ປູກພືດປະສົມປະສານ ມີລາຍຮັບ 70 ລ້ານກວ່າກີບຕໍ່ປີ

ປູກພືດປະສົມປະສານ ມີລາຍຮັບ 70 ລ້ານກວ່າກີບຕໍ່ປີ

ປູກພືດປະສົມປະສານ ມີລາຍຮັບ 70 ລ້ານກວ່າກີບຕໍ່ປີ
ການສ້າງເສດຖະກິດຄອບຄົວແມ່ນການຫາລາຍໄດ້ແກ້ໄຂຄວາມທຸກຍາກ ເຮັດໃຫ້ສະມະຊິກທຸກຄົນມີຢູ່ມີກິນ, ມີລາຍຮັບ ໂດຍອີງໃສ່ຄວາມສາມາດ, ທ່າແຮງ, ເງື່ອນໄຂ ແລະ ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ

ປະກອບກັບຄວາມດຸໝັ່ນຂະຫຍັນພຽນ ເຮັດໃຫ້ຖານະຂອງຄອບຄົວດີຂຶ້ນ, ຄືດັ່ງຄອບຄົວຂອງ ທ່ານ ຄໍາໂອດ ໄຊຍະລາດ ອາຍຸ 55 ປີ ປັດຈຸບັນເປັນປະຊາຊົນ ຢູ່ບ້ານ ດົງບາກໃໝ່ຫີນຄໍາ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ນຳເອົາຜົນສຳເລັດຈາກການຜະລິດກະສິກຳເປັນສິນຄ້າຕາມແນວທາງນະໂຍບາຍຂອງພັກ-ລັດ ລາຍງານໃນກອງປະຊຸມໃຫຍ່ອົງຄະນະພັກເມືອງສະໜາມໄຊ ຄັ້ງທີ XIII ແລະ ເປັນຄອບຄົວຕົວແບບເຮັດແທ້ທຳຈິງໃນການປູກຝັງ ໂດຍການປູກພືກປະສົມປະສານ ສາມາດສ້າງລາຍຮັບໄດ້ສະເລ່ຍ 70 ລ້ານກວ່າກີບຕໍ່ປີ.

ທ່ານ ຄໍາໂອດ ໄຊຍະລາດ ໄດ້ໃຫ້ຮູ້ວ່າ: ຕົນເອງໄດ້ສ້າງຄອບຄົວກັບ ນາງ ໜຸ່ຍ ແຕ່ປີ 2000 ເປັນຕົ້ນມາ ເປັນເວລາ 25 ປີແລ້ວ, ມີລູກນໍາກັນ 3 ຄົນ, ມີແຮງງານສົມບູນ 5 ຄົນ ຍິງ 1 ຄົນ, ໃນເບື້ອງຕົ້ນຄອບຄົວແມ່ນຢູ່ບ້ານຄັງ ແລະ ກໍເປັນຄອບຄົວໜຶ່ງທີ່ນອນຢູ່ໃນຄອບຄົວທຸກຍາກ, ອາຊີບຕົ້ນຕໍໃນໄລຍະນັ້ນ ແມ່ນເຮັດນາ ແລະ ຮັບຈ້າງທົ່ວໄປ ຊຶ່ງເຫັນວ່າລາຍຮັບທີ່ໄດ້ມາຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງການໃຊ້ຈ່າຍພາຍໃນຄອບຄົວ ເຮັດໃຫ້ການດໍາລົງຊີວິດ ພົບກັບຄວາມຫຍຸ້ງຍາກ ຂາດເຂີນຫຼາຍດ້ານ. ມາຮອດປີ 2004 ຕົນເອງ ແລະ ເມຍ ໄດ້ປຶກສາຫາລື ເປັນເອກະພາບຕັດສິນໃຈຢ່າງຕັ້ງໜ້າ ໃນການທຳການຜະລິດ ໂດຍສຸມໃສ່ການປູກພືດຜັກກິນໝາກ ແລະ ກິນໃບ ເຊັ່ນ: ປູກໝາກຖົ່ວ, ໝາກແຕງ, ໝາກໂມ, ໝາກເຂືອ ແລະ ພຶດຜັກກິນໃບອື່ນໆ ໃນເນື້ອທີ່ 0.6 ເຮັກຕາ, ຊຶ່ງສາມາດສ້າງລາຍຮັບຈາກການຂາຍຜົນຜະລິດ ລວມ ໃນ 13 ປີ ໄດ້ປະມານ 100 ລ້ານກວ່າກີບ, ລາຍຮັບດັ່ງກ່າວນັ້ນຈໍານວນໜຶ່ງແມ່ນໄດ້ໃຊ້ຈ່າຍເຂົ້າໃນການ ດໍາລົງຊີວິດປະຈຳວັນ ແລະ ລາຍຮັບຈໍານວນໜຶ່ງ ແມ່ນໄດ້ສະສົມໄວ້, ການຜະລິດໃນໄລຍະນັ້ນ ແມ່ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກເນື້ອທີ່ທໍາການຜະລິດມີຈຳກັດ, ພາຫະນະ ແລະ ອຸປະກອນຍັງຂາດເຂີນ, ຕໍ່ມາຮອດປີ 2012 ໄດ້ມີແນວຄິດຢາກເພີ່ມຜົນຜະລິດໃຫ້ຫຼາຍຂຶ້ນ ຈຶ່ງໄດ້ປຶກສາຫາລືກັບຜູ້ເປັນເມຍ ໄດ້ເອກະພາບກັນນໍາເອົາເງິນທີ່ສະສົມໄວ້ ມາຊື້ລົດໄຖນາ 1 ຄັນ, ລົດຈັກ 1 ຄັນ ແລະ ຊື້ດິນຕື່ມອີກ 1 ຕອນ ຈໍານວນ 0.5 ເຮັກຕາ. ໃນປີ 2017 ດ້ວຍຫຼາຍເງື່ອນໄຂ ຂ້າພະເຈົ້າພ້ອມດ້ວຍຄອບຄົວ ໄດ້ຍົກຍ້າຍ ໄປຢູ່ບ້ານ ທ່າແສງຈັນ ຊຶ່ງການດໍາລົງຊີວິດໃນເບື້ອງຕົ້ນ ກໍພົບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ດ້ວຍຄວາມເປັນຮ່ວງເປັນໄຍຂອງຄະນະພັກຂັ້ນເທິງ ກໍຄື ການຈັດຕັ້ງຂອງບ້ານ ທ່າແສງຈັນ ໄດ້ປະຕິບັດນະໂຍບາຍ ຈັດສັນເນື້ອທີ່ດິນໃຫ້ຄອບຄົວ ຈໍານວນ 1 ຕອນ, ມີເນື້ອທີ 0.5 ເຮັກຕາ ຈຶ່ງໄດ້ສືບຕໍ່ທໍາການຜະລິດ ປູກພືດຜັກປະເພດຕ່າງໆ ຢູ່ໃນເນື້ອທີ່ດິນຕອນດັ່ງກ່າວ ເປັນຕົ້ນ: ປູກໝາກຖົ່ວ, ໝາກແຕງ, ໝາກໂມ, ໝາກເຂືອ ແລະ ພຶດຜັກກິນໃບອື່ນໆ ແລະ ສາມາດສາງລາຍຮັບໄດ້ 25 ລ້ານກວ່າກີບຕໍ່ປີ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ, ສາມາດສົ່ງລູກເຂົາໂຮງຮຽນ ແລະ ໄດ້ເລີ່ມປູກສ້າງເຮືອນ ຢູ່ໄດ້ລະດັບໜຶ່ງ ແຕ່ຍັງບໍ່ທັນສໍາເລັດ. ມາຮອດທ້າຍປີ 2018 ກໍໄດ້ຮັບຜົນກະທົບ ຈາກເຫດການຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.

ນັບແຕ່ທ້າຍປີ 2018 ເປັນຕົ້ນມາ ຄອບຄົວກໍໄດ້ຖືກຍົກຍ້າຍ, ຈັດສັນໃຫ້ມາຢູ່ ບ້ານດົງບາກໄໝ່ຫິນຄໍາ ຊຶ່ງຄະນະພັກຂັ້ນເທິງ ໄດ້ມີນະໂຍບາຍຟື້ນຟູແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ. ຄອບຄົວຂ້າພະເຈົ້າ ໄດ້ຮັບການຊຸກຍູ້ສົ່ງເສີມໃນຫຼາຍດ້ານເຊັ່ນ: ດ້ານວິຊາການ, ແນວພັນ, ຢາປາບສັດຕູພືດ ແລະ ອື່ນໆ. ຈາກນັ້ນ, ຂັ້ນເທິງໄດ້ຕົກລົງໃຫ້ຄອບຄົວຂ້າພະເຈົ້າເຂົ້າຮ່ວມໃນການຮ່ວມມືທົດລອງສາທິດເຮືອນຮົ່ມ ໂດຍໄດ້ສຸມໃສ່ການປູກພືດປະສົມປະສານ ຊຶ່ງເປັນພືດທີ່ຕະຫຼາດມີຄວາມຕ້ອງການ ເຊັ່ນ: ປູກໝາກຖົ່ວ, ໝາກແຕງ, ໝາກໂມ, ໝາກເຂືອ ແລະ ພືດຜັກກິນໃບ, ບັນດາຜົນຜະລິດດັ່ງກ່າວນັ້ນ ແມ່ນໄດ້ນໍາໄປຈຳໜ່າຍຢູ່ຕະຫຼາດເມືອງ ແລະ ຈໍານວນໜຶ່ງ ກໍມີແມ່ຄ້າໄປຮັບຊື້ຢູ່ສວນເລີຍ, ໃນໄລຍະແຕ່ປີ 2023 ຫາ 2025 ນີ້ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ສະເລ່ຍ 70 ລ້ານກວ່າກີບຕໍ່ປີ. ຈາກລາຍຮັບດັ່ງກ່າວ ໄດ້ເຮັດໃຫ້ຄອບຄົວ ມີຊີວິດການເປັນຢູ່ທີ່ດີ, ມີເງີນສົ່ງລູກໄດ້ຮໍ່າຮຽນ, ມີເນື້ອທີ່ດິນປຸກສ້າງ 2 ຕອນ, ດິນສວນ 3 ຕອນ ເນື້ອທີ່ 1 ເຮັກຕາ, ມີສັດລ້ຽງອີກຈໍານວນໜຶ່ງ ແລະ ມີເຮືອນຢູ່ແບບຖາວອນ.

(ໂດຍ: ໄພບູນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ