ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ການໃຊ້ຈ່າຍດ້ານການສຶກສາສ່ວນບຸກຄົນ ຫຼື ການຮຽນເພີ່ມເຕີມຂອງປະເທດເພີ່ມສູງຂຶ້ນເປັນປະຫວັດສາດໃນປີ 2023 ຜ່ານມາ ເຖິງແມ່ນວ່າຈຳນວນຜູ້ຮຽນຈະຫຼຸດລົງ ໂດຍມູນຄ່າການໃຊ້ຈ່າຍດັ່ງກ່າວໃນກຸ່ມນັກຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ມີ 27,1 ລ້ານໆວອນ ເພີ່ມຂຶ້ນ 4,5% ເມື່ອທຽບກັບປີ 2022.
ບົດລາຍງານລະບຸວ່າ: ການໃຊ້ຈ່າຍດ້ານການສຶກສາສ່ວນບຸກຄົນ ຫຼື ການຮຽນເພີ່ມເຕີມຂອງ ສ ເກົາຫຼີ ເພີ່ມສູງເປັນປະຫວັດສາດຕິດຕໍ່ກັນເປັນປີທີ 3 ໃນປີ 2023 ເຖິງແມ່ນວ່າຈຳນວນຜູ້ຮຽນທັງໝົດຫຼຸດລົງ 1,3% ຢູ່ທີ່ປະມານ 5,21 ລ້ານຄົນ ໂດຍການໃຊ້ຈ່າຍສ່ວນນີ້ສະເລ່ຍຕໍ່ເດືອນຕໍ່ຄົນຢູ່ທີ່ 434.000 ວອນ ເພີ່ມຂຶ້ນ 5,8% ເມື່ອທຽບແບບລາຍປີ. ສຳລັບການໃຊ້ຈ່າຍດ້ານການສຶກສາສ່ວນບຸກຄົນ ຫຼື ການຮຽນເພີ່ມເຕີມຂອງນັກຮຽນໂຮງຮຽນພິເສດ ມີ 553.000 ວອນຕໍ່ເດືອນ ເພີ່ມຂຶ້ນ 5,5% ເມື່ອທຽບແບບລາຍປີ. ອີກຢ່າງໜຶ່ງ, ຂໍ້ມູນສະຖິຕິເຫຼົ່ານີ້ມາຈາກການສຳຫຼວດນັກຮຽນ ປະມານ 74.000 ຄົນ ຂອງໂຮງຮຽນ 3.000 ແຫ່ງ, ຂະນະທີ່ອັດຕາການມີສ່ວນຮ່ວມໃນການສຶກສາສ່ວນບຸກຄົນ ຫຼື ການຮຽນເພີ່ມເຕີມໃນປີ 2023 ຢູ່ທີ່ 78,5% ເພີ່ມຂຶ້ນ 0,2 ຈຸດ ຈາກປີ 2022 ໂດຍອັດຕາດັ່ງກ່າວຂອງນັັກຮຽນປະຖົມຢູ່ທີ່ 86% ເພີ່ມຂຶ້ນ 0,8 ຈຸດ ສ່ວນຂອງນັກຮຽນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຢູ່ທີ່ 75,4% ແລະ 66,4% ຕາມລຳດັບ.
ຄ່າໃຊ້ຈ່າຍດ້ານການສຶກສາທີ່ສູງ ກາຍເປັນໜຶ່ງໃນປັດໄຈເບື້ອງຫຼັງອັດຕາການເກີດໃໝ່ທີ່ຕ່ຳຫຼາຍຂອງ ສ ເກົາຫຼີ ໂດຍອັດຕາການຈະເລີນພັນໂດຍລວມ ຫຼື ຈຳນວນລູກທີ່ຄາດວ່າແມ່ຍິງຄົນໜຶ່ງຈະມີ ໄດ້ຫຼຸດລົງຢູ່ທີ່ 0,72 ໃນປີ 2023 ຊຶ່ງຫຼຸດລົງຕິດຕໍ່ກັນເປັນປີທີ 8 ແລ້ວ.
ຄໍາເຫັນ