ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ພ້ອມທັງປະກາດການຈັດຕັ້ງ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີປະກາດການອະນຸມັດສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ແລະ ແຕ່ງຕັ້ງຫົວໜ້າ ແລະ ຮອງພະແນກ, ບັດດາຫົວໜ້າ ແລະ ໜ່ວຍງານຂອງພະແນກຄຸ້ມຄອງພົນລະເມືອງ ທີ່ຂຶ້ນກັບກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີຄະນະພັກຮາກຖານກອງບັນຊາການ, ຫົວໜ້າ ແລະ ຮອງພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ປກສ ເຂດເສດຖະກດພເສດສາມຫຽມຄຳ ອະນມດສາງຕງພະແນກຄມຄອງພນລະເມອງ ພອມທງປະກາດການຈດຕງ - image 1
 

ໃນພິທີ, ທ່ານ ພັອ ວັນນະສັກ ທອງອຸໄລ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ເລກທີ 2148/ປກສ, ລົງວັນທີ 16 ກໍລະກົດ 2026; ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເລກທີ 2624/ປກສ, ລົງວັນທີ 31 ສິງຫາ 2026 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດໄປຮັບໜ້າທີ່ໃໝ່ ເປັນຫົວໜ້າ ແລະ ຮອງພະແນກ, ຫົວໜ້າໜ່ວຍງານ ແລະ ຮອງໜ່ວຍງານຂອງພະແນກຄຸ້ມຄອງສຳມະໂນຄົວ. ການສ້າງຕັ້ງພະແນກຄຸ້ມຄອງພົນລະເມືອງ ມີຄວາມຈໍາເປັນພາວະວິໃສ, ຖືກຕາມລະບົບສາຍຕັ້ງຂອງລະບົບກົງຈັກການຈັດຕັ້ງ ຂອງກະຊວງປ້ອງກັນຄວາມສະຫງົບ ທັງເປັນການຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງບັນດາວຽກງານວິຊາສະເພາະ ທີ່ມີຄວາມຈໍາເປັນໃນການຄຸ້ມຄອງການພັກເຊົາ, ການເໜັງຕິງຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ໃນດິນແດນ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ເພື່ອຕອບສະໜອງບັນດາຂໍ້ມູນອັນເປັນພື້ນຖານໃຫ້ ວຽກງານວິຊາສະເພາະອື່ນໆ ເປັນຕົ້ນ ການຫັນໄປສູ່ການຄຸ້ມຄອງພົນລະເມືອງແບບທັນສະໄໝອີແລັກໂທຣນິກໃນສະເພາະໜ້າ ແລະ ຍາວນານ.

ປກສ ເຂດເສດຖະກດພເສດສາມຫຽມຄຳ ອະນມດສາງຕງພະແນກຄມຄອງພນລະເມອງ ພອມທງປະກາດການຈດຕງ - image 2
 

ໂອກາດນີ້, ທ່ານ ພັອ ອານຸສິນ ສັກປະເສີດ ໄດ້ເນັ້ນໃຫ້ພະແນກຄຸ້ມຄອງພົນລະເມືອງ ຈົ່ງເປັນເສນາທິການໃຫ້ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນການລົງເລິກກວດກາ, ຄຸ້ມຄອງ, ເກັບກໍາສະຖິຕິຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສ້າງເປັນຖານຂໍ້ມູນທີ່ສໍາຄັນ ແລະ ຈໍາເປັນ ເພື່ອສະໜອງຕອບໃຫ້ການຫັນໄປສູ່ການຄຸ້ມຄອງພົນລະເມືອງແບບທັນສະໄໝຕາມແຜນການຂອງກົມ 509 ກະຊວງ ປກສ. ພົນລະເມືອງລາວຈໍານວນຫຼາຍໃນທົ່ວປະເທດ ທີ່ຫຼັ່ງໄຫຼເຂົ້າມາເຮັດວຽກ, ດໍາລົງຊີວິດຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຈະໄດ້ຮັບການຂຶ້ນທະບຽນ, ຄຸ້ມຄອງການຍົກຍ້າຍ-ພັກເຊົາ ຖືກຕ້ອງຕາມລະບຽບການຄຸ້ມຄອງພົນລະເມືອງ, ຄຸ້ມຄອງການເໜັງຕິງຂອງພົນລະເມືອງລາວໃນທົ່ວປະເທດ.

ປກສ ເຂດເສດຖະກດພເສດສາມຫຽມຄຳ ອະນມດສາງຕງພະແນກຄມຄອງພນລະເມອງ ພອມທງປະກາດການຈດຕງ - image 3
 

ແຫຼ່ງຂ່າວ: ປກສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ກອງບັນຊາການທະຫານແຂວງຄຳມ່ວນ ປະດັບທຽບຊັ້ນນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ຈັດພິທີປະດັບທຽບຊັ້ນນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມວິຫານ ອິນສັກດາ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ກອງພັນ 629 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ

ວັນທີ 21 ກັນຍາຜ່ານມາ, ກອງພັນ 629 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະ ກະຖາຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ແກ່ນທ້າວ ກຽມຄວາມພ້ອມຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026

ໃນວັນທີ 21 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມການຈັດງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2026 ໂດຍການເປັນປະທານຂອງທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ, ມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະຊີ້ນຳລວມ ເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ ປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາ ມູນເຊື້ອວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2ກັນຍາ 2026), ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ສາມັກຄີສ້າງຂົວເພື່ອອຳນວຍຄວາມສະດວກໃນການໄປມາ

ປະຊາຊົນບ້ານຫ້ວຍໂກນ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ ດຳເນີນການສ້າງຂົວຂ້າມຫ້ວຍໂກນ ເພື່ອເຮັດໃຫ້ການໄປມາເຂົ້າສູ່ເຂດການຜະລິດມີຄວາມສະດວກ.
ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກ-ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງສາລະວັນ

ໃນວັນທີ 21 ກັນຍາຜ່ານມາ, ທີ່ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງສາລະວັນ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງ ຕິດພັນກັບການຍ້ອງຍໍຫຼຽນກາລະນຶກ 50 ປີ ໂດຍການເປັນປະທານຂອງສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ປະທານສະຫະພັນແມ່ຍິງແຂວງ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ແຂກຖືກເຊີນ ເຂົ້າຮ່ວມ.
ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

ກຽມຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ເພື່ອສະຫຼອງວັນຫັດຖະກຳແຫ່ງຊາດ

​ ສະມາຄົມຫັດຖະກຳລາວ ຮ່ວມກັບ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານຖະແຫຼງຂ່າວຕຽມຈັດ “ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25” ປະຈຳປີ 2026 ຂຶ້ນຢ່າງເປັນທາງການ, ໃນວັນທີ 21 ກັນຍານິ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ແຂວງເຊກອງ ເລັ່່ງໃສ່ການສ້າງທ່າແຮງພື້ນຖານສຳຄັນ ເພື່ອໃຫ້ກາຍເປັນສູນກາງທາງດ້ານອຸດສາຫະກໍາແຮ່ທາດໃນອະນາຄົດ ເພື່ອດຶງດູດການລົງທຶນຈາກພາກເອກະຊົນທັງ​ພາຍ​ໃນແລະຕ່າງ​ປະ​ເທດ ແລະ ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

ພິທີເປີດ Tree Koff ສາຂາໃໝ່ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານ​ມາ, ຢູ່ຂ້າງຫໍມູນເຊື້ອ 21 ມີນາ (ນໍ້າພຸ) ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີແຂກ​ຖືກ​ເຊີນເຂົ້າຮ່ວມ.
ເພີ່ມເຕີມ