ຣັດເຊຍ - ຈີນ ສ້າງຕັ້ງກົນໄກການຮ່ວມມື

ຣັດເຊຍ - ຈີນ ສ້າງຕັ້ງກົນໄກການຮ່ວມມືກ່ຽວກັບ AI

ຣັດເຊຍ - ຈີນ ສ້າງຕັ້ງກົນໄກການຮ່ວມມືກ່ຽວກັບ AI
ວິທະຍຸກະຈາຍສຽງຫວຽດນາມລາຍງານ, ໃນວັນທີ 1 ມັງກອນ ຜ່ານມາສຳນັກຂ່າວສານ TASS ຂອງ ຣັດເຊຍ ລາຍງານວ່າ: ທ່ານ ວະລາດາເມຍ ປູຕິນປະທານາທິບໍດີ ຣັດເຊຍ ຮຽກຮ້ອງໃຫ້ລັດຖະບານ ແລະ Sberbank (ທະນາຄານໃຫຍ່ສຸດຂອງຣັດເຊຍ)

 ພັດທະນາກົນໄກຮ່ວມມືກັບ ຈີນ ໃນຂົງເຂດປັນຍາປະດິດ (AI). ປັດຈຸບັນ, ຣັດເຊຍ ພວມລົງທຶນຢ່າງແຂງແຮງເພື່ອສາມາດເປັນເຈົ້າຂອງເຕັກໂນໂລຊີຊິບຄວາມໄວສູງ, ໜຶ່ງໃນບັນດາຂົງເຂດເຕັກໂນໂລຊີທີ່ຈຳເປັນ ແລະ ເຕັມໄປດ້ວຍຄວາມມຸ່ງໝາຍຂອງສະຕະວັດທີ XXI.

ບັນດາບໍລິສັດຜະລິດຊິບໃນໂລກ ໄດ້ຢຸດຕິການສົ່ງອອກຜະລິດຕະພັນໄປຍັງ ຣັດເຊຍ, ຍ້ອນຖືກຜົນກະທົບຈາກບັນດາມາດຕະການຈໍາກັດການສົ່ງອອກເຕັກໂນໂລຊີທີ່ກ້າວໜ້າ ໂດຍບັນດາປະເທດຕາເວັນຕົກ. ສິ່ງດັ່ງກ່າວຖືວ່າ ສົ່ງຜົນກະທົບຫຼາຍຢ່າງຕໍ່ບັນດາເປົ້າໝາຍພັດທະນາ AI ຂອງ ຣັດເຊຍ. ໃນສານອວຍພອນປີໃໝ່ສົ່ງເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໃນວັນທີ 31 ທັນວາ 2024, ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢັ້ງຢືນເຖິງ ສາຍພົວພັນຄູ່ຮ່ວມມືອັນເລິກເຊິ່ງກວ້າງຂວາງ ແລະ ຍືນຍົງລະຫວ່າງສອງປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ

ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້, ທ່ານ ຮຸນມາເນດ ​ນາຍົກລັດຖະມົນຕີກຳປູ​ເຈຍ ກ່າວ​ວ່າ: ກຳປູ​ເຈຍ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 2.95 ລ້ານ​ເທື່ອ​ຄົນ ​ໃນ​ລະຫວ່າງ​ເດືອນ​ມັງກອນ​ ຫາ ​ເດືອນ​ພຶດສະພາ 2025, ​ເພີ່ມ​ຂຶ້ນ 11.7% ​ເມື່ອ​ທຽບ​ໃສ່​ປີ​ກາຍ.
CPI ພື້ນຖານ ຂອງສິງກະໂປຫຼຸດລົງເຖິງ 0.6% ໃນເດືອນພຶດສະພາ

CPI ພື້ນຖານ ຂອງສິງກະໂປຫຼຸດລົງເຖິງ 0.6% ໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ຄ້າ​ - ​ອຸດສາຫະກຳ ແລະ​ ທະນາຄານກາງ ​ສິງກະ​ໂປ ເປີດເຜີຍ​ໃນ​ວັນ​ທີ 23 ມິຖຸນາ​ ຜ່ານມາ​ວ່າ: ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກພື້ນຖານ (CPI) ​ໄດ້​ຫຼຸດ​ລົງ​ເຖິງ 0.6% ໃນເດືອນພຶດສະພາ ຜ່ານມາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ​ຈາກລະດັບ 0.7% ​ໃນ​ເດືອນ​ເມສາ, ໂດຍປັດໄຈຕົ້ນຕໍ​ແມ່ນ​ຍ້ອນການຫຼຸດລົງຂອງ​ອັດຕາ​ເງິນ​ເຟີ້ໃນປະເພດ​ສະບຽງ​ອາຫານ ຊຶ່ງຢູ່ໃນລະດັບ 1.1% ​ໃນ​ເດືອນ​ພຶດສະພາ ຜ່ານມາ.
ຍີ່ປຸ່ນ ກວດວັນນະໂຣກ ສຳລັບຄົນຕ່າງປະເທດ ກ່ອນເດີນທາງເຂົ້າປະເທດ

ຍີ່ປຸ່ນ ກວດວັນນະໂຣກ ສຳລັບຄົນຕ່າງປະເທດ ກ່ອນເດີນທາງເຂົ້າປະເທດ

ຂ່າວຕ່າງປະເທດລາຍງານ; ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ເປີດເຜີຍໃນວັນທີ 23 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນ ໄດ້ເລີ່ມປະຕິບັດມາດຕະການກວດວັນນະໂຣກກ່ອນເດີນທາງເຂົ້າປະເທດ ສຳລັບຄົນຕ່າງປະເທດທີ່ວາງແຜນຈະຢູ່ຍີ່ປຸ່ນເກີນ 3 ເດືອນ, ໂດຍເລີ່ມຈາກຜູ້ທີ່ເດີນທາງມາຈາກປະເທດຟີລິບປິນ ແລະ ເນປານ. ຈາກນັ້ນ, ຄາດ​ວ່າ​ຈະ​ເພີ່ມ​ຫວຽດນາມ​ເຂົ້າ​ໃນ​ເດືອນ​ກັນຍາ, ຖັດມາ​ແມ່ນ​ອິນ​ໂດ​ເນ​ເຊຍ, ມຽນມາ ​ແລະ ຈີນ.
ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ ​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ ​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້; ກະ​ຊວງ​ການ​ຄ້າ​ຈີນເປີດ​ເຜີ​ຍ​ໃຫ້​ຮູ້​ວ່າ: ລະ​ຫວ່າງ​ເດືອນ​ມັງ​ກອນ ​ຫາ​ ເດືອນ​ພຶດ​ສະ​ພາ 2025 ນີ້, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ​ໄດ້​ສະ​ແດງ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ​ດ້ານ​ການ​ບໍ​ລິ​ໂພກ​ຢ່າງ​ແຂງ​ແຮງ ໂດຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ. ໃນ​ນັ້ນ, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ແລະ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ຢ່າງ​ຊັດ​ເຈນ.
ນາ​ຍົກ​ຫວຽດນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ເພື່ອ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ

ນາ​ຍົກ​ຫວຽດນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ເພື່ອ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ມິຖຸນາ ຜ່ານມານີ້ ຢູ່ສຳນັກງານລັດຖະບານ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືຂອງ ຫວຽດນາມ ໃນສະພາບການໂລກ ທີ່ມີການຜັນແປໃນປັດຈຸບັນ.
ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ ສົ່ງ​ແຫຼ່ງ​ບັນ​ດານ​ໃຈ ແລະ ສ້າງ​​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ໜັງ​ສື​ພິມ​ສ້າງ​ກຳ​ລັງ​ໜູ​ນ ສົ່ງ​ແຫຼ່ງ​ບັນ​ດານ​ໃຈ ແລະ ສ້າງ​​ຄຸນ​ຄ່າໃໝ່​ໃຫ້​ແກ່​ປະ​ເທດ​ຊາດ

ວິທະຍຸກະຈາຍສຽງລາຍງານວ່າ: ໃນຕອນຄ່ຳວັນທີ 21 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ແລະ ມອບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ XIX ດ້ວຍຫົວຂໍ້ “ເຫຼັກກ້າໃນປາກກາ, ໄຟໃນຫົວໃຈ”.
ຈີນ​ ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົນ

ຈີນ​ ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົນ

ຂ່າວສານຊີອາໄອ ລາຍງານ; ກຸ່​ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ​ຈີນເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໃນເວ​ລາ 20 ໂມງ 37 ນາ​ທີ ​ຂອງວັນ​ທີ 20 ມິ​ຖຸ​ນາ​ ຜ່ານມານີ້, ຈີນ​ໄດ້ສົ່ງດາວທຽມ 9C ຢ່າງສຳ​ເລັດ​ຜົ​ນ ​ດ້ວຍຈະຫຼວດສົ່ງຍານ CZ-3B ​ຢູ່ສູນສົ່ງດາວທຽມ​​ຊີ່​ຊ່າງ​, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່ຄາດ​ໄວ້​ຢ່າງ​ສະ​ດວກ, ໜ້າ​ທີ່​ການ​​ສົ່ງດາວທຽມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ຊາວຣັດເຊຍ ໃຊ້ເວລາກັບໂທລະສັບມືຖື ສະເລ່ຍ 5.5 ຊົ່ວໂມງຕໍ່ມື້

ຊາວຣັດເຊຍ ໃຊ້ເວລາກັບໂທລະສັບມືຖື ສະເລ່ຍ 5.5 ຊົ່ວໂມງຕໍ່ມື້

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອາເລັກຊີ ໂກເຣສລາຟກີ ຫົວໜ້າສະຖາບັນພັດທະນາອິນເຕີເນັດຂອງຣັດເຊຍ ກ່າວໃນກອງປະຊຸມເສດຖະກິດສາກົນ St. Petersburg ວ່າ: ຊາວຣັດເຊຍແຕ່ລະຄົນໃຊ້ເວລາສະເລ່ຍ 5.5 ຊົ່ວໂມງຕໍ່ມື້ກັບໂທລະສັບມືຖື, ໃນຂະນະທີ່ໄວໜຸ່ມໃຊ້ເວລາເກືອບ 7 ຊົ່ວໂມງຕໍ່ມື້.
ໂຕໂຍຕ້າ ຈະຂຶ້ນລາຄາລົດຍົນ ໃນສະຫະລັດ ອາເມຣິກາ

ໂຕໂຍຕ້າ ຈະຂຶ້ນລາຄາລົດຍົນ ໃນສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ (Toyota Motor) ຂອງຍີ່ປຸ່ນ ຈະປັບຂຶ້ນລາຄາລົດຍົນບາງລຸ້ນໃນສະຫະລັດ ອາເມຣິກາ ໃນເດືອນໜ້າເປັນຕົ້ນໄປ ໂດຍຈະເພີ່ມລາຄາຂຶ້ນຫຼາຍກວ່າ 200 ໂດລາ.
ເພີ່ມເຕີມ