ປີຜ່ານມາເມືອງກະລຶມ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນທີ່ວາງໄວ້

ປີຜ່ານມາເມືອງກະລຶມ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນທີ່ວາງໄວ້

ປີຜ່ານມາເມືອງກະລຶມ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນທີ່ວາງໄວ້
ໃນປີ 2025 ຜ່ານມາ, ເມືອງກະລຶມ ແຂວງເຊກອງ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 15 ຕື້ກວ່າກີບ ທຽບໃສ່ແຜນປີເທົ່າກັບ 133.67%. ໃນນີ້, ລາຍຮັບຕົ້ນຕໍແມ່ນ ໄດ້ມາຈາກສ່ວຍສາອາກອນ, ພາສີທີ່ດິນ, ຄ່າທໍານຽມ-ຄ່າບໍລິການ, ຊັບສິນຂອງລັດ ແລະ ຄ່າເຊົ່າ-ສໍາປະທານ. ສ່ວນລາຍຈ່າຍປະຕິບັດໄດ້ 35.01 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 98.32%.

ທ່ານ ສຸດສັກສິດ ຍິດແສນຫວັງ ຮອງປະທານຄະນະກໍາມະການປົກຄອງເມືອງຜູ້ຊີ້ນໍາເສດຖະກິດຂັ້ນເມືອງ ໃຫ້ຮູ້ວ່າ: ປີ 2025 ເມືອງກະລຶມ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງເສດຖະກິດທັງໝົດ 52 ໂຄງການ, ມູນຄ່າ 153.45 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 31 ໂຄງການ ມູນຄ່າ 89.10 ຕື້ກີບ ຄື: ການລົງທຶນພາກປົກກະຕິ 18 ໂຄງການ ມູນຄ່າ 53.48 ຕື້ກີບ ແລະ ການລົງທຶນພາກຟື້ນຟູໄພພິບັດ 13 ໂຄງການ ມູນຄ່າ 35,61 ຕື້ກີບ; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 7 ໂຄງການ ມູນຄ່າ 46.80 ຕື້ກີບ ແລະ ການລົງທຶນພັດທະນາຊຸມຊົນ (ທຶນທີ່ໄດ້ຮັບຈາກບັນດາໂຄງການທີ່ລົງທຶນພັດທະນາພື້ນຖານໂຄງລ່າງພາຍໃນເມືອງ ແລະ ທຶນຊ່ວຍເຫຼືອຈາກອົງການຈັດຕັ້ງທາງສັງຄົມ) 14 ໂຄງການ ມູນຄ່າ 17.55 ຕື້ກີບ.

ທ່ານ ສຸດສັກສິດ ຍິດແສນຫວັງ ໃຫ້ຮູ້ຕື່ມອີກວ່າ: ໃນປີນີ້, ຕາມແຜນການຄາດຄະເນຂອງເມືອງຈະສູ້ຊົນເກັບລາຍຮັບໃຫ້ໄດ້ 16.7 ຕື້ກວ່າກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 43.9 ຕື້ກີບ. ພ້ອມນີ້, ກໍເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດການລົງທຶນ ຈາກທຸກພາກສ່ວນໃນທົ່ວສັງຄົມ ເຊັ່ນ: ການລົງທຶນຂອງລັດ; ທຶນຊ່ວຍເຫຼືອລ້າ-ກູ້ຢືມ ແລະ ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 29 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງ.

(ຂ່າວ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ສະພາບໄພພິບັດນໍ້າຖ້ວມຢູ່ເມືອງຍົມມະລາດແຂວງຄໍາມ່ວນ ພວມຢູ່ໃນສະຖານະການໜ້າເປັນຫ່ວງ ພາຍຫຼັງເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ນໍ້າຍົມ ແລະ ນໍ້າສາຂາຕ່າງໆ ເພີ່ມສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍພື້ນທີ່.
ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງມຸນລະປາໂມກ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ຂະບວນການຜະລິດລະດູຝົນ ໂດຍສະເພາະແມ່ນການປັກດຳເຂົ້ານາປີ ປະຈຳປີ 2026 ພ້ອມທັງເຂົ້າກວດກາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ເພື່ອວາງແຜນເຝົ້າລະວັງ ແລະ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບຜົນຜະລິດຂອງຊາວກະສິກອນ.
ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການບໍລິຫານ-ຄຸ້ມຄອງວຽກງານໃຫ້ມີຄວາມວ່ອງໄວ, ສະດວກ, ຖືກຕ້ອງ ແລະ ທັນສະໄໝ, ເມືອງປະທຸມພອນ ​ແຂວງ​ຈຳ​ປາ​ສັກ ໄດ້ຈັດຊຸດອົບຮົມ “ການນຳໃຊ້ເຕັກໂນໂລຊີ​ດີ​ຈີຕອນ ເພື່ອເພີ່ມປະສິດທິພາບວຽກງານຂອງການນຳ” ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ ໂດຍ​ການເປັນປະທານຂອງ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ສະ​ຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ໄດ້ພົບ​ປະ​ໂອ້​ລົມ ພະ​ນັກ​ງານ-ລັດ​ຖະ​ກອນຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ສະ​ຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ມີພະ​ນັກ​ງານ-ລັດ​ຖະ​ກອນ ເຂົ້າຮ່ວມຮັບ​ຟັງ.
ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ປະ​ຊາ​ຊົນ ກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII ຈຳນວນ 52 ທ່ານ, ຫຼັງຈາກໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 13 ກໍລະກົດ ຫາ ວັນທີ 7 ສິງຫາ 2026 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ເພີ່ມເຕີມ