ປີຜ່ານມາລັດວິສາຫະກິດຖືຮຸ້ນລາວສ້າງລາຍຮັບໄດ້ 50,51ລ້ານໂດລາ

ປີຜ່ານມາລັດວິສາຫະກິດຖືຮຸ້ນລາວສ້າງລາຍຮັບໄດ້ 50,51ລ້ານໂດລາ
ລັດວິສາຫະກິດຖືຮຸ້ນລາວ (ລຮລ)ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ແລະ ຜ່ານທິດທາງແຜນການປີ 2024 ຂຶ້ນໃນວັນທີ 26 ມີນາ ນີ້ທີ່ຫໍຊຸມແຫ່ງຊາດໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນທະບູນ ສຸກອາລຸນຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່, ມີຄະນະສະພາບໍລິຫານ ລຮລ, ຫ້ອງການ, ບັນດາກົມ, ຕາງໜ້າກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ລັດວິສາຫະກິດໃນຂະແໜງພະລັງງານ ແລະ ບໍ່ແຮ່, ທະນາຄານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານຜົນສຳເລັດໃນການດຳເນີນທຸລະກິດປະຈຳປີ 2023ວ່າ: ລຮລ ສາມາດສ້າງລາຍຮັບໄດ້ 50,51 ລ້ານໂດລາ, ມີຜົນກຳໄລທາງການບັນຊີ 21,86 ລ້ານໂດລາ, ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດ ຕາມສັນຍາແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາ;4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນໃນປັດຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານ kWhປະກອບມີ: ໂຄງການໄຟຟ້ານ້ຳເທີນ 2 ຜະລິດໄດ້ 4.432 ລ້ານkWh, ໂຄງການໄຟຟ້າຄວາມຮ້ອນຫົງສາ 12.077 ລ້ານ kWh, ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ 1.856ລ້ານ kWh ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 1.323 ລ້ານ kWh, ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.206 ລ້ານໂດລາ, ລວມພັນທະທີ່ໄດ້ມອບໃຫ້ລັດຖະບານ 85,70 ລ້ານໂດລາ (ຄ່າພາກຫຼວງ 32,02 ລ້ານໂດລາ, ອາກອນກໍາໄລ 37,20 ໂດລາ ແລະ ຄ່າທໍານຽມແຮ່ທາດ 16,48 ລ້ານໂດລາ). 
ທ່ານ ມານະສິນ ວົງໄຊ ກ່າວອີກວ່າ:ສໍາລັບທິດທາງແຜນການປີ 2024 ລຮລ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ ໂດຍວາງຄາດໝາຍສ້າງລາຍຮັບ ປະມານ 60 ລ້ານໂດລາ, ມີຜົນປະກອບການທີ່ດີກວ່າເກົ່າ ແລະ ມອບພັນທະອາກອນໃຫ້ລັດຖະບານໄດ້ຫຼາຍຂຶ້ນ. ລຮລ ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ ເພື່ອເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີກຳໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານທຸລະກິດ: ລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້;ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນແລະຜູ້ສະໜອງທຶນ;ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ; ບໍລິຫານລາຍຮັບ ແລະລາຍຈ່າຍຢ່າງໂປ່ງໃສ.
ໃນພິທີດັ່ງກ່າວຍັງໄດມີພິທີມອບໃບຍ້ອງຍໍຂັ້ນກະຊວງພະລັງງານແລະບໍ່ແຮ່ ແລະຂອງລັດວິສາຫະກິດຖືຮຸ້ນລາວໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນ ປະຈຳປີ 2023 ຈຳນວນໜຶ່ງ.
ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງ (ສ​ພ​ຂ) ຄໍາມ່ວນ ຮ່ວມກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງຄູນຄໍາ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄູນຄໍາ ພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້ານາປີລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651 ໂຕນ,ໝົດແນວພັນເຂົ້າ 5,646 ໂຕນ, ສ່ວນແຜນການປູກພືດເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາທ່ານກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ທີ່ໃກ້ຈະມາເຖິງນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດສິລະປິນດີເດັ່ນ ສາຂາວັນນະກໍາ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວ ຕໍ່ນັກຂ່າວໜັງສືພິມປະຊາຊົນ.
ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃນວັນທີ 3-5 ສິງຫາຜ່ານມານີ້ ທີ່ 3 ແຂວງດັ່ງກ່າວຕາມລຳດັບ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 3 ແຂວງ.
ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ໃນວັນທີ 6 ສິງຫາ 2026 ທີ່ສະໂມສອນ ເມືອງອຸທຸມພອນ,ທາງພະແນໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດ,ໄດ້ສະຫຼຸບສັງເກດຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາປະຈໍາປີ 2025,ປະເມີນແຜນພັດທະນາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026,ໂດຍມີທ່ານ ພູພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກໂຍທາທິການ-ຂົນສົ່ງແຂວງ,ທ່ານ ໂພໄຊອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ ແລະ ບັນດາທ່ານຈາກ 4 ເມືອງ,1 ນະຄອນໄກສອນ ເຂົ້າຮ່ວມ.
ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ໃນວັນທີ 6 ສິງຫານີ້, ທີ່ຫ້ອງວ່າການເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບລົດຈັກ ຮອນດາ ເວັບ (Honda Wave) ໃຫ້ 3 ຕາແສງພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງຕາແສງໃຫ້ມີຄວາມສະດວກ ແລະ ມີປະສິດທິພາບສູງຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານການນຳຂອງເມືອງ, ພະນັກງານ ທີ່ກ່ຽວຂ້ອງ ແລະ ຄະນະພັດທະນາຕາແສງຈາກ 3 ຕາແສງພາຍໃນເມືອງເຂົ້າຮ່ວມ ການມອບພາຫະນະ (ລົດຈັກ) ໃນຄັ້ງນີ້ປະກອບມີລົດຈັກຮອນດາ ເວັບ (Honda Wave) ຈໍານວນ 3 ຄັນມອບໃຫ້ 3 ຕາແສງພາຍໃນເມືອງບໍ່ແຕນ ຕາແສງລະ 1 ຄັນ ເປັນມູນຄ່າຄັນລະ 31,500,000 ກີບ
ເພີ່ມເຕີມ