ປກສ ແຂວງຄຳມ່ວນ ກຽມກຳລັງເພື່ອປ້ອງກັນອຸປະຕິເຫດໃນຊ່ວງບຸນປີໃໝ່ລາວ

ປກສ ແຂວງຄຳມ່ວນ ກຽມກຳລັງເພື່ອປ້ອງກັນອຸປະຕິເຫດໃນຊ່ວງບຸນປີໃໝ່ລາວ
ທ່ານ ພັທ ບຸນອ້ອມ ພົມມະຈັນ ຫົວໜ້າພະແນກຕໍາຫຼວດຈະລະຈອນ ປກສ ແຂວງຄຳມ່ວນ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນແຂວງ ໃນວັນທີ 11 ເມສາຜ່ານມາວ່າ: ການກະກຽມຄວາມພ້ອມປ້ອງກັນການເກີດອຸປະຕິເຫດໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ທີ່ຈະມາເຖິງນີ້ ໃຫ້ມີຄວາມສະຫງົບ ແລະ ປອດໄພ ໃນການສັນຈອນຕາມເສັ້ນທາງໃນໄລຍະດັ່ງກ່າວ ໂດຍປະຕິບັດຕາມທິດຊີ້ນໍາຂອງກົມຕໍາຫຼວດຈະລະຈອນ ກົມໃຫຍ່ຕໍາຫຼວດປ້ອງກັນຄວາມສະຫງົບ ກໍຄືແຜນປ້ອງກັນການສະເຫຼີມສະຫຼອງປີໃໝ່ລາວ ຂອງກອງບັນຊາການ ປກສ ແຂວງຄຳມ່ວນ.ພະແນກຈາລະຈອນ ໄດ້ມີແຜນປ້ອງກັນຢ່າງລະອຽດໃນການວາງ ຈຸກຳລັງລົງປະຈຳການໃນແຕ່ລະມື້ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ. ໃນນີ້, ມີຢູ່ 3 ຈຸໃຫຍ່ຄື: ຈຸປະຈຳການຄອຍເຫດກຽມພ້ອມຄອຍເຫດ ແລະ ໄດ້ປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ອີກ 2 ຈຸແມ່ນໄດ້ລົງເຄື່ອນໄຫວຕັ້ງຈຸດກວດກາຢູ່ເສັ້ນທາງຫຼວງແຫ່ງຊາດທາງເລກທີ 13 ຢູ່ເຂດບ້ານໃໝ່ໂພສີ ເມືອງທ່າແຂກ ແລະ ຈຸດບ້ານຖໍ້າ ເມືອງທ່າແຂກ. 
ສຳລັບໃນເຂດເທສະບານເມືອງທ່າແຂກ ແມ່ນໄດ້ເອົາໃຈໃສ່ປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງໃຫ້ເຂົ້າປະຈຳການເຮັດໜ້າທີ່ປ້ອງກັນ ແລະ ລະບາຍການສັນຈອນໃຫ້ເຂັ້ມງວດ.ນອກນັ້ນຍັງໄດ້ປະສານສົມທົບບັນດາເມືອງຈັດຕັ້ງປະຕິບັດເຊັ່ນດຽວກັນ. ຄຽງຄູ່ກັບແຜນຈັດຕັ້ງປະຕິບັດຄືດັ່ງກ່າວນັ້ນຍັງໄດ້ ໂຄສະນາສຶກສາອົບຮົມໃຫ້ບັນດານັກຂັບຂີ່ ຜູ້ທີ່ໃຊ້ລົດ ໃຊ້ຖະໜົນໃຫ້ມີຄວາມເອົາໃຈໃສ່ປະຕິບັດຕາມລະບຽບກົດຈະລາຈອນຢ່າງເຂັ້ມງວດ, ພ້ອມນີ້ກໍມີການກວດກາຕໍ່ກັບການໃຊ້ລົດໃຫ້ມີຄວາມຖືກຕ້ອງ ແລະ ໄດ້ແນະນໍາສຶກສາອົບຮົມ, ການກວດກາຈັບຄວາມໄວ ແລະ ກວດທາດເຫຼົ້າຂອງບັນດານັກຂັບຂີ່. ຕໍ່ກັບມາດຕະການຜູ້ທີ່ລະເມີດແມ່ນຈະໄດ້ສຶກສາອົບຮົມແນະນຳໃຫ້ເອົາໃຈໃສ່ປະຕິບັດຕາມກົດລະບຽບຈາລະຈອນໃຫ້ເຂັ້ມງວດ, ຖ້າຜູ້ຂັບຂີ່ມີຄວາມມຶນເມົາ ແມ່ນຈະໄດ້ກັກພາຫະນະໄວ້ ແລ້ວປະສານຫາຍາດພີ່ນ້ອງມາພົວພັນຈຶ່ງຈະປ່ອຍເມືອ ແລະ ຖ້າມີການລະເມີດຢ່າງຮ້າຍແຮງ ຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ.
ໃນໂອກາດດຽວກັນນີ້, ຫົວໜ້າພະແນກຕຳຫຼວດຈະລາຈອນ ຍັງໄດ້ຮຽກຮ້ອງມາຍັງບັນດານັກຂັບຂີ່ ຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງພ້ອມກັນປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ເພື່ອຫຼີກລ້ຽງຈາກການເກີດອຸປະຕິເຫດທາງຖະໜົນໃຫ້ລຸດໜ້ອຍຖອຍລົງກວ່າປີຜ່ານມາ ແລະ ຫຼີ້ນບຸນປີໃໝ່ຢ່າງມີຄວາມສຸກ, ປອດໄພ.
(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ