![]() |
ທ່ານ ນາງ ສຸລິສາ ພົມມະສີ ເຈົ້າຂອງຜະລິດຕະພັນສະບູບ້ານມອນ ອໍແກນິກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກວ່າ: ຕົນເອງຮູ້ສຶກດີໃຈຫຼາຍທີ່ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງສະແດງ-ຂາຍໃນງານຜະລິດຕະພັນລາວ 2025 ທີ່ຈັດຂຶ້ນເລີ່ມແຕ່ວັນທີ 1-8 ຕຸລາ 2025. ຜະລິດຕະພັນດັ່ງກ່າວໄດ້ເລີ່ມມາຈາກການທີ່ເຮົາເຮັດໃຊ້ເອງໂດຍເຫັນຜົນຈິງ ແລະ ໄດ້ຕໍ່ຍອດໃຫ້ກາຍ ເປັນສິນຄ້າວາງຂາຍ-ຈໍາໜ່າຍ ກໍຄືອອກຮັບໃຊ້ສັງຄົມມາໄດ້ 3 ປີແລ້ວ ແລະ ເຮັດໃຫ້ສັງຄົມເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ. ມາຮອດປີ 2025 ຜະລິດຕະພັນສະບູບ້ານມອນ ອໍແກນິກ ໄດ້ຮັບກາໝາຍເປັນສິນຄ້າໂອດັອບຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ໄດ້ອະນຸຍາດໃຫ້ມາວາງຂາຍໃນງານປີນີ້, ສໍາລັບວັດຖຸດິບແມ່ນນໍາເອົາມາຈາກຊາວກະສິກອນອິນຊີ ເປັນຕົ້ນຫວ້ານຫາງແຂ້, ຫົວກະຣົດຂາວ ແລະ ນໍ້າເຜິ້ງ. ປັດຈຸບັນວາງຂາຍຢູ່ມິນິມາກ, ຊຸບເປີມາກເກັດ ແລະ ຮ້ານຂາຍຢາຈໍານວນໜຶ່ງຢູ່ແຂວງຊຽງຂວາງ. ສະບູບ້ານມອນ ອໍແກນິກ ມີສັບພະຄຸນຊ່ວຍຫຼຸດສິວ, ສິວອັກເສບ, ສິວຍຸບດີສິວ, ຄົນທີ່ເປັນພູມແພ້ສາມາດປ້ອງກັນໄດ້ນໍາອີກ.
![]() |
ທ່ານ ນາງ ສຸລິສາ ພົມມະສີ ກ່າວຕື່ມວ່າ: ສິນຄ້າທີ່ນໍາມາວາງຂາຍໃນປີນີ້, ຍັງມີຢານວດຜ່ອນຄາຍ, ເປັນສະເປນໍ້າແຣ່ທີ່ຊ່ວຍໃຫ້ໜ້າເຮົາຊຸ່ມຊື່ນ, ມີປະເພດຢາດົມ, ຢາທາແມງໄມ້ກັດ ແລະ ນັ່ງເຮັດວຽກເມື່ອຍ ກໍສາ ມາດເອົາມາທາເພື່ອບັນເທົາອາກາດປວດເມື່ອຍໄດ້. ພ້ອມນັ້ນ, ຍັງມີຜະລິດຕະພັນຖົງແດງ ໄທພວນ ສີມືຂອງແມ່ຍິງໄທພວນທີ່ນໍາມາປະຍຸກເພື່ອໃຊ້ງານໄດ້ຫຼາຍແບບ ເປັນຜະລິດຕະພັນຂອງທ້ອງຖິ່ນທີ່ມີເອກະລັກສາມາດຊື້ໃຊ້ ຫຼືເປັນຂອງຕ້ອນຂອງຝາກໄດ້. ສໍາລັບລາຄາສະບູເລີ່ມຕົ້ນ 55 ພັນກີບ, ຢານວດສະໜຸນໄພ 85 ພັນ/ຂວດ, ຖົງແດງເລີ່ມຕົ້ນ 50 ພັນກີບເຖິງລາຄາ 3 ແສນກວ່າກີບຂຶ້ນກັບຂະໜາດຖົງ. ປັດຈຸບັນຮ້ານຕັ້ງຢູ່ແຂວງຊຽງຂວາງ ຂ້າງຕະຫຼາດຊຽງຂວາງເຊັນເຕີ. ຖ້າສົນໃຈຜະລິດຕະພັນດັ່ງກ່າວສາມາດຕິດຕາມທີ່ເພສເຟສບຸກບ້ານມອນ ຫຼື ເບີໂທ 020 23838999. ເປົ້າໝາຍຕໍ່ໜ້າ, ຍັງມີແຜນຈະມາຂະຫຍາຍວາງຈໍາໜ່າຍຮ້ານຄ້າໃຫຍ່ໆ ຢູ່ນະຄອນຫຼວງວຽງຈັນຕື່ມອີກ.
![]() |
ຄໍາເຫັນ