ປຶກສາຫາລືການຍົກລະດັບພະແນກຊາຍແດນທະຫານແຂວງ ຂຶ້ນເປັນຫ້ອງທະຫານຊາຍແດນ

ປຶກສາຫາລືການຍົກລະດັບພະແນກຊາຍແດນທະຫານແຂວງ ຂຶ້ນເປັນຫ້ອງທະຫານຊາຍແດນ

ປຶກສາຫາລືການຍົກລະດັບພະແນກຊາຍແດນທະຫານແຂວງ ຂຶ້ນເປັນຫ້ອງທະຫານຊາຍແດນ
ກອງບັນຊາການທະຫານຊາຍແດນຮ່ວມກັບກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະຄົ້ນຄວ້າກ່ຽວກັບການກະກຽມຍົກລະດັບພະແນກຊາຍແດນທະຫານແຂວງສະຫວັນນະເຂດ

 ຂຶ້ນເປັນຫ້ອງທະຫານຊາຍແດນ, ຊຶ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 24 ກຸມພາຜ່ານມານີ້ທີ່ຫ້ອງປະຊຸມເຮືອນຮັບຕ້ອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ສະຫາຍ ພັນເອກ ອຸນຄໍາສີ ແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ,ມີສະຫາຍ ພັນເອກ ສົມພິດ ແກ້ວວັນທອງ ຮອງກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ,ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ແລະສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາໃນອົງການ 5 ຫ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານໂຄງຮ່າງການຈັດຕັ້ງ,ບຸກຄະລາກອນ,ຈໍານວນພົນທີ່ປະກອບຂອງຫ້ອງທະຫານຊາຍແດນ.ຈາກນັ້ນ, ຫົວໜ້າການເມືອງ ແລະຫົວໜ້າການທະຫານກອງບັນຊາການທະຫານແຂວງໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ,ຂອບເຂດຊາຍແດນ ແລະການເຄື່ອນໄຫວວຽກງານຊາຍແດນໃນໄລຍະຜ່ານມາ,ພ້ອມທັງມີການສະເໜີລາຍຊື່ເຂົ້າໃນໂຄງປະກອບບຸກຄະລາກອນ ຫ້ອງທະຫານຊາຍແດນ,ທີ່ປະກອບມີ: ຫົວໜ້າ ແລະຮອງຫົວໜ້າການເມືອງຫ້ອງທະຫານຊາຍແດນ, ຫົວໜ້າ ແລະຮອງຫົວໜ້າຜູ້ບັນຊາການທະຫານຊາຍແດນ,ພ້ອມກັນນັ້ນຍັງໄດ້ສະເໜີລາຍຊື່ບັນດາຫົວໜ້າ ແລະຮອງພະແນກການ ຈໍານວນ 6 ພະແນກການທີ່ຂຶ້ນກັບຫ້ອງທະຫານຊາຍແດນຄື: ພະແນກເສນາທິການ, ພະແນກການເມືອງ, ພະແນກສືບຂ່າວ, ພະແນກພະລາທິການ, ພະແນກເຕັກນິກ, ພະແນກບໍລິຫານ-ສັງລວມ. ຈາກນັ້ນ, ກອງປະຊຸມຍັງໄດ້ມີການຄົ້ນຄວ້າປຶກສາຫາລືກ່ຽວກັບທີ່ຕັ້ງສໍານັກງານຫ້ອງການ ແລະໄດ້ເຫັນດີເປັນເອກະພາບຕໍ່ການສະເໜີລາຍຊື່ບຸກຄະລາກອນເຂົ້າໃນໂຄງປະກອບ ແລະມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປະກາດຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນບັນລຸໄດ້ຕາມຈຸດປະສົງທີ່ກຳນົດໄວ້.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ຂອງເມືອງຕະໂອ້ຍ

ປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ຂອງເມືອງຕະໂອ້ຍ

ເມືອງຕະໂອ້ຍແຂວງສາລະວັນໄດ້ຈັດພິທີປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ໃນຈຳນວນ 5 ຕາແສງຂອງເມືອງຕະໂອ້ຍໃນ​ວັນ​ທີ 27 ສິງ​ຫາ​ຜ່ານ​ມາ, ໂດຍ ມີທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳສະໄຫວ ວິລະກອນກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ທຄຕລ ສາຂາເຊກອງ-ນ້ຳປະປາ ສືບຕໍ່ຊຳລະຄ່ານ້ຳປະປາ ຜ່ານລະບົບທະນາຄານ

ທຄຕລ ສາຂາເຊກອງ-ນ້ຳປະປາ ສືບຕໍ່ຊຳລະຄ່ານ້ຳປະປາ ຜ່ານລະບົບທະນາຄານ

ການສືບຕໍ່ສັນຍາບໍລິການຊຳລະຄ່ານ້ຳປະປາ ຜ່ານລະບົບ Bill payment ຂອງທະນາຄານ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາເຊກອງ ກັບ ລັດວິສາຫະກິດນ້ຳປະປາ ແຂວງ ເພື່ອອຳນວຍຄວາມສະດວກ, ຮັບປະກັນຄວາມວ່ອງໄວ ທັງປະຢັດເວລາ ແລະ ສາມາດກວດສອບໄດ້ ໂດຍການຊໍາລະ ແມ່ນຜ່ານແອັບພີເຄຊັນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ຮອງ​ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກຊຸກ​ຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ຮອງ​ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກຊຸກ​ຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ກອງປະຊຸມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງ​ເມືອງ​ມຸນ​ລະ​ປາ​ໂມກແຂວງ​ຈຳ​ປາ​ສັກຈັດ​ຂຶ້ນໃນ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ດັ່ງ​ກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງແຂວງຈໍາປາສັກ, ມີສະຫາຍ ສົມສັກ ເສົາວະລັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງມຸນລະປາໂມກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ຫ້ອງການວັດທະນະທຳແລະການທ່ອງທຽ່ວເມືອງໂຂງແຂວງ​ຈຳ​ປາ​ສັກເຄື່ອນໄຫວເກັບກຳຂໍ້ມູນລຳສີພັນດອນ ເພື່ອສະເໜິເປັນມໍລະດົກແຫ່ງຊາດດ້ານວັດທະນະທຳຂັ້ນທ້ອງຖິ່ນ.
ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນວຽກ​ງານແມ່ຍິງ ລະຫວ່າງ ສະຫະພັນແມ່ຍິງແຂວງເຊກອງ ແລະ ສະຫະພັນແມ່ຍິງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີ​ຂຶ້ນໃນວັນທີ 27 ສິງຫາຜ່ານ​ມາທີ່​ແຂວງ​ເຊກອງ ໂດຍ​ມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງປະທານສະຫະພັນແມ່ຍິງແຂວງເຊກອງ ພ້ອມຄະນະ, ມີທ່ານ ນາງ ນຸ້ຍ ສັງວິບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.
ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ໄດ້ເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ, ໃນວັນທີ 26 ສິງຫານີ້, ທີ່ສະໂມສອນຫ້ອງວ່າການເມືອງທຸລະຄົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພອນວິໄຊ ສີສະໝຸດ ເລຂາໜ່ວຍພັກ ຮັກສາການຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ແລະ ທ່ານ ໂນລາ ຈັນທະວົງ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ປະທານຄະນະກຳມະການປົກຄອງຕາແສງ, ຮອງຫົວໜ້າຫ້ອງການ, ພຣະສົງ, ອົງການ, ກົມກອງອ້ອມຂ້າງເມືອງ, ຄະນະຮັບຜິດຊອບ ການຮຽນ-ການສອນ ຂັ້ນແຂວງ, ຂັ້ນເມືອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ໃນວັນທີ 27 ສິງຫານີ້ ທີ່ໂຮງແຮມ Holiday Inn ນະຄອນຫຼວງວຽງຈັນ, ຄະນະຊີ້ນໍາລະດັບຊາດເພື່ອກະກຽມເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM),ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາສະມາຊິກຄະນະຊີ້ນຳລະດັບຊາດ ເເລະ ອະນຸກຳມະການຕ່າງໆ ເຂົ້າຫຼາຍກວ່າ150ທ່ານ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອສືບຕໍ່ຕິດຕາມ, ກວດກາ ແລະ ຕີລາຄາຄືນຄວາມພ້ອມຂັ້ນສຸດທ້າຍຂອງທັງ 12ອະນຸກໍາມະການ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບກອງປະຊຸມສາກົນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 13-18 ກັນຍາ 2026 ນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຕອບຄໍາຖາມສໍາພາດ ຂອງສື່ມວນຊົນ ໃນວັນທີ 27 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ. ດ້ວຍຄໍາຖາມດັ່ງລຸ່ມນີ້ ຄື:
ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ໄດ້ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ເພື່ອ​ປະ​ກອບ​ສ່ວນເປັນລາງວັນໃຫ້ແກ່ນັກຮຽນທີ່ມີຜົນການຮຽນດີເດັ່ນ ໃນລະດັບຊັ້ນ ປ5, ມ4 ແລະ ມ7 ແລະມອບ​ເງິນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໂຮງ​ໝໍ​ເມືອງ.
ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ພ້ອມດ້ວຍ ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງໄດ້ສືບຕໍ່ລົງຕິດຕາມ, ກວດກາສະພາບຄວາມເສຍຫາຍ, ເກັບກຳຂໍ້ມູນຕົວຈິງ ພ້ອມທັງມອບເຄື່ອງ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຕາແສງນາດີເມືອງມຸນລະປາໂມກແຂວງ​ຈຳ​ປາ​ສັກເມື່ອ​ບໍ່​ດົນ​ມາ​ນີ້.
ເພີ່ມເຕີມ