![]() |
ກອງປະຊຸມເພື່ອປຶກສາຫາລືບັນຫາທີ່ຈຳເປັນ ແລະ ຮີບດ່ວນ ຄົບຄະນະບໍລິຫານງານ ສຕ.ນວ ຄັ້ງນີ້ ຈັດຂຶ້ນ ຫວ່າງບໍ່ດົນມານີ້ທີ່ຫ້ອງການບໍລິສັດ ລ້ານຊ້າງ ເຊັນເຕີ ບ້ານ ດອນກອຍ ເມືອງສີສັດຕະນາກ ພາຍໃຕ້ການເປັນປະທານໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ພັນທະຈິດ ອິນທິລາດ ປະທານກິຕິມະສັກ ສຕ.ນວ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ ພ້ອມດ້ວຍຄະນະບໍລິຫານງານ ແລະ ສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມ.
ໃນກອງປະຊຸມກໍໄດ້ມີມະຕິຕົກລົງເປັນເອກະພາບກັນໃຫ້ມີການປັບປຸງຄະນະບໍລິຫານງານ ສຕ.ນວ ຊຸດໃໝ່ ເພື່ອໃຫ້ສາມາດເຄື່ອນໄຫວຢ່າງມີຄວາມສະດວກ ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຄືນໃໝ່. ພ້ອມນັ້ນ, ກໍໄດ້ພ້ອມປຶກສາຫາລືແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆໃນການກະກຽມສະຖານທີ່ເພື່ອຮອງຮັບໃຫ້ແກ່ການຈັດງານແຂ່ງຂັນກິລາແຫ່ງຊາດຕື່ມອີກ ເປັນຕົ້ນແມ່ນການກຳນົດສະໂມສອນກິລາໃນຮົ່ມລ້ານຊ້າງ ບ້ານດອນກອຍ ເພື່ອຈະຈັດການແຂ່ງຂັນກິລາບາງປະເພດກິລາ.
ໂອກາດດຽວກັນ, ທ່ານ ພູວົງ ວົງຄຳຊາວ ກໍເຫັນດີໃຫ້ມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່ ພ້ອມເນັ້ນໃຫ້ຄະນະບໍລິຫານງານ ສຕ.ນວ ພ້ອມກັນລະດົມຂົນຂວາຍຊ່ວຍກັນຢ່າງເອົາຈິງເອົາຈັງ ໂດຍສະເພາະການຫາແຫຼ່ງທຶນ ເພື່ອມາຮັບໃຊ້ບໍລິຫານໃຫ້ແກ່ທີມນັກກິລາເຕະບານ 3 ລາຍການ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພາະນັກກິລາເປັນໝາກຫົວໃຈສຳຄັນໃນການສ້າງຜົນສຳເລັດໃນການຊີງຫຼຽນຄຳ ສ້າງກຽດສັກສີ ແລະ ຊື່ສຽງມາສູ່ຊາວນະຄອນຫຼວງວຽງຈັນ ດ້ວຍຄວາມພາກພູມໃຈ.
(ພາບ-ຂ່າວ: ສົງການ ພັນແພງດີ)

ຄໍາເຫັນ