ປຶກສາຫາລືຮັບຮອງປຶ້ມວັດຈະນານຸກົມພາສາລາວ

ປຶກສາຫາລືຮັບຮອງປຶ້ມວັດຈະນານຸກົມພາສາລາວ

ປຶກສາຫາລືຮັບຮອງປຶ້ມວັດຈະນານຸກົມພາສາລາວ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮັບຮອງປຶ້ມວັດຈະນານຸກົມພາສາລາວ ຂຶ້ນໃນວັນທີ 22 ເມສານີ້ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ທ່ານ ຄໍາພັນ ວິພາວັນ ທີ່ປຶກສາຄະນະຮັບຜິດຊອບໂຄງ ການຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ ອະດີດນາຍົກລັດຖະມົນຕີ, ມີອະດີດການນໍາ, ຄະນະກໍາມະການຮັບຮອງ, ບັນດາຜູ້ຊ່ຽວຊານຄະນະທີ່ປຶກສາ, ຄະນະຮຽບຮຽງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກສາຫາລຮບຮອງປມວດຈະນານກມພາສາລາວ - image 1
 

 

ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ພາສາແມ່ນເຄື່ອງມືສື່ສານ ແລະ ເປັນມໍລະດົກທາງປັນຍາທີ່ລ້ຳຄ່າຂອງຊາດ. ການສ້າງວັດຈະນານຸກົມຫົວນີ້ແມ່ນບາດກ້າວທີ່ສຳຄັນໃນການຮັກສາ, ພັດທະນາ ແລະ ເປັນບ່ອນອີງທີ່ເປັນເອກະພາບ ໃຫ້ການຄົ້ນຄວ້າຮ່ຳຮຽນຂອງຄົນຮຸ່ນຫຼັງ. ປຶ້ມເຫຼັ້ມນີ້, ແມ່ນໝາກຜົນຂອງຄວາມມານະອົດທົນ ແລະ ການທຸ່ມເທສະຕິປັນຍາຂອງຄະນະກຳມະການຮຽບຮຽງມາເປັນເວລາດົນນານ. ກອງປະຊຸມໃນຄັ້ງນີ້, ຈຶ່ງມີຄວາມໝາຍສຳຄັນທີ່ສຸດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮ່ວມກັນກວດກາ, ປັບປຸງ ແລະ ເອກະພາບກັນໃນດ້ານເນື້ອໃນ ໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງຕາມຫຼັກການ ແລະ ສາມາດນຳໄປຊົມໃຊ້ໄດ້ຢ່າງເປັນທາງການ.

ວັດຈະນານຸກົມຫົວນີ້, ບໍ່ແມ່ນພຽງແຕ່ການລວບລວມຄຳສັບເທົ່ານັ້ນ, ແຕ່ມັນແມ່ນການວາງຮາກຖານແຫ່ງປັນຍາ ເປັນເຂັມທິດທາງການສຶກສາ ແລະ ວິທະຍາສາດ ຂອງສັງຄົມ ຊຶ່ງມີຄວາມສຳຄັນໃນຫຼາຍມິຕິຄື: ການເປັນເຄື່ອງມືສ້າງມາດຕະຖານໃຫ້ແກ່ຊາດ: ວັດຈະນານຸກົມຊ່ວຍສ້າງຄວາມເປັນເອກະພາບໃນການນຳໃຊ້ພາສາໃນທົ່ວສັງຄົມ; ເຮັດໃຫ້ການສື່ສານພາກລັດ, ການຮ່າງກົດໝາຍ ແລະ ເອກະສານທາງການ ລວມທັງການສື່ສານໃນສັງຄົມໃຫ້ມີຄວາມຊັດເຈນ ຖືກຕ້ອງຕາມຫຼັກການດ້ານພາສາສາດ, ບໍ່ກໍ່ໃຫ້ເກີດຄວາມເຂົ້າໃຈຜິດ ແລະ ເປັນບ່ອນອີງທີ່ໜ້າເຊື່ອຖືໃຫ້ແກ່ທຸກພາກສ່ວນ; ການປົກປັກຮັກສາ ແລະ ສືບທອດມໍລະດົກທາງວັດທະນະທຳ: ພາສາແມ່ນຮາກເຫງົ້າຂອງຊາດ. ການມີວັດຈະນານຸກົມທີ່ສົມບູນຈະກາຍເປັນ "ຄັງສາງ" ທີ່ຊ່ວຍປົກປັກຮັກສາອະລິຍະທຳ ແລະ ເກັບຮັກສາພູມປັນຍາ, ຮີດຄອງປະເພນີ ແລະ ວິວັດທະນາການຂອງຊາດທີ່ສັງສົມມາຫຼາຍເຊັ່ນຄົນ ໃຫ້ຄົງຢູ່ຢ່າງມີລະບົບສືບທອດໃຫ້ຄົນລາວຮຸ່ນຫຼັງຢ່າງສະຫງ່າງາມ ເພື່ອເປັນການຢືນຢັນເຖິງເອກະລັກ ແລະ ຄວາມຮຸ່ງເຮືອງຂອງພາສາເຮົາ ໃນທ່າມກາງກະແສໂລກາພິວັດທີ່ຜັນແປຢ່າງວ່ອງໄວ; ການຍົກລະດັບຄຸນນະພາບການສຶກສາ ແລະ ວິທະ ຍາສາດ: ວັດຈະນານຸກົມແມ່ນພື້ນຖານຂອງການຮຽນຮູ້ ຊ່ວຍໃຫ້ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ຄົນລາວທຸກຄົນ ສາມາດເຂົ້າເຖິງຄວາມໝາຍທີ່ຖືກຕ້ອງ, ຊ່ວຍຂະຫຍາຍຄັງຄຳສັບ ແລະ ສົ່ງເສີມການຄິດວິເຄາະຢ່າງມີເຫດຜົນ. ສັງຄົມທີ່ມີວັດຈະນານຸກົມທີ່ດີ ຄືສັງຄົມທີ່ມີຮາກຖານການສຶກສາທີ່ເຂັ້ມແຂງ; ການເຊື່ອມໂຍງກັບສາກົນ: ໃນຍຸກແຫ່ງການພັດທະນາ, ວັດຈະນານຸກົມເປັນຂົວຕໍ່ທີ່ສຳຄັນໃນການຖ່າຍທອດຄວາມຮູ້ຈາກສາກົນມາເປັນພາສາເຮົາຢ່າງມີປະສິດທິພາບ; ອັນຈະເຮັດໃຫ້ພວກເຮົາສາມາດກຳແໜ້ນເອົາວິທະຍາສາດ ແລະ ເຕັກໂນໂລຊີໃໝ່ໆ ມາພັດທະນາປະເທດຊາດໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ. ໃນເດືອນກໍລະກົດ ປີ 2022 ເປັນຕົ້ນມາ ຜ່ານໄລຍະການຮີບໂຮມ, ຄັດເລືອກປະມວນຄໍາສັບ ແລະ ຮຽບຮຽງຂັ້ນບຸກຄົນ, ກວດຜ່ານໃນກຸ່ມ, ກວດແກ້ຈາກຄະນະກວດແກ້ ແລະ ກວດພິສູດອັກສອນ, ໄດ້ຜ່ານຂະບວນການປັບປຸງຄືນຫຼາຍຫຼົບຫຼາຍຕ່າວ ເພື່ອໃຫ້ໄດ້ເນື້ອໃນທີ່ຖືກຕ້ອງຕາມຫຼັກການວິທະຍາສາດ ແລະ ແທດເໝາະກັບຍຸກສະໄໝ. ປັດຈຸບັນໄດ້ສໍາເລັດການສ້າງຕົ້ນສະບັບປຶ້ມທີ່ສາມາດນໍາມາຜ່ານຄະນະກໍາມະການຮັບຮອງ ທີ່ມີເນື້ອໃນຫຼັກຈໍານວນ 1,200 ໜ້າ. ນອກນັ້ນ, ກໍຍັງມີເອກະສານພາກຜະໜວກພາກເພີ່ມເຕີມທີ່ສໍາຄັນປະກອບຕື່ມອີກຈໍານວນໜຶ່ງ.

ທ່ານ ນາງ ດາລາວອນ ກິດຕິພັນ ຍັງໄດ້ກ່າວເນັ້ນໃຫ້ຄະນະກຳມະການ ຊ່ວຍກວດກາ ແລະ ພິຈາລະນາ ຄວາມຖືກຕ້ອງຂອງຄວາມໝາຍ, ການນຳໃຊ້ພາສາ ແລະ ອັກຂະຫຼະວິທີ, ຄວາມທັນສະໄໝ ແລະ ກວມລວມ, ຄວາມງ່າຍໃນການເຂົ້າຫາ, ຄວາມເປັນເອກະພາບດ້ານການຂຽນ, ບໍລິບົດການນໍາໃຊ້, ການຈັດລຽງ ແລະ ລະບົບຄົ້ນຫາ ແລະ ຂໍຮຽກຮ້ອງບັນດາຄະນະກຳມະການຮັບຮອງເນື້ອໃນ ແລະ ຜູ້ຊ່ຽວຊານທຸກທ່ານ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບທາງດ້ານວິຊາການ, ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນວ່າວັດຈະນານຸກົມເຫຼັ້ມນີ້ ຈະກາຍເປັນມາດຕະຖານທີ່ຖືກຕ້ອງ, ຊັດເຈນ ແລະ ເປັນບ່ອນອີງທີ່ໜ້າເຊື່ອຖືທີ່ສຸດໃຫ້ແກ່ວຽກງານທຸກຂະແໜງການໃນທົ່ວປະເທດ. ກອງປະຊຸມໃນຄັ້ງນີ້, ຈະດໍາເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 22-24 ເມສາ 2026.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວສືກສາ-ກິລາ

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ເພີ່ມເຕີມ