ສະ​ຫະ​ກອນ​ຜູ້​ຜະ​ລິດ​ກາ​ເຟເຂດພູພຽງບໍລະເວນ ເປີດກອງປະຊຸມໃຫຍ່ ຄັ້ງທີ XIX

ສະ​ຫະ​ກອນ​ຜູ້​ຜະ​ລິດ​ກາ​ເຟເຂດພູພຽງບໍລະເວນ ເປີດກອງປະຊຸມໃຫຍ່ ຄັ້ງທີ XIX

ສະ​ຫະ​ກອນ​ຜູ້​ຜະ​ລິດ​ກາ​ເຟເຂດພູພຽງບໍລະເວນ ເປີດກອງປະຊຸມໃຫຍ່ ຄັ້ງທີ XIX
ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ (ສຜກ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ XIX ປະຈໍາປີ 2026 ໃນ​ວັນ​ທີ 17 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງແຂວງ​ຈຳ​ປາ​ສັກໂດຍມີ ທ່ານ ສີໃສ ທອງປັດສາ ຮອງປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ພອນວິໄລ ຫຼວງຄໍາຫານ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຄໍາເຜີຍ ບຸດໂທ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ, ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະ​ຫະ​ກອນ​ຜ​ຜະ​ລດ​ກາ​ເຟເຂດພພຽງບລະເວນ ເປດກອງປະຊມໃຫຍ ຄງທ XIX - image 1
 

ທ່ານ ສີທອງ ເພັດລັງສີ ປະທານສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ກ່າວວ່າ: ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 7 ສິງຫາ 2007 ເບື້ອງຕົ້ນຊື່ວ່າ: "ສະມາຄົມຜູ້ຜະລິດກາເຟ ເຂດພູພຽງບໍລະເວນ" ໂດຍການຊີ້ນໍາໂດຍກົງຂອງ ໂຄງການພັດທະນາກະສິກໍາ ເຂດພູພຽງບໍລະເວນ (PAB) ເຊິ່ງແມ່ນໂຄງການຮ່ວມມືລະຫວ່າງ ລັດຖະບານລາວ ແລະ ລັດຖະບານຝຣັ່ງ, ການຈັດຕັ້ງແມ່ນເລີ່ມຕົ້ນຈາກກຸ່ມຊາວສວນຜູ້ຜະລິດກາເຟຂະໜາດນ້ອຍ ທີ່ເນັ້ນໃສ່ການຜະລິດກາເຟທີ່ມີຄຸນນະພາບ ແລະ ປອດສານເຄມີ ໃນພື້ນທີ່ກວມເອົາ 3 ເມືອງ ເຂດພູພຽງບໍລະເວນ ຄື: ເມືອງປາກຊ່ອງ ແຂວງຈຳປາສັກ, ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ.

ສະຫະກອນແຫ່ງນີ້ ເປັນອົງການຈັດຕັ້ງຂອງຊາວສວນ ທີ່ຊາວສວນເປັນເຈົ້າຂອງ 100%, ຜະລິດຕະພັນທັງໝົດໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີ ແລະ ການຄ້າເປັນທຳ.ນອກຈາກນີ້, ສະຫະກອນຍັງໄດ້ສົ່ງເສີມການຜະລິດແບບຍືນຍົງ ດ້ວຍການປູກພືດແບບປະສົມປະສານ ເຊັ່ນ: ການປູກກາເຟຮ່ວມກັບໄມ້ໃຫ້ໝາກ ເພື່ອຮັກສາລະບົບນິເວດ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ຊາວສວນ. ປັດຈຸບັນ, ສະຫະກອນມີລະບົບຕ່ອງໂສ້ການສະໜອງທີ່ເຂັ້ມແຂງ ໂດຍມີສະມາຊິກທັງໝົດ 484 ຄອບຄົວ, ເນື້ອທີ່ທຳການຜະລິດ ປະເພດກາເຟນ້ອຍ Arabica 1,611 ເຮັກຕາ, ເນື້ອທີ່ກາເຟກາງ Robusta 371 ເຮັກຕາ, ມີສູນອິ້ວກາເຟ, ມີໂຮງງານສີກາເຟ, ໂຮງງານຝຸ່ນຊີວະພາບ ແລະ ໂຮງຂົ້ວກາເຟເປັນຂອງຕົນເອງ. ພ້ອມດຽວກັນນັ້ນ, ຍັງມີຄູ່ຮ່ວມງານກັບທະນາຄານ ແລະ ສະຖາບັນການເງິນ ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ມີຕະຫຼາດທີ່ໝັ້ນຄົງ ແລະ ສາມາດສົ່ງກາເຟໄປເຖິງມືຜູ້ຂົ້ວກາເຟໂດຍກົງ ທັງຕະຫຼາດພາຍໃນ ແລະ ສາກົນ.

ສຳລັບຜົນງານໃນປີ 2025 ຜ່ານມາ, ສຜກ ສາມາດສົ່ງອອກກາເຟໄປຕ່າງປະເທດໄດ້ທັງໝົດ 46 ຕູ້ຄອນເທນເນີ, ໃນນັ້ນກາເຟ Arabica 40 ຕູ້ຄອນເທນເນີ, Robusta 6 ຕູ້ຄອນເທນເນີ ແລະ ຄວາມຕ້ອງການກາເຟສົກປີ 2025-2026 Arabica 56 ຕູ້ຄອນເທນເນີ, Robusta 5 ຕູ້ຄອນເທນເນີ, ພ້ອມນີ້, ຍັງໄດ້ຈຳໜ່າຍພາຍໃນປະເທດ.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ສະຫະກອນຈະສືບຕໍ່ຂະຫຍາຍຖານສະມາຊິກ ເພື່ອເພີ່ມກຳລັງການຜະລິດໃຫ້ຫຼາຍຂຶ້ນ, ພ້ອມທັງຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດ; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການສຶກສາ, ຈັດຝຶກອົບຮົມ, ແລກປ່ຽນບົດຮຽນ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ສະມາຊິກ, ຄະນະບໍລິຫານ ແລະ ພະນັກງານ ເພື່ອໃຫ້ທຸກຄົນມີສ່ວນຮ່ວມໃນການພັດທະນາອົງກອນຢ່າງມີປະສິດທິພາບ, ແນໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ສ້າງລາຍຮັບ ແລະ ຍົກລະດັບຄຸນນະພາບຊີວິດຂອງຊາວສວນໃຫ້ດີຂຶ້ນເປັນກ້າວໆ, ມຸ່ງໝັ້ນສູ່ການເປັນສະຫະກອນຕົວແບບທີ່ດີໃນລະດັບທ້ອງຖິ່ນ, ລະດັບຊາດ ແລະ ພາກພື້ນ.

ທ່ານ ໄຊຍະກອນ ອ່ອນນາລີ ຜູ້ອຳນວຍການສະຫະກອນ ໄດ້ລາຍງານຜົນການກວດສອບມາດຕະຖານກະສິກຳອິນຊີ ແລະ ການຄ້າເປັນທຳ ປະຈຳສົກປີ 2025-2026, ພ້ອມທັງລາຍງານກິດຈະກຳພາກສະໜາມ, ສວນທົດລອງ ແລະ ການດຳເນີນງານຂອງໂຮງງານ.

ຈາກນັ້ນ, ທ່ານ ຄຳພັນ ແກ້ວທະວີ ຮອງອຳນວຍການ ສຜກ ໄດ້ສະຫຼຸບລາຍງານວຽກງານການຕະຫຼາດ ສົກປີ 2025-2026 ແລະ ທ່ານ ບຸນເຮືອງ ວົງມະນີຄູນ ຮອງອຳນວຍການ ສຜກ ໄດ້ສະຫຼຸບລາຍງານວຽກງານບໍລິຫານ-ການເງິນ ສົກປີ 2025-2026 ໂດຍເນັ້ນໃສ່ພາກລາຍຮັບ-ລາຍຈ່າຍ, ລວມທັງການກຳນົດລາຄາກາເຟແຕ່ລະປະເພດ ແລະ ການນຳໃຊ້ເງິນການຄ້າເປັນທຳ. ສໍາລັບລາຄາກາເຟຂອງສະຫະກອນປີນີ້: ກາເຟນ້ອຍ (Arabica) 125,000ກີບ/ກິໂລຫມາກຂາວ ແລະ ກາເຟກາງ(Robusta) 92,000ກີບ/ກິໂລຫມາກຊ້ອມ.

ຂ່າວ-ພາບ: ຈັນທະວີສັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ