ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569
ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.

 

ສະຫາຍ ພັນໂທ ພອນໃຈ ພາມຸງຄຸນ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 12 ເມສາ 2026 ທີ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມພ້ອມຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ວ່າ:

ການຈັດວາງກໍາລັງ ເຂົ້າແຕ່ລະຈຸດປ້ອງກັນ ໃນແຕ່ລະວັນ (14-16 ເມສາ 2026) ເອົາກໍາລັງເຂົ້າ ເວລາ 7:00 ໂມງ

1. ຈຸດພື້ນທີ່ບໍລິເວນຫາດດອນຈັນ 10 ສະຫາຍ, 2. ເຂດບໍລິເວນຄຸ້ມເມືອງເກົ່າ, ສວນສະຫຼອງໄຊ, ສວນເຈົ້າອານຸວົງ 20 ສະຫາຍ, 3. ວັດສີສະເກດ 10 ສະຫາຍ ,4.ວັດອົງຕື້ 10 ສະຫາຍ, 5. ເຂດສວນນໍ້າພຸ 10 ສະຫາຍ, 6. ຖະໜົນແຫ່ງບຸນ 6 ສຫາຍ, 7. ຖະໜົນສາມແສນໄທ 52 ສະຫາຍ, 8. ຈຸດຈັດງານເຂດຜາມໄຊແຄມຂອງ 18 ສຫາຍ, 9. ຈຸດຈັດງານເຂດຫໍວັດທະນະທໍາ 12 ສະຫາຍ, 10. ຈຸດຈັດງານເຂດຂ້າງສະໜາມກິລາເຈົ້າອະນຸວົງ 12 ສະຫາຍ, 11. ປະຈໍາການກອງບັນຊາການ 32 ສະຫາຍ, 12. ປະຈໍາການ ປກສ ກຸ່ມບ້ານທັງ 5 ກຸ່ມ 56 ສະຫາຍ, 13. ປະຈໍາການສະຖານີຮັບແຈ້ງເຫດທັງ 2 ສະຖານີ 12 ສະຫາຍ, 14. ກໍາລັງຈາລະຈອນ ເຮັດໜ້າທີ່ລະບາຍການສັນຈອນຕາມເສັ້ນທາງ 46 ສະຫາຍ ແລະ ຄອຍເຫດ8 ສະຫາຍ

ສະເພາະ ວັນທີ 14 ເມສາ 2026 ໄດ້ມີການນໍາຂັ້ນສູງ ມາຮ່ວມພິທີທາງສາສະໜາ ທີ່ວັດອົງຕື້, ວັດສີສະເກດ ແລະ ພິທີແຫ່ພະພຸດທະຮູບ ໄປຕາມເສັ້ນທາງເສດຖາທິລາດ (ທາງລ່ອງ) ຫາໄພແດງນະຄອນບານ ລ້ຽວຊ້າຍຫາໄພແດງທາດດໍາ ລ້ຽວຊ້າຍຂຶ້ນມາຕາມເສັ້ນທາງສາມແສນໄທ ຮອດໄພແດງສີຫອມ ລ້ຽວຊາຍມາຫາໄພແດງຫຼັກ 1 ແລະ ລ່ອງລົງຕາມເສັ້ນທາງເສດຖາທິລາດ ແລ້ວຄືນເຂົ້າວັດ.

ນອກຈາກບັນຈຸກໍາລັງ ໃສ່ແຕ່ລະຈຸດທີ່ກ່າວມາຂ້າງເທິງນັ້ນ. ພວກເຮົາຍັງໄດ້ຈັດວາງກໍາລັງ ໃສ່ແຕ່ລະຈຸດ 3 ແຍກ, 4 ແຍກ ( ໂດຍສະເພາະແມ່ນກໍາລັງຈາລະຈອນ) ຕາມເສັ້ນທາງທັງການນໍາຜ່ານ ແລະ ຂະບວນແຫ່ພະພຸດທະຮູບຜ່ານ. ເພື່ອຮັບປະກັນເຮັດໃຫ້ງານສະເຫຼີມສະຫຼອງບຸນປີໃໝ່ລາວໃນປີນີ້ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ ໃນທົ່ວນະຄອນຫຼວງວຽງຈັນ ເວົ້າລວມ, ເວົ້າສະເພາະ ຢູ່ເມືອງຈັນທະບູລີ ຊຶ່ງມີຫຼາຍກິດຈະກໍາ ແລະ ມີທັງງານມ່ວນຊື່ນ-ບັນເທິງ ເພື່ອເສີມຂະຫຍາຍມູນເຊື້ອ ແລະຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ໃນການສະເຫຼີມສະຫຼອງບຸນປະເພນີປີໃໝ່ ລາວ ດ້ວຍຄວາມເບີກບານມ່ນຊື່ນ. ໂດຍຈັດຕັ້ງຜັນຂະຫຍາຍແຈ້ງການຂອງຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ.ນວ ກໍໄດ້ອອກແຈ້ງການກ່ຽວກັບການເພີ້ມທະວີປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569 (ຄສ 2026) ຢູ່ນະຄອນຫຼວງວຽງຈັນ ສະບັບເລກທີ 168/ປກສ.ນວ, ລົງວັນທີ 7 ເມສາ 2026. ໂດຍໄດ້ອອກ 8 ຂໍ້ຫ້າມ:

1. ຫ້າມຊື້-ຂາຍ ວັດຖຸກໍ່ໃຫ້ເກີດສຽງແຕກ ເຊັ່ນ: ໝາກກະໂພກ, ພຸ, ທາດແຕກ. ວັດຖຸອອກລິດ ແລະ ສິ່ງເສບຕິດ ທຸກປະເພດ.

2. ຫ້າມໃຊ້ນໍ້າສີ, ນໍ້າເປື້ອນ, ນໍ້າກ້ອນ ແກວ່ງໃສ່ກັນ-ໃສ່ລົດ, ຫ້າມລັດທາງຫົດນໍ້າ, ຕັ້ງກຸ່ມເຕັ້ນຟ້ອນຕາມຫົນທາງ.

3. ຫ້າມແຕ່ງກາຍບໍ່ສຸພາບຫົດສົງ (ຜູ້ຊາຍນຸ່ງສົ້ງ-ຜູ້ຍິງນຸ່ງສິ້ນ), ຫ້າມທ່ຽວຫຼິ້ນແບບລາມົກ (ນຸ່ງໂປ້ເປືອຍ), ຫ້າມຫຼິ້ນການພະນັນ, ຫ້າມອາລະວາດຕີກັນ ແລະ ການປະພຶດ ທີ່ເປັນການກໍ່ຄວາມບໍ່ສະຫງົບ.

4. ຫ້າມລົງຫຼິ້ນນໍ້າຂອງ ທີ່ບໍ່ໄດຮັບອະນຸຍາດ ເພື່ອຮັບປະກັນຄວາມປອດໄພ ຫຼີກລ່ຽງສິ່ງທີ່ບໍ່ເພິ່ງປາຖະໜາອາດເກີດຂຶ້ນ.

5. ຫ້າມຂະບວນແຫ່ຄົບງັນ ຕາມທ້ອງຖະໜົນ (ຍົກເວັ້ນຂະບວນແຫ່ພຣະພຸດທະຮູບ ທີ່ທາງການອະນຸມັດ). ການສັນຈອນ ແລະການຈອດລົດ ຕາມທ້ອງຖະໜົນ ຕ້ອງປະຕິບັດລະບຽບຈາລະຈອນ ຢ່າງເຂັ້ມງວດ.

6. ຫ້າມວາງວັດຖຸສິ່ງຂອງ, ຕັ້ງຮ້ານຂາຍເຄື່ອງ ຕາມເສັ້ນທາງ, ທາງຄົນຍ່າງ ຊຶ່ງເປັນການກີດຂວາງການສັນຈອນ;

7. ຫ້າມເປີດເຄື່ອງສຽງດັງເກີນຂອບເຂດ (80 ດີຊີເບວ) ແລະ ກໍານົດເວລາ 8:00-23:00 ໂມງ;

8. ຫ້າມຫົດນໍ້າໃສ່ເຈົ້າໜ້າທີ່ ໃນເວລາປະຕິບັດໜ້າທີ່.

ທ່ານຍັງຝາກເຖິງປະຊາຊົນ ໃຫ້ມີສະຕິໃນການປົກປັກຮັກສາຊັບສິນທີ່ມີຄ່າຂອງຕົນ ບໍ່ວ່າຢູ່ເຮືອນຊານ ແລະ ຕິດຕົວໄປມາທ່ຽວຫຼິ້ນຕ່າງໆ. ພ້ອມນັ້ນ, ຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ., ສຶກສາອົບຮົມລູກ -ຫຼານ ໃນການໄປມາທ່ຽວຫຼິ້ນຕ່ງາໆ ບໍ່ໃຫ້ມີການພົວພັນສິ່ງພິດກົດໝາຍທຸກປະເພດ (ສິ່ງເສບຕິດ, ການພະນັນ) ໃຫ້ປະຕິບັດບັນດາຂໍ້ຫ້າມໃນແຈ້ງການ ເພື່ອຮັກສາລະບຽບການ ແລະ ປະເພນີອັນດີງາມໄດ້ສືບສານຕໍ່ໄປ, ການໃຊ້ລົດໃຊ້ຖະໜົນຂໍໃຫ້ກຽດຊຶ່ງກັນ ແລະ ກັນ. ເສັ້ນທາງໃດມີຄວາມສັບສົນ-ແອອັດ ຂໍໃຫ້ເວັ້ນໄປທາງອື່ນ (ໂດຍສະເພາະຖະໜົນສາມແສນໄທ ເປັນຈຸດຫຼິ້ນຂອງຊາວໜຸ່ມ-ໄວໜຸ່ມ), ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບຈາລະຈອນຢ່າງເຂັ້ມງວດ. ດື່ມສິ່ງມຶນເມົາແລ້ວຫ້າມຂັບຂີ່ຍານພາຫະນະ, ຕັ້ງກຸ່ມແຂ່ງລົດກວນເມືອງ, ໃຊ້ສຽງດັງລົບກວນເຮືອນໃກ້ຄຽງ ແລະ ອື່ນໆ, ເອົາໃຈໃສ່ຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເປັນການປະກອບສ່ວນເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບ ກໍລະນີພົບເຫັນເຫດການໃຫ້ແຈ້ງຕໍ່ອົງການປົກຄອງບ້ານ; ປກສ ກຸ່ມ; ປກສ ເມືອງ ຫຼື ເຈົ້າໜ້າທີ່ ທີ່ກໍາລັງປະຕິບັດໜ້າທີ່ຢູ່ໃກ້ຄຽງເປັນຕົ້ນ, ເດືອນເມສານີ້ ອາກາດຮ້ອນເອົ້າ, ແຫ້ງແລ້ງ ນອກຈາກຮັກສາດ້ານສຸຂະພາບແລ້ວ ແລະ ຮັບປະກັນດ້ານອັກຄີໄຟ ກໍຂໍໃຫ້ມີສະຕິແທ້ໆກ່ອນອອກຈາກເຮືອນກວດກາລະບົບໄຟຟ້າ, ການໃຕ້ທູບທຽນ, ການຈູດຂີ້ເຫຍື່ອ ແລະ ອື່ນໆ.

ຕາງໜ້າຄະນະພັກ-ຄະນະກອງບັນຊາການ ປກສ ເມືອງຈັນທະບູ ອວຍພອນໃຫ້ການນຳ ພັກ-ລັດ ແລະ ປະຊາຊົນ ທຸກຊັ້ນຄົນ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ ຕະຫຼອດໄປ.

(ຂ່າວ: ຕຸໄລເພັດ ພິມເມືອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ