ຂ່າວລະບຸວ່າ: ໃນບົດລາຍງານທີ່ປະກາດໃນວັນທີ 2 ມິຖຸນາ ຜ່ານມາ, ອົງການເສດຖະກິດທີ່ຂຶ້ນກັບກະຊວງເສດຖະກິດ ແລະ ການເງິນ ຝຣັ່ງ ຕີລາຄາວ່າ, ຫວຽດນາມ ໄດ້ຢືນຢັນຄວາມທົນທານ ແລະ ຮັກສາທ່າເຕີບໂຕຢ່າງແຮງ ໃນສະພາບທີ່ການຄ້າທົ່ວໂລກຊຸດໂຊມ, ການປະທະກັນດ້ານພູມສາດການເມືອງທີ່ແກ່ຍາວ ແລະ ບັນດາລະບົບການສະໜອງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.
ຕາມການຕີລາຄາຂອງອົງການເສດຖະກິດ ຝຣັ່ງ ແລ້ວ, ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຂະຫຍັນຂັບເຄື່ອນທີ່ສຸດຢູ່ ອາຊີ, ສືບຕໍ່ດຶງດູດແຫຼ່ງເງິນລົງທຶນຕ່າງປະເທດຢ່າງແຮງ ຍ້ອນສະພາບແວດລ້ອມດ້ານການເມືອງມີສະຖຽນລະພາບ, ທີ່ຕັ້ງຍຸດທະສາດໃນລະບົບສະໜອງທົ່ວໂລກ ແລະ ຄວາມສາມາດຮັບມືຢ່າງວ່ອງໄວຕໍ່ກັບບັນດາການຜັນແປຂອງເສດຖະກິດໂລກ.
ອົງການດັ່ງກ່າວສົນໃຈເປັນພິເສດເຖິງຍຸດທະສາດພັດທະນາໃໝ່ຂອງ ຫວຽດນາມ. ປີ 2025, ກົມການເມືອງໄດ້ປະກາດໃຊ້ມະຕິໃຫຍ່ 4 ສະບັບ ກຳນົດທິດພັດທະນາເສດຖະກິດ ດ້ວຍເປົ້າໝາຍນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ຫວຽດນາມ ໄດ້ຕັ້ງຄວາມຫວັງຮັກສາລະດັບການເຕີບໂຕແຕ່ລະປີແມ່ນ 10% ຂຶ້ນໄປໃນໄລຍະຍາວ ແລະ ຜັນຂະຫຍາຍໂຄງການລົງທຶນພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່ ດ້ວຍຍອດທຶນຄາດວ່າປະມານ 570 ຕື້ໂດລາ.
ຄໍາເຫັນ