![]() |
ທ່ານ ພູຄຳ ແກ້ວວົງໄຊ ຮອງຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ, ເຫັນດີຍົກຍ້າຍ ທ່ານ ຄົວຈັ້ງ ດໍຮາເຊັ້ງ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ໄປຮັບໜ້າທີ່ໃໝ່ ຢູ່ສະພາປະຊາຊົນແຂວງ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ, ເຫັນດີແຕ່ງຕັ້ງ ທ່ານ ນາງ ຄຳຫຼ້າ ທອງສີວອນ ເປັນເລຂາໜ່ວຍພັກ ເປັນປະທານສະຫະພັນກຳມະບານແຂວງ ຜູ້ໃໝ່.
ໂອກາດດັ່ງກ່າວ ທ່ານ ຄົວຈັ້ງ ດໍຮາເຊັ້ງ ໄດ້ຂຶ້ນຜ່ານບົດສະຫຼຸບມອບຮັບໜ້າທີ່ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ຊຶ່ງໄດ້ສະແດງໃຫ້ເຫັນຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດຫຼາຍດ້ານ ລວມທັງບາງຂໍ້ຄົງຄ້າງທີ່ຈະໄດ້ມອບໃຫ້ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງຜູ້ໃໝ່ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.ຈາກນັ້ນ, ໄດ້ມີພິທີ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄົວຈັ້ງ ດໍຮາເຊັ້ງ ຜູ້ເກົ່າ ແລະ ນາງ ຄຳຫຼ້າ ທອງສີວອນ ຜູ້ໃໝ່ ຢ່າງເປັນທາງການ.
![]() |
ໂອກາດນີ້, ທ່ານ ພອຍຄຳ ຮຸ່ງບຸນຮວງ ໄດ້ກ່າວວ່າ: ການຍົກຍ້າຍ ຊັບຊ້ອນພະນັກງານນໍາພາຄຸ້ມຄອງຄັ້ງນີ້, ເປັນກົດເກນ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ, ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເລິກເຊິ່ງ, ເພີ່ມທະວິຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຕໍໜ້າທີ່ການເມືອງທີຮັບຜິດຊອບ, ເຕົ້າໂຮມຄວາມສາມັກຄີເປັນເອກກະພາບເປັນອັນໜຶ່ງອັນດຽວກັນ ລວມສູນປະຊາທິປະໄຕເປັນໝູ່ຄະນະຂອງສະຫະພັນກຳມະບານແຂວງ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສະຫະພັນກຳມະບານແຂວງ ໃຫ້ໜັກແໜ້ນເຂັ້ມແຂງ.
(ພາບ-ຂາວ: ຫັດ ໄຊຍະວົງ)


ຄໍາເຫັນ