![]() |
ທ່ານ ພັນໂທ ສວນ ໄຊຍະລິນ ຮອງຫົວໜ້າກອງບັນຊາການ ປກສ ເມືອງອຸທຸມພອນ ຍັງເນັ້ນຕື່ມຕໍ່ກັບກຸ່ມມົ້ວສຸມສິ່ງເສບຕິດວ່າ: ການສຶກສາອົບຮົມກ່າວເຕືອນຄັ້ງນີ້ ກໍເພື່ອຢາກໃຫ້ທຸກຄົນທີ່ຫຼົງຜິດໃຫ້ມີການປ່ຽນແປງ ບໍ່ຢາກໃຫ້ເຮັດໃນສິ່ງທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ພ້ອມທັງເຮັດບົດບັນທຶກກັບຜູ້ກ່ຽວ ກໍຄືຜູ້ປົກຄອງ, ແຕ່ຖ້າຫາກວ່າມີຄັ້ງທີສອງອີກ ແມ່ນຈະບໍ່ໄດ້ນໍາມາສຶກສາອົບຮົມກ່າວເຕືອນແຕ່ຢ່າງໃດ, ມີແຕ່ວ່າຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ
ທ່ານ ພັນໂທ ສວນ ໄຊຍະລິນ ເວົ້າອີກວ່າ: ພວກນ້ອງ, ລູກຫຼານທີ່ໄດ້ຮັບການສຶກສາອົບຮົມເທື່ອນີ້ ແມ່ນເປັນພຽງຜູ້ທີ່ຫຼົງຜິດ, ສັງຄົມຍັງໃຫ້ໂອກາດພວກເຈົ້າຢູ່, ໃນສັງຄົມປັດຈຸບັນສິ່ງທີ່ພົ້ນເດັ່ນແມ່ນບັນຫາຢາເສບຕິດບໍ່ວ່າຈະເປັນ ນໍ້າກະທ້ອມ, ຢາສູບໄຟຟ້າ, ໝາກປຸ້ມເປົ້າ, ຄຣໍລາເຈນສ ຊຶ່ງສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມບ້ານເມືອງຂອງພວກເຮົາ ເຊັ່ນວ່າຂີ່ລົດໄວ, ໃຊ້ສຽງດັງ, ປຸ້ນຈີ້, ຊີງຊັບ ອັນນີ້ແມ່ນຕິດພັນກັບຢາເສບຕິດທັງໝົດ. ສະນັ້ນແລ້ວ ຈິ່ງຢາກໃຫ້ຜູ້ທີ່ໄດ້ຮັບການສຶກສາອົບຮົມກ່າວເຕື່ອນຄັ້ງນີ້ຈົ່ງຢຸດເຊົາຕໍ່ກັບສິ່ງດັ່ງກ່າວ ມັນບໍ່ມີຜົນດີຫຍັງຕໍ່ກັບເຮົາ ກໍຄືສັງຄົມ. ການສຶກສາອົບຮົມຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດນີ້ ທີ່ສະໂມສອນກອງບັນຊາການ ປກສ ເມືອງ.
(ຂ່າວ: ບຸນຊູ ພົມມະເທບ)
ຄໍາເຫັນ