![]() |
ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ດໍາເນີນມາເປັນເວລາ 2 ວັນ, ໄດ້ຮັບຟັງສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ 3 ສ້າງຂອງຂະແໜງ ຍທຂ, ພາຍຫຼັງໄດ້ມີການແບ່ງຄວາມຮັບຜິດຊອບເປັນອັນລະອຽດໃຫ້ບັນດາພະແນກ ຍທຂ ນະຄອນຫຼວງ/ແຂວງໃນຂອບເຂດທົ່ວປະເທດ ໃນຂົງເຂດຂົວທາງ, ທາງນໍ້າ, ນໍ້າປະປາ, ເຄຫາ ແລະ ຜັງເມືອງ, ຂົນສົ່ງ, ການບິນພົນລະເຮືອນ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ກັບຮ່າງປັບປຸງການແບ່ງຄວາມຮັບຜິດ ຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນຄືນໃໝ່ໃນ 6 ຂົງເຂດທີ່ມີແລ້ວ ແລະ ແບ່ງຄວາມຮັບຜິດຊອບໃໝ່ສໍາລັບຂົງເຂດທາງລົດໄຟ. ນອກນັ້ນ, ຍັງໄດ້ຮ່ວມກັນຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງຄໍາແນະນໍາລົງເລິກກ່ຽວກັບຄວາມຮັບຜິດຊອບວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ລວມທັງການຄຸ້ມຄອງນໍ້າໜັກລົດບັນທຸກ, ໄດ້ຮ່ວມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາ 5 ປີຂອງຂະແໜງ ຍທຂ 2026-2030.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະກອງປະຊຸມເຫັນວ່າບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ສຸມສະຕິປັນຍາປະກອບຄໍາຄິດເຫັນອັນມີຄຸນຄ່າ ແລະ ມີຄວາມໝາຍຄວາມສໍາຄັນເຂົ້າໃນບັນດາຈຸດປະສົງ ແລະ ເປົ້າໝາຍຂອງກອງປະຊຸມຢ່າງມີເນື້ອໃນເລິກເຊິ່ງ ເຮັດໃຫ້ກອງປະຊຸມສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ບຸນອູ້ມ+ບຸນຕອມ
ຄໍາເຫັນ