ປທ ປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ພ້ອມມອບຫຼຽນໄຊແຮງງານ

ປທ ປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ພ້ອມມອບຫຼຽນໄຊແຮງງານ

ປທ ປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ພ້ອມມອບຫຼຽນໄຊແຮງງານ
ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ພ້ອມທັງມອບຫຼຽນໄຊແຮງງານ, ໃບຍ້ອງຍໍ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດໃນວັນທີ 7 ເມສານີ້, ໂດຍການເປັນປະທານຂອງທ່ານ ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະກອງບັນຊາການ, ກອງພັນ, ພະແນກ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.
ປທ ປະກາດນາຍຕາຫວດພກການ-ຮບອດໜນບານານ ພອມມອບຫຽນໄຊແຮງງານ - image 1
 

ໃນພິທີ, ທ່ານ ພັທ ສຸລິນ ຈັນທະລາດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປທ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ, ຜ່ານຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍການຍ້ອງຍໍ ແລະ ມອບຫຼຽນປະເພດຕ່າງໆ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວິຊາສະເພາະ ປະກອບສ່ວນຮັບໃຊ້ກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆ; ໃນນີ້, ໄດ້ຮັບການຍ້ອງຍໍປະເພດຫຼຽນໄຊແຮງງານຊັ້ນ II 29 ສະຫາຍ; ຫຼຽນໄຊແຮງງານຊັ້ນ III 77 ສະຫາຍ ຍິງ 1 ສະຫາຍ; ຫຼຽນກາແຮງງານ 74 ສະຫາຍ ຍິງ 4 ສະຫາຍ; ໃບຍ້ອງຍໍຂັ້ນລັດຖະບານ 102 ສະຫາຍ ຍິງ 6 ສະຫາຍ; ໃບຍ້ອງຍໍຂັ້ນກະຊວງ ປກສ 308 ສະຫາຍ ຍິງ 8 ສະຫາຍ. ພ້ອມນັ້ນ, ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນນັ້ນເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ 3 ສະຫາຍ; ຮ້ອຍເອກ ຂຶ້ນພັນຕີ 12 ສະຫາຍ ຍິງ 1 ສະຫາຍ; ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ ຍິງ 3 ສະຫາຍ; ຮ້ອຍຕີ ຂຶ້ນຮ້ອຍໂທ 1 ສະຫາຍ ແລະ ສິບເອກຂຶ້ນວາທີ 1 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານຈໍານວນ 2 ສະຫາຍ.

ປທ ປະກາດນາຍຕາຫວດພກການ-ຮບອດໜນບານານ ພອມມອບຫຽນໄຊແຮງງານ - image 2
 

ຕອນທ້າຍ, ທ່ານ ພົຈວ ພູມສະຫວັນ ພັນທະເສນາ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ຮັກສາມູນເຊື້ອອັນດີງາມ ແລະ ເປັນກຳລັງແຮງທີ່ເຂັ້ມແຂງໃຫ້ກຳລັງ ປກສ ເພື່ອປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງຊາດ ແລະ ສັງຄົມໃຫ້ໝັ້ນຄົງຕະຫຼອດໄປ.

ຂ່າວ: ລັດດາວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລົງຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ລົງຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂຜົນກະທົບໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ; ວັນທີ 5-6 ກັນຍາຜ່ານມານີ້, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ວັນທີ 7 ກັນຍາ 2026 ນີ້, ຢູ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ ໃຫ້ແກ່ພະນັກງານນຳທ່ຽວ ຂັ້ນແຂວງຫຼວງພະບາງ ໂດຍມີ ທ່ານ ວັນນະເດດ ພົງສຸດທິ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ສາທຸ ແສງດາວ ສັນຕິກະໂຣ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ນະຄອນ ຫຼວງພະບາງ, ຮອງຫົວໜ້າກຳມາທິການເຜີຍແຜ່ສີນລະທຳ ກຳມະຖານແຂວງ ແລະເຈົ້າອອະທິການວັດປ່າໄຜ່ມີໄຊຍາຣາມ ແລະທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງ ພ້ອມດ້ວຍພະນັກງານນຳທ່ຽວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ວັນທີ 7 ກັນຍາ 2026 ນີ້, ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ຊຸດທີ I ປະຈຳປີ 2026 ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ, ມີພະນັກງານຄັງເງິນແຫ່ງລັດຈາກ 6 ແຂວງພາກເໜືອ ແລະ 17 ເມືອງ ເຂົ້າຮ່ວມ 50 ຄົນ.
ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ແກ້ໄຂຜົນກະທົບ ໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ. ໃນວັນທີ 5-6 ກັນຍາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ສ​ພ​ຊ) ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິ ຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 3-4 ກັນຍາຜ່ານ​ມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິ ການສູນກາງພັກ ຮັກສາການປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ພິ​ທີ​ປະ​ດັບຫຼຽນ​ກາ​ທີ່​ລະ​ນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ທ່ານ ຄໍາໄລ ປັນຍາຄູນ ພະນັກງານບໍານານ, ອະດີດຄະນະປະຈໍາພັກເມືອງ, ອະດີດຮອງເຈົ້າເມືອງລະມາມ ແລະ ທ່ານ ນາງ ສອນ ປັນຍາຄູນ ອໍານວຍການກຸ່ມບໍລິສັດສອນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້​ມີ​ຂຶ້ນ​ໃນວັນທີ 4 ກັນຍາຜ່ານ​ມາ, ໃຫ້​ກຽດປະ​ດັບຫຼນ​ດັ່ງ​ກ່າວ ໂດຍ ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ.
ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກອງປະຊຸມສະຫຼຸບວຽກງານການເຄືອນໄຫວໃນໄລຍະຜ່ານມາ ແລະ ຄັດເລືອກຄະນະກຸ່ມຊຸດໃໝ່ ຂອງກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 4 ກັນຍາ​ຜ່ານ​ມາ ທີ່ ເມືອງພຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນກ່ຽວຂ້ອງ, ພ້ອມດ້ວຍສະມາຊິກກຸ່ມເຂົ້າຮ່ວມ.
ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 4 ກັນຍາ ຜ່ານມາ, ກອງພົນທີ 4 ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ
ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ງານເທສະການຄຳລາວປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 4-6 ກັນຍາ 2026 ຢູ່ນະຄອນ ຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ພາຍໃນງານມີບັນຍາກາດຄືກຄື້ນໜຶ່ງໃນຫຼາຍໆກິດຈະກຳນັ້ນ ກໍມີກິດຈະກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດພາຂວັນຂອງແຕ່ລະທ້ອງ ຖິ່ນທົ່ວປະເທດ. ຊຶ່ງກິດຈະກຳດັ່ງກ່າວໄດ້ມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ, ສະເພາະແຂວງອຸດົມໄຊໄດ້ຮັບລາງວັນຊົມເຊີຍ ໂດຍໄດ້ຮັບເງິນ 5 ລ້ານກີບ ພ້ອມໂລ້ລາງວັນ.
ເພີ່ມເຕີມ