ປີຜ່ານມາ ທ່າໂທມມີຜົນສໍາເລັດຫຼາຍດ້ານ ພ້ອມທັງຈະຕັ້ງໜ້າແກ້ໄຂຂໍ້ຄົງຄ້າງໃຫ້ດີຂື້ນ

ປີຜ່ານມາ ທ່າໂທມມີຜົນສໍາເລັດຫຼາຍດ້ານ ພ້ອມທັງຈະຕັ້ງໜ້າແກ້ໄຂຂໍ້ຄົງຄ້າງໃຫ້ດີຂື້ນ
ໃນປີ 2023 ຜ່ານມາ,ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງ ເຂົ້າສູ່ລວງເລິກໂດຍສະແດງອອກ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ, ວຽກງານປກຊ-ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.
ເຖິງວ່າໃນປີຜ່ານມາ ເມືອງຈະພົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ກໍສາມາດຍາດໄດ້ຜົນສໍາເລັດດີພໍສົມຄວນ, ອັນພົ້ນເດັ່ນ ເມືອງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ຜ່ານວິທະຍຸ-ໂທລະພາບ, ໂທລະໂຄ່ງ ແລະ ອື່ນໆ... ເຮັດໃຫ້ສະພາບແນວຄິດຂອງພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງທ່າໂທມໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ,ກໍຄືການນໍາຂອງເມືອງຫຼາຍຂຶ້ນ ເຮັດໃຫ້ເມືອງມີຄວາມສະຫງົບປອດໄພໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂເປັນກ້າວໆ, ການປູກ-ການລ້ຽງຂອງປະຊາຊົນໄດ້ຂະຫຍາຍຕົວກວ້າງຂວາງເປັນຕົ້ນແມ່ນ ມັນຕົ້ນ, ສາລີ, ໝາກກ້ຽງ, ໝາກນັດ, ຢາງພາລາ ແລະ ພືດຜັກອື່ນໆ; ການຈັດເກັບລາຍຮັບໄດ້ 7,4 ຕື້ກວ່າກີບ, ທຽບໃສ່ແຜນການປີ ເທົ່າກັບ109,59%; ລວມຍອດການນໍາເຂົ້າ ແລະ ສົ່ງອອກບັນລຸ 265.632.854.000 ກີບ; ໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດຫຼາຍໂຄງການໄດ້ເຄື່ອນໄຫວຕາມສັນຍາ; ບັນດາຕົວຊີ້ບອກຂອງຂະແໜງສຶກສາ ແລະ ສາທາລະນະສຸກ ຫຼາຍຕົວຊີ້ບອກໄດ້ບັນລຸຕາມແຜນການວາງໄວ້; ການຈັດຫາວຽກເຮັດງານທໍາ ຄວບຄູ່ກັບການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດໄດ້ຫັນເຂົ້າສູ່ກົດໝາຍເທື່ອລະກ້າວ. ນອກນັ້ນຂົງເຂດວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດຕາມພາລະບົດຂອງຕົນ ແລະ ສໍາເລັດຕາມແຜນ. 
ຄ່ຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ເມືອງທ່າໂທມຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ບຸກບືນປັບປຸງແກ້ໄຂໃນຕໍ່ໜ້າເຊັນ:ຈະຕັ້ງໜ້າສຶກສາອົບຮົມນໍາພາການເມືອງ-ແນວຄິດ ຕິດພັນການການຈັດຕັ້ງເຊື່ອມຊຶມບັນດາມະຕິ,ຄໍາສັ່ງ, ກົດໝາຍກ່ຽວຂ້ອງກັບການດໍາລົງຊີວິດຂອງພະນັກງານ ແລະ ປະຊາຊົນ ເຖິງວ່າພວກເຮົາໄດ້ເຮັດ, ແຕ່ບໍ່ທັນແຂງແຮງ, ກວ້າງຂວາງ ແລະ ວ່ອງໄວ ໂດຍສະເພາະແມ່ນຂັ້ນບ້ານ.ຍັງມີບາງຂະແໜງການ ເຄື່ອນໄຫວຕາມພາລະບົດບາດບໍ່ທັນແຂງແຮງ, ກົນໄກການເປັນເສນາທີ່ການໃຫ້ການນໍາເມືອງ ເຮັດບໍ່ທັນໄດ້ດີ, ມີການເອື່ອຍອີງໃສ່ການນໍາເມືອງ ເປັນຜູ້ແກ້ໄຂ ແລະ ຕັດສິນທຸກວຽກງານໃຫ້ຂະແໜງການຕົນ.
ການສ້າງແຜນວຽກ, ແຜນງານເຄື່ອນໄຫວແຕ່ລະໄລຍະ ຂອງບາງຂະແໜງການ ແມ່ນບໍ່ໄປຕາມແຜນທີ່ໄດ້ວາງໄວ້ແຕ່ຫົວທີ ເຮັດໃຫ້ການກວດກາສະຫຼຸບຕີລາຄາ ພົບຄວາມຫຍຸ້ງຍາກ ແລະ ຫຼາຍຄາດໝາຍບໍ່ບັນລຸ; ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການ ຍັງເຮັດບໍ່ທັນເຂັ້ມງວດ ໂດຍສະເພາະແມ່ນຂັ້ນບ້ານ ແລະ ຂະແໜງການຂອງເມືອງຈໍານວນໜຶ່ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ 408 ລ້ານກີບ ແລະ ຊ່ວຍເຫຼືອເຂົ້າໃນວຽກງານໄພພິບັດ ນໍ້າຖ້ວມ ມູນຄ່າ 300 ລ້ານກີບ. ໃນນີ້, ເງິດສົດ ແລະ ເຄື່ອງອຸປະໂພກ ປະກອບມີ: ເຂົ້າສານ 2 ໂຕ່ນ, ໝີ່ 10 ແກັດໃຫຍ່, ປາກະປ໋ອງ 10 ແກັດ ແລະ ນໍ້າດື່ມ 100 ແພັກ ລວມມູນຄ່າທັງໝົດ 708 ລ້ານກີບ, ຕາງໜ້າມອບໂດຍທ່ານ ເຈິ່ງ ໂຢວເຢ່ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໃນຕອນເຊົ້າວັນທີ 19 ສິງຫານີ້ ທີ່ສະໂມສອນໃຫຍ່ແຂວງໄຊຍະບູລີ ໄດ້ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກຂຶ້ນ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.
ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ເພີ່ມເຕີມ