ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ
ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບດ້ວຍຫຼາຍຮູບການ ແລະ ວິທີການ ທັງທາງກວ້າງ ແລະ ທາງເລິກ ຢ່າງເປັນປົກກະຕິ, ແທດເຖິງແຕ່ລະເປົ້າໝາຍ ຕິດພັນກັບການສ້າງຂະບວນການຕ່າງໆ. ຄຽງຄູ່ກັນນັ້ນ, ເວລາໃດກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບເປັນຕົ້ນຕໍ.

 

 

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກຊ ໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ V ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງ ປກຊ ເມື່ອບໍ່ດົນຜ່ານມາ ທີ່ກະຊວງດັ່ງກ່າວວ່າ: ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆກັນ; ກໍ່ສ້າງພັກດ້ານການເມືອງ-ແນວຄິດ ໂດຍໄດ້ຈັດຕັ້ງຝຶກອົບຮົມ, ເປີດຊຸດບຳລຸງໄລຍະສັ້ນດ້ານທິດສະດີການເມືອງໃຫ້ພະນັກງານ, ສະມາຊິກພັກໄດ້ 12 ຊຸດ, ມີຜູ້ເຂົ້າຮ່ວມ 1,105 ສະຫາຍ; ການປັບປຸງກໍ່ສ້າງພັກດ້ານການຈັດຕັ້ງ ໄດ້ສຸມໃສ່ຊີ້ນໍາຈັດຕັ້ງເຊື່ອມຊຶມກຳແໜ້ນ ແລະ ປະຕິບັດກົດລະບຽບຂອງພັກ ສະໄໝທີ XI ຢ່າງກວ້າງຂວາງ ໃຫ້ທຸກອົງຄະນະພັກໃນທົ່ວກອງທັບ, ພ້ອມທັງຍູ້ແຮງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ, ຕິດພັບກັບການຂະຫຍາຍພັກເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກມີຈຳນວນເພີ່ມຂຶ້ນ. ປັດຈຸບັນທົ່ວກອງທັບ ມີ 71 ຄະນະພັກ, 657 ຄະນະພັກຮາກຖານ, 3,258 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 74 ຄະນະພັກຮາກຖານ, 408 ໜ່ວຍພັກ; ມີສະມາຊິກພັກທັງໝົດ 77,564 ສະຫາຍ ຍິງ 13,021 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 10,512 ສະຫາຍ ຍິງ 1,410 ສະຫາຍ. ສະເພາະກຳລັງຫຼວງມີ 53 ຄະນະພັກ 337 ຄະນະພັກຮາກຖານ, 1,812 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 20 ຄະນະພັກຮາກຖານ, 144 ໜ່ວຍພັກ, ມີສະມາຊິກພັກ 43,115 ສະຫາຍ ຍິງ 8,885 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 6,442 ສະຫາຍ ຍິງ 1,323 ສະຫາຍ; ທົ່ວກອງທັບໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ: ປະເພດແຂງ 2,740 ໜ່ວຍພັກ, ກາງ 446 ໜ່ວຍພັກ, ອ່ອນ 19 ໜ່ວຍພັກ ບໍ່ໄດ້ຈັດປະເພດ 49 ໜ່ວຍພັກ; ສະເພາະກໍາລັງຫຼວງ: ປະເພດແຂງ 1,385 ໜ່ວຍພັກ, ປະເພດກາງ 401 ໜ່ວຍພັກ, ອ່ອນ 10 ໜ່ວຍພັກ, ບໍ່ໄດ້ແບ່ງ 16 ໜ່ວຍພັກ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກ່າວຕື່ມວ່າ: ສິ່ງພົ້ນເດັ່ນໄດ້ເປີດບັ້ນດໍາເນີນຊີວິດການເມືອງກາງສະໄໝ ແລະ ທ້າຍສະໄໝທົ່ວອົງຄະນະພັກກະຊວງ, ຄົ້ນຄວ້າຕີລາຄາຢ່າງກົງໄປກົງມາບັນດາຈຸອ່ອນຂໍ້ຄົງຄ້າງ ທີ່ເປັນສິ່ງທ້າທາຍຕໍ່ການປັບປຸງ ກໍ່ສ້າງກອງທັບ ກໍຄືບົດບາດການນໍາພາຂອງພັກໃນກອງທັບ, ຖືມາດຕະການດັ່ງກ່າວເປັນການປົວແປງພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງປັບປຸງພັກໃນກອງທັບໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຍິ່ງຂຶ້ນ; ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ຄະນະພັກແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຜັນຂະຫຍາຍແນວທາງຂອງພັກບົນພື້ນຖານມີຄວາມເປັນເອກະພາບ ແລະ ມີວິທະຍາສາດແບບແຜນການນໍາພາ ແລະ ແບບ ແຜນວິທີເຮັດວຽກ ກໍໄດ້ປັບປຸງຕິດແທດກັບຕົວຈິງຫຼາຍຂຶ້ນ ພ້ອມທັງເພີ່ມທະວີການຊີ້ນໍາວຽກງານຕິດ ຕາມ, ກວດກາ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆພາຍໃນພັກ, ເດັດດຽ່ວແກ້ໄຂ ແລະ ລົງວິໄນຕໍ່ຜູ້ລະເມີດກົດລະບຽບພັກ, ກົດໝາຍຂອງລັດ ແລະ ອື່ນໆຢ່າງເຂັ້ມງວດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ເຊກອງ ສຸມໃສ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນພາກເອກະຊົນ

ແຂວງເຊກອງ ເລັ່່ງໃສ່ການສ້າງທ່າແຮງພື້ນຖານສຳຄັນ ເພື່ອໃຫ້ກາຍເປັນສູນກາງທາງດ້ານອຸດສາຫະກໍາແຮ່ທາດໃນອະນາຄົດ ເພື່ອດຶງດູດການລົງທຶນຈາກພາກເອກະຊົນທັງ​ພາຍ​ໃນແລະຕ່າງ​ປະ​ເທດ ແລະ ສ້າງໂອກາດໃໝ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

Tree Koff ເປີດສາຂາ ຢູ່ແຂວງຄໍາມ່ວນ ພ້ອມຊູເອກະລັກ ກາເຟລາວ

ພິທີເປີດ Tree Koff ສາຂາໃໝ່ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານ​ມາ, ຢູ່ຂ້າງຫໍມູນເຊື້ອ 21 ມີນາ (ນໍ້າພຸ) ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີແຂກ​ຖືກ​ເຊີນເຂົ້າຮ່ວມ.
ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 18 ກັນຍາ 2026, ແຂວງຈຳປາສັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)ຂຶ້ນ, ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເລຂາ-ຮອງເລຂາພັກບັນດາເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ປິດງານແຂ່ງຂັນ Lao Digital Awards 2026 ມຸ່ງເນັ້ນຂັບເຄື່ອນນະວັດຕະກໍາເພື່ອການຫັນເປັນດີຈີຕອນທີ່ຍືນຍົງ

ພິທີປິດງານແຂ່ງຂັນ Lao Digital Awards ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍານີ້ ທີ່ຕຶກອຸທິຍານດີຈີຕອນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ງານດັ່ງກ່າວໄດ້ດໍາເນີນໄປຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍພະລັງແຫ່ງຄວາມຄິດສ້າງສັນຂອງຄົນຮຸ່ນໃໝ່.
ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມັນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການ ຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 18 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

ວັນທີ 17 ກັນຍາຜ່ານມາ, ກອງພັນໃຫຍ່ 584 ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າການທະຫານ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ແນະນຳລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມື

ບໍລິສັດ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ ໄດ້ຈັດງານແນະນຳລະບົບ ໂອມີຄໍ (OMICALL) ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມືລະຫວ່າງ ບູເບີ້ ຄອນເນັກ (BUBER CONCERT) ຮ່ວມກັບ ໂອມີຄໍຫວຽດນາມ (OMICALL VIETNAM) ໃນວັນທີ 19 ກັນຍາ ຜ່ານມາ ທີ່ໂຮງແຮມຮໍລິເດອິນ (Holiday Inn) ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ບູລັກ ນັນທະສອນ ປະທານ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ, ທ່ານ ແຮັບປີ້ ສີສົມພອນ ຈາກບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ໄດ້ແບ່ງປັນວິໄສທັດການເຊື່ອມໂຍງລະບົບຂົນສົ່ງ ເພື່ອສະໜັບສະໜູນ ພໍ່ຄ້າ-ແມ່ຄ້າຍຸກໃໝ່ ແລະ ທ່ານ ຫງວຽນ ລິງ ເຍີນ ປະທານ OMI JSC Vietnam, ມີຜູ້ຕາງໜ້າພາກລັດ, ຄະນະຜູ້ບໍລິຫານ, ພາກສ່ວນທຸລະກິດ, ຮ້ານຄ້າອອນລາຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພຽງພໍ.
ປກສ ຫຼວງພະບາງ ມອບເງິນນະໂຍບາຍ ລວມມູນຄ່າ 1 ຕື້ກວ່າກີບ

ປກສ ຫຼວງພະບາງ ມອບເງິນນະໂຍບາຍ ລວມມູນຄ່າ 1 ຕື້ກວ່າກີບ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ຈັດພິທີມອບ-ຮັບເງິນນະໂຍບາຍ ປະຈໍາງວດ 3 ປີ 2026 ຂຶ້ນເມື່ອບໍ່ດົນມານີ້, ທີ່ກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັນໂທ ຕຸ້ຍ ສິດທິຜົນ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄອບຄົວພະນັກງານທີ່ໄດ້ຮັບນະໂຍ ບາຍເຂົ້າຮ່ວມ.
ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ໃນລະຫວ່າງວັນທີ 14-18 ກັນຍາ 2026, ການດໍາເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ທ່ານ ໜໍ່ ວາລີ ເປັນຊົນ ເຜົ່າມົ້ງ ມາຈາກບ້ານຜັກເບືອກ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ມາແບ່ງປັນເລື່ອງລາວຊີວິດຈິງຕໍ່ທີ່ປະຊຸມ ຊຶ່ງໄດ້ຂໍຄວາມຊ່ວຍເຫຼືອ ສປປ ລາວ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໃນການດໍາເນີນການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ. ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຄືໄພຂົ່ມຂູ່ຕໍ່ຊີວິດ, ຄວາມຝັນ ແລະ ເສດຖະກິດຂອງປະຊາຊົນລາວ.
ເພີ່ມເຕີມ