫຼາຍ ແລະ ພົບວ່າຍາກທີ່ຈະສືບຕໍ່ດຳເນີນທຸລະກິດໄດ້.
ຄໍາເຫັນ