ສະຫະກອນບ້ານໜອງໃສ-ນາໂພເລີນເລີ່ມທົດລອງຜະລິດຜະລິດຕະພັນເຂົ້າ

ສະຫະກອນບ້ານໜອງໃສ-ນາໂພເລີນເລີ່ມທົດລອງຜະລິດຜະລິດຕະພັນເຂົ້າ
ທ່ານ ສົມສີ ເພັດແພງລາສີ ຫົວໜ້າສະຫະກອນຮ່ວມໃຈ ໜອງໃສ-ນາໂພເລີນ ໄດ້ລາຍງານວ່າ: ສະຫະກອນຮ່ວມໃຈໜອງໃສ-ນາໂພເລີນໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ພຶດສະພາ 2023 ມີສະມາຊິກທັງໝົດ 50 ຄົນ, ມີເນື້ອທີ່ທັງໝົດ 108,74 ເຮັກຕາ ຊຶ່ງກວມເອົາ 2 ບ້ານ ຄື: ບ້ານໜອງໃສ ແລະບ້ານນາໂພເລີນ, ສະຫະກອນດັ່ງກ່າວນີ້ ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈຂອງສະມາຊິກກຸ່ມການຜະລິດເຂົ້າເປັນສິນຄ້າ ຊຶ່ງທັງສອງກຸ່ມຜະລິດມີຄວາມເຂັ້ມແຂງທາງດ້ານການຄຸ້ມຄອງບໍລິຫານກຸ່ມ, ທາງດ້ານເຕັກນິກ ແລະສະມາຊິກທັງສອງກຸ່ມມີໜໍ່ແໜງໃນການເຮັດທຸລະກິດຊື້-ຂາຍເຂົ້າແລະ ປັດໄຈການຜະລິດ ມີ (ຝຸ່ນ, ປຸ໋ຍ ແລະກະສອບ) ມາບໍລິການໃຫ້ແກ່ສາມະຊິກ. ສະນັ້ນ, ທັງ 2 ກຸ່ມການຜະລິດຈຶ່ງເຫັນໄດ້ຄວາມໝາຍຄວາມສໍາຄັນຂອງສະຫະກອນ ຈຶ່ງໄດ້ພ້ອມກັນສະໝັກໃຈພັດທະນາຈາກກຸ່ມມາເປັນສະຫະກອນ ປັດຈຸບັນສະຫະກອນ ມີເງິນຫຸ້ນທັງໝົດ 10.000.000 ກີບ. 
ສຳລັບຂໍ້ສະດວກຂອງສະຫະກອນແມ່ນມີເນື້ອທີ່ເຮັດການຜະລິດຊຶ່ງສາມາດເຮັດການຜະລິດໄດ້ສອງລະດູ (ນາປີ ແລະນາແຊງ) ສະມາຊິກໃນສະຫະກອນແມ່ນມີມູນເຊື້ອ ແລະຄວາມຮູ້ທາງດ້ານເຕັກນິກການຜະລິດເຂົ້າໃນລະດັບໜຶ່ງ; ສະຫະກອນໄດ້ຮັບການຊ່ວຍເຫຼືອຈາກຄະນະນຳແຕ່ລະຂັ້ນກໍຄື ຂັ້ນບ້ານ, ຂັ້ນເມືອງ ໄດ້ສະໜອງດິນລວມຂອງບ້ານ ເພື່ອສ້າງຕັ້ງຫ້ອງການສະຫະກອນ. ປັດຈຸບັນກຳລັງກຽມທຸກເງື່ອນໄຂ ໂດຍສະເພາະພື້ນຖານໂຄງລ່າງເປັນຕົ້ນ ຫ້ອງການ, ສະມາຊິກສະຫະກອນ, ຄູ່ສັນຍາຊື້-ຂາຍ, ຝຸ່ນວິທະຍາສາດ, ເຕັກນິກ ແລະອື່ນໆ.
ສ່ວນຂໍ້ຫຍຸ້ງຍາກ ສະຫະກອນບໍ່ມີສາງເກັບມ້ຽນຜົນຜະລິດ, ບໍ່ມີຮ້ານຄ້າ ແລະຫ້ອງການສະຫະກອນ; ຂາດອຸປະກອນໃນການປຸງແຕ່ງຜົນຜະລິດ ເພື່ອໃຫ້ກາຍເປັນຜະລິດຕະພັນຂອງສະຫະກອນ ເຊັ່ນ: ໂຮງສີຂະໜາດນ້ອຍ, ເຄື່ອງອົບເຂົ້າແລະອຸປະກອນທີ່ຈຳເປັນຈຳນວນໜຶ່ງ. 
ຂໍ້ມູນດັ່ງກ່າວໄດ້ລາຍງານຕໍ່ຄະນະຕິດຕາມຊຸກຍູ້ຂັ້ນແຂວງແລະເມືອງນຳໂດຍທ່ານ ຈັນສະໝອນ ພົມມະແສງ ຫົວໜ້າໂຄສະນາອົບຮົມແຂວງ, ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ, ທ່ານ ນາງ ວິລະວອນ ພັນທະວົງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະທີ່ໄດ້ໄປຢ້ຽມຢາມສະຫະກອນດັ່ງກ່າວເມື່ອບໍ່ດົນມານີ້.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ໃນວັນທີ 24 ເມສາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ ຄັ້ງທີ VIII ຮອບທີ I,
ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ວັນທີ 24 ເມສານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນຂອງລັດ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ໂດຍ:ວັນໄຊ ຕະວິນຍານ ໃນເມື່ອກ່ອນ, ທ່ານ ຄໍາຈັນ ໄຊສົມບັດ ມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມານະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຊ່ອງທາງເຮັດທຸລະກິດ ກໍເລີຍໄດ້ສ້າງຄອບຄົວ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈຶ່ງເຮັດອາຊີບຄ້າ-ຂາຍ ພໍແຕ່ກຸ້ມກິນ, ນັບແຕ່ປີ 2016
ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສໍານັກງານໃຫຍ່ບ້ານໜອງໜ່ຽງເມືອງໄຊເຊດຖານະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ
ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວ
ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 23 ເມສາຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ
ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາ ຄັ້ງທີ 9 ໄດ້ສໍາເລັດລົງໃນວັນທີ 23 ເມສາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ,
ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ໃນວັນທີ 23 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ, ແຂວງຄຳມ່ວນ
ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ໃນວັນທີ 22 ເມສາຜ່ານມານີ້, ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ພ້ອມດ້ວຍປະທານກຸ່ມບໍສິສັດ ພົງສະຫວັນ ສາຂາ ແຂວງໄຊຍະບູລີ.
ເພີ່ມເຕີມ