ສະຫະພັນກຳມະບານ ຟຟລ ຈັດງານແຂ່ງຂັນສີມືແຮງງານປະຈໍາປີ 2025

ສະຫະພັນກຳມະບານ ຟຟລ ຈັດງານແຂ່ງຂັນສີມືແຮງງານປະຈໍາປີ 2025

ສະຫະພັນກຳມະບານ ຟຟລ ຈັດງານແຂ່ງຂັນສີມືແຮງງານປະຈໍາປີ 2025
ລະຫວ່າງ ວັນທີ 29-30 ເມສາທີ່ຜ່ານມາ, ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດງານແຂ່ງຂັນສີມືແຮງງານ ປະຈໍາປີ 2025 ຂຶ້ນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນກໍາມະກອນສາກົນ ຄົບຮອບ 139 ປີ ໃຫ້ກຽດເຂົ້າຮ່ວມງານເປີດພິທີ ໂດຍສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີກະຊວງພະລັງງານ

 ແລະ ບໍ່ແຮ່; ສະຫາຍ ທອງຈັນ ພູມີພັນ ຮອງປະທານສູນກາງສະຫະພັນ ກໍາມະບານລາວ, ມີການນຳກະຊວງພະລັງງານ ແລະ ບໍ່ແຮ່, ຄະນະນຳອໍານວຍການໃຫຍ່ ຟຟລ, ປະທານ-ຮອງປະທານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຫົວໜ້າຝ່າຍ, ຫົວໜ້າສາຂາແຂວງ, ພະນັກງານ-ກໍາມະກອນ ຟຟລ, ນັກແຂ່ງຂັນ ແລະ ແຂກທີ່ຖືກເຊີນ.

ສະຫາຍ ຄໍາພູນ ສຸກອາລຸນ ປະທານສະຫະພັນກໍາມະບານ ຟຟລ ໄດ້ຂຶ້ນກ່າວຈຸດປະສົງຂອງງານການແຂ່ງຂັນສີມືແຮງງານ ປະຈໍາປີ 2025 ລວມເຖິງລະດັບຄາດໝາຍ, ເນື້ອໃນຮູບແບບການແຂ່ງຂັນ ວັນເວລາສະຖານທີ່ ແລະ ການຈັດການແຂ່ງຂັນ ຊຶ່ງປີນີ້ປະກອບມີ 6 ຫົວຂໍ້ແຂ່ງຂັນ ຄື: 1. ການນຳໃຊ້ບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບລະບົບຈຳໜ່າຍໄຟຟ້າ; 2. ການກວດກາຫາຂໍ້ບົກຜ່ອງຂອງການຕິດຕັ້ງໝໍ້ນັບໄຟ; 3. ການກວດກາປ້ອມໝໍ້ແປງຈໍາໜ່າຍ 22/0.4 KV; 4. ການປ່ຽນຖ່າຍໜ່ວຍປ້ອງກັນການສັ່ນສະເທືອນຂອງສາຍໄຟຟ້າແຮງສູງ 115 kV; 5. ດ້ານນະວັດຕະກໍາ ຫຼື ສິ່ງປະດິດ ທີ່ສ້າງສໍາເລັດແລ້ວ, 6. ການນໍາສະເໜີແນວຄວາມຄິດການປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນລະບົບໄຟຟ້າ.

ຫຼັງຈາກນັ້ນ, ສະຫາຍ ອາຄົມເດດ ວົງໄຊ ຄະນະພັກກະຊວງຜູ້ອໍານວຍການໃຫຍ່ ຟຟລ ກໍໄດ້ຂຶ້ນກ່າວເປີດພິທີ ວ່າ: ການແຂ່ງຂັນສີມືແຮງງານ ແມ່ນກິດຈະກຳໜຶ່ງທີ່ສໍາຄັນ ແລະ ເປັນກິດຈະກໍາທີ່ເປັນຂະບວນການຢ່າງຟົດຟື້ນຂອງຊາວຜູ້ອອກແຮງງານ ເວົ້າລວມ, ໂດຍສະເພາະ ຟຟລ ໄດ້ຈັດຂຶ້ນ ທຸກໆປີ ຊຶ່ງເປັນເວທີອັນຊົງກຽດໃນການສົ່ງເສີມຄວາມກ້າວໜ້າດ້ານວິຊາສະເພາະ, ຄວາມຮູ້, ຄວາມສາມາດ, ຄວາມຊຳນານງານຂອງ ພະນັກງານ-ກຳມະກອນ ຟຟລ ໃນທຸກຂົງເຂດວຽກງານ ທັງເປັນການຊຸກຍູ້, ສ້າງແຮງຈູງໃຈ ພັດທະນາທັກສະຄວາມຮູ້, ຄວາມສາມາດ ແລະ ຄວາມຊໍານານງານໃຫ້ກ້າວໄປສູ່ລະດັບສາກົນເທື່ອລະກ້າວ.

ການແຂ່ງຂັນສີມືແຮງງານ ປະຈຳປີ 2025 ໄດ້ມີ 84 ທີມ ເຂົ້າຮ່ວມແຂ່ງຂັນຊຶ່ງຜົນຂອງການແຂ່ງຂັນມີດັ່ງນີ້:1.ການນໍາໃຊ້ບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບລະບົບຈຳໜ່າຍໄຟຟ້າ: ອັນດັບທີ 1 ແມ່ນຟຟລ ສາຂາ ແຂວງຊຽງຂວາງ, ທີ 2 ຟຟລ ສາຂາ ແຂວງອຸດົມໄຊ,ທີ 3 ຟຟລ ສາຂາ ແຂວງໄຊສົມບູນ;2.ການກວດກາຫາຂໍ້ບົກຜ່ອງຂອງການຕິດຕັ້ງໝໍ້ນັບໄຟ: ອັນດັບທີ 1 ຟຟລ ສາຂາ ແຂວງອັດຕະປື,ທີ 2 ຟຟລ ສາຂາ ນະຄອນຫຼວງ 1,ທີ 3 ຟຟລ ສາຂາ ແຂວງເຊກອງ; 3.ການກວດກາປ້ອມໝໍ້ແປງຈໍາໜ່າຍ 22 /0.4 kV: ອັນດັບທີ1 ຟຟລ ສາຂາ ແຂວງອຸດົມໄຊ,ທີ 2 ຟຟລ ສາຂາ ແຂວງຫຼວງພະບາງ, ທີ 3 ຟຟລ ສາຂາ ແຂວງຫຼວງນໍ້າທາ; 4.ການປ່ຽນຖ່າຍໜ່ວຍປ້ອງກັນການສັ່ນສະເທືອນຂອງສາຍໄຟຟ້າແຮງສູງ 115 kV: ອັນດັບທີ 1 ຟຟລ ສາຂາ ແຂວງອຸດົມໄຊ,ທີ 2 ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້,ທີ 3 ຟຟລ ສາຂາ ແຂວງຈໍາປາສັກ; 5. ດ້ານນະວັດຕະກໍາ ຫຼື ສິ່ງປະດິດ ທີ່ສ້າງສຳເລັດແລ້ວ: ອັນດັບທີ 1 ຟຟລ ສາຂາ ແຂວງສະຫວັນນະເຂດ,ທີ 2 ຝ່າຍວາງແຜນ ແລະ ບັນຊາລະບົບໄຟຟ້າ, ທີ 3 ພະແນກຄຸ້ມຄອງເຕັກນິກລະບົບໄຟຟ້າພາກເໜືອ; 6. ການນຳສະເໜີ ແນວຄວາມຄິດການປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນລະບົບໄຟຟ້າ: ອັນດັບທີ 1 ບໍລິສັດນໍ້າງື່ມ 3 ພາວເວີ ຈໍາກັດ,ທີ 2 ຟຟລ ສາຂາ ແຂວງອຸດົມໄຊ, ທີ 3 ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ.

(ຂ່າວ-ພາບ: ວຽງສະຫວັນ ປຣະດິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ