ປຶກສາຫາລືແຜນງານການຈັດຕັ້ງປະຕິບັດວຽກງານຂອງ ສທຢພ

ປຶກສາຫາລືແຜນງານການຈັດຕັ້ງປະຕິບັດວຽກງານຂອງ ສທຢພ

ປຶກສາຫາລືແຜນງານການຈັດຕັ້ງປະຕິບັດວຽກງານຂອງ ສທຢພ
ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ (ສທຢພ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດໂຕສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດຢ່າງເປັນທາງການຂຶ້ນໃນວັນທີ 3 ກໍລະກົດນີ້ ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍການເປັນ ປະທານ ຂອງທ່ານ ນາງ ວາລີ ເວດສະພົງ ປະທານສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ, ມີຮອງປະທານ, ຄະນະບໍລິຫານ ແລະ ບັນດາຜູ້ປະກອບການ, ຕາງໜ້າໂຮງານທີ່ກ່ຽວພັນກັບຂະແໜງທຸລະກິດການຢາ ແລະ ຜະລິດຕະພັນການແພດເຂົ້າຮ່ວມ.

 

ປກສາຫາລແຜນງານການຈດຕງປະຕບດວຽກງານຂອງ ສທຢພ - image 1
 

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ພາລະບົດບາດກ່ຽວກັບສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ແລະ ເພື່ອເປັນການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຮ່ວມກັນຕໍ່ກັບແຜນງານການຈັດຕັ້ງປະຕິບັດວຽກງານຂອງ ສທປພ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງບັນດາຫົວໜ່ວຍທຸລະກິດ, ໂຮງງານ, ຜູ້ປະກອບການທີ່ຕິດພັນທຸລະກິດການຢາ ແລະ ຜະລິດຕະພັນການແພດ ເພື່ອພ້ອມກັນພັດທະນາສ້າງຜົນປະໂຫຍດສູງສຸດໃຫ້ແກ່ທຸລະກິດປະກອບສ່ວນສ້າງສາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຮ່ວມກັນ.

ໃນໂອກາດດັາງກ່າວ, ທ່ານ ນາງ ວາລີ ເວດສະພົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບ ແລະ ຂັ້ນຕອນຂໍການສ້າງຕັ້ງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຊຶ່ງສະມາຄົມດັ່ງກ່າວໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນເດືຶອນເມສາ 2025 ຜ່ານມາ, ກອງປະຊຸມຍັງໄດ້ຮັບຟັງການສະເໜີ ຄວາມໝາຍ ແລະ ຄວາມສຳຄັນຂອງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ແລະ ນິຕິກຳທີ່ກ່ຽວຂ້ອງ,ສະຫຼຸບລາຍງານຫຍໍ້ແຜນການເຄື່ອນໄຫວໃນປີຜ່ານມາ, ຜ່ານບົດສະຫຼຸບການເງິນຂອງສະ ມາຄົມ, ລາຍງານຄວາມຄືບໜ້າໃນການກະກຽມກອງປະຊຸມຂອງສະມາຄົມ, ສະເໜີທິດທາງແຜນການເຄື່ອນໄກວຂອງສະມາຄົມໃນຕໍ່ໜ້າ

ໂອກາດດັ່ງກ່າວ, ທ່ານ ນາງ ວາລີ ເວດສະພົງ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ສະມາຊິກຂອງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດທີ່ໄດ້ປະກອບສ່ວນເຂົ້າໃນສະມາຄົມດັ່ງກ່າວ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 4 ວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ເພື່ອເພີ່ມພູນຄູນສ້າງຄວາມຮັບຮູ້, ເຊື່ອມຊຶມອຸດົມການປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອຄວາມຮັກຊາດ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວແຂວງ, ເນັ້ນໃສ່ການສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນເງື່ອນໄຂໃໝ່.
ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ບໍລິສັດ ຫັດຖະກໍາແພງໄໝ ຮ່ວມກັບ ຮ້ານຄໍາພູວົງ ໄດ້ຖະແຫຼງຂ່າວ ໃນວັນທີ 14 ສິງຫາ ຜ່ານມານີ້ ທີ່ສູນວາງ ສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ), ໃຫ້ກຽດຮ່ວມເປັນປະທານງານຖະແຫຼງຂ່າວເປີດ"ງານຄຸນຄ່າພູມປັນ ຍາລາວ" ຄັ້ງທີ່ 1 ຂອງ ທ່ານ ນາງ ອຸສາວະດີ ໄຊສະສິດ ອຳນວຍການຫັດຖະກຳແພງໄໝ. ທ່ານນາງ ວຽງສະຫວັນ ພະມີສິດ ຜູ້ບໍລິຫານຮ້ານຄໍາພູວົງ, ມິບັນດາທ່ານຄະນະປະທານ, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຂ່າວ, ການນຳໃຊ້ AI ເຂົ້າໃນການຂຽນຂ່າວ, ການສ້າງເຟສບຸກຂ່າວ ແລະ ເຕັກນິກການຈັດລາຍການວິທະຍຸ-ໂທລະໂຄ່ງ ໃນ​ວັນ​ທີ 17 ສິງ​ຫາ​ນີ້ ທີ່​ເມືອງ​ບົວ​ລະ​ພາ ໂດຍມີ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ໄລວັນ ດວງສະຫວັນ ຮອງເລຂາພັກເມືອງບົວລະພາ, ຫົວໜ້າຄະນະຈັດຕັ້ງເມືອງບົວລະພາ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາສຳມະນາກອນ ຈາກຂະແໜງການອ້ອມຂ້າງເມືອງ, ຕາແສງ ແລະ ຮາກຖານບ້ານ ເຂົ້າຮ່ວມ.
ເພີ່ມເຕີມ