ປຶກສາຫາລືການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່

ປຶກສາຫາລືການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024

ປຶກສາຫາລືການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024
ກອງປະຊຸມເປີດກວ້າງປຶກສາຫາລືຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ ປະຈຳປີ 2024 ແລະ ກໍານົດທິດທາງແຜນການ ປະຈໍາປີ 2025ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 20-21 ມັງກອນນີ້ທີ່ໂຮງແຮມຮໍລິເດອິນນະຄອນຫຼວງວຽງຈັນ,

ໂດຍການເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່(ພບ) ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນ, ຜູ້ອຳນວຍການລັດວິສາຫະກິດ,ບັນດາພະແນກພະລັງງານບໍ່ແຮ່ ນະຄອນຫຼວງວຽງຈັນ,ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້: ເພື່ອເປັນການຖອດຖອນບົດຮຽນກ່ຽວກັບການພັດທະນາວຽກງານບໍ່ແຮ່,ໂດຍຈະໄດ້ສະຫຼຸບ, ປະເມີນຜົນ ແລະ ຕີລາຄາສະພາບການເຄື່ອນໄຫວວຽກງານບໍ່ແຮ່ ໃນປີ 2024 ທີ່ຜ່ານມາ, ລົງເລິກສະຫຼຸບໃຫ້ເຫັນໄດ້ໝາກຜົນຂອງການປະຕິບັດແຜນການ, ຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສາເຫດ.ໃນນັ້ນ, ພ້ອມກັນຖອດຖອນບົດຮຽນມີດ້ານໃດແດ່ເພື່ອສ້າງເງື່ອນໄຂໃຫ້ແກ່ການຖອດຖອນບົດຮຽນທີ່ມີລັກສະນະກວມລວມ; ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານສະພາບການປະຕິບັດວຽກງານທໍລະນີສາດ ແລະ ບໍ່ແຮ່ ຂອງແຕ່ລະແຂວງ, ການປະກອບຄໍາເຫັນກ່ຽວກັບການປະສານສົມທົບຈາກບັນດາກົມກອງ ແລະ ພາກສ່ວນຕ່າງໆໃນໄລຍະທີ່ຜ່ານມາ.ໃນນັ້ນຈະໄດ້ພ້ອມກັນຄົ້ນຄວ້າເພື່ອວາງແຜນການສໍາລັບປີ 2025. ອັນສໍາຄັນແມ່ນການວາງວິທີການ, ມາດຕະການ ເພື່ອແກ້ໄຂຈຸດອ່ອນ, ສິ່ງທີ່ພວກເຮົາເຮັດບໍ່ທັນໄດ້ ເພື່ອພ້ອມກັນປັບປຸງໃຫ້ໜັກແໜ້ນຂຶ້ນ.ກອງປະຊຸມດັ່ງກ່າວຈະສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການປັບປຸງການເຄື່ອນໄຫວຽກງານຂອງພວກເຮົາ,ໂດຍສະເພາະແມ່ນແນໃສ່ ເພື່ອໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ແຕ່ລະຂັ້ນ ສາມາດເຮັດຫຼ້ອນພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການພັດທະນາວຽກງານບໍ່ແຮ່ ກໍຄືການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເວົ້າລວມໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.

ທ່ານກ່າວຕື່ມວ່າ:ການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂອງຂະແໜງບໍ່ແຮ່ ໃນປີ 2024 ທີ່ຜ່ານມາ ແມ່ນນອນຢູ່ໃນໄລຍະທີ່ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດໄດ້ມີການຜັນແປຢ່າງສັບສົນຊຶ່ງອັນທີ່ພົ້ນເດັ່ນແມ່ນ: ສະພາບຄວາມຫຍຸ້ງຍາກ, ຝືດເຄືອງທາງດ້ານເສດຖະກິດ, ງົບປະມານ-ການເງິນ, ການຖີບຕົວສູງຂຶ້ນຂອງລາຄານໍ້າມັນ, ລາຄາສິນຄ້າຫຼາຍຊະນິດ, ອັດຕາແລກປ່ຽນເງິນຕາ ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ,

ສໍາລັບຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາ, ມີແຜນການ, ໂຄງການ, ໜ້າວຽກຈໍານວນໜຶ່ງກໍຖືກຢຸດຊະງັກ, ເກີດຄວາມຊັກຊ້າ, ບໍ່ສາມາດບັນລຸໄດ້ຕາມກໍານົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ. ແຕ່ເຖິງແນວໃດກໍຕາມ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນບວກກັບຄວາມຕັດສິນໃຈ, ຄວາມເປັນເຈົ້າການ, ບຸກບືນສູ້ຊົນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່. ພວກເຮົາກໍສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ. ຜົນງານທີ່ເປັນພື້ນຖານແມ່ນຂະແໜງການພວກເຮົາສາມາດເຮັດພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ພັກ, ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ໃນການພັດທະນາວຽກງານຂະແໜງບໍ່ແຮ່ ໄດ້ຢ່າງຖືກຕ້ອງ.

ທ່ານກ່າວຕື່ມວ່າ:ການພັດທະນາວຽກງານບໍ່ແຮ່ຍັງມີຫຼາຍດ້ານມີລັກສະນະກວມລວມໃນຂອບເຂດທົ່ວປະເທດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາວຽກງານບໍ່ແຮ່ ໃນໄລຍະໃໝ່ແລ້ວ ເຫັນວ່າ: ຄຸນນະພາບ, ປະສິດທິຜົນໃນການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການຄຸ້ມຄອງວຽກງານບໍ່ແຮ່ ຍັງບໍ່ສູງ; ການຫັນເອົາກົດໝາຍແຮ່ທາດ ມາສ້າງເປັນລະບຽບການ, ເປັນນິຕິກໍາລຸ່ມກົດໝາຍ ເພື່ອເປັນເຄື່ອງມືນໍາໃຊ້ເຂົ້າໃນການຄຸ້ມຄອງການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ຍັງຊັກຊ້າ, ບໍ່ທັນເປັນລະບົບຄົບຊຸດ. ພ້ອມດຽວກັນນີ້, ການເຜີຍແຜ່, ໂຄສະນາເພື່ອສ້າງຄວາມຮັບຮູ້ກ່ຽວກັບເນື້ອໃນກົດໝາຍຍັງເຮັດໄດ້ໜ້ອຍ, ການບັງຄັບໃຊ້ກົດໝາຍ, ລະບຽບການຕ່າງໆທີ່ກ່ຽວຂ້ອງຍັງຂາດຄວາມສັກສິດ. ສະນັ້ນ,ໃນໄລຍະຜ່ານມາ ຈຶ່ງມີຫຼາຍປະກົດການຫຍໍ້ທໍ້ເກີດຂຶ້ນນັບທັງຢູ່ເບື້ອງລັດເຮົາ ແລະ ເບື້ອງຜູ້ປະກອບການ. ສຳລັບ ຢູ່ເບື້ອງລັດເຮົາ, ເດັ່ນກວ່າໝູ່ກໍແມ່ນການຄົ້ນຄວ້າ, ສຶກສາຂໍ້ມູນບໍ່ຊັດເຈນ,ຮັດກຸມ, ມີການອະນຸມັດໃຫ້ດໍາເນີນການຊະຊາຍ, ບໍ່ສອດຄ່ອງກັບກົດໝາຍ, ໃຫ້ດໍາເນີນການ. ເບື້ອງຜູ້ປະກອບການກໍມີຫຼາຍ ເຊັ່ນ: ມີສະພາບການລັກລອບຂຸດຄົ້ນ, ເຊື່ອງອໍາ, ອະນຸມັດຂອບເຂດໜຶ່ງຊໍ້າພັດລາມໄປໃສ່ຂອບເຂດໃໝ່, ການປະຕິບັດສັນຍາ, ພັນທະດ້ານຕ່າງໆບໍ່ຖືກຕ້ອງ, ເຂັ້ມງວດ ແລະ ທັນເວລາ. ສ່ວນຫຼາຍມີແຕ່ຢາກໃຫ້ເບື້ອງລັດປະຕິບັດນະໂຍບາຍຕໍ່ຜູ້ປະກອບການ, ແຕ່ການປະຕິບັດພັນທະຂອງຜູ້ປະກອບການຕໍ່ລັດຊໍ້າພັດບໍ່ຕັ້ງໃຈເຮັດ ແລະ ສະພາບອື່ນໆ. (ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ