![]() |
ສະຫາຍ ບຸນສູງ ບັງອອນ ຮອງປະທານສະຫະພັນກຳມະບານ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກຮອບດ້ານປະຈຳປີ 2025 ແລະ ທິດທາງແຜນ ການປີ 2026 ໃນທົ່ວເມືອງບໍ່ແຕນ ມີສະຫະພັນກຳມະບານທັງໝົດ 31 ຮາກຖານ, ມີຄະນະບໍລິຫານງານ 14 ສະຫາຍ ຍິງ 5 ສະຫາຍ. ຜ່ານການປະເມີນຂໍ້ແຂ່ງຂັ້ນ 5ເປັນເຈົນຂອງກຳມະບານສາມາດປະຕີບັດໄດ້ດັ່ງນີ້: ເປັນເຈົາການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດປະຕິບັດໄດ້ 91%, ເປັນເຈົາການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ປະຕິບັດໄດ້ 91%, ເປັນເຈົ້ນການພັດທະນາຕົນເອງ ແລະ ການຈັດຕັງປະຕິບັດໄດ້ 91%, ເປັນເຈົາການປົກປ້ອງສິດຜົນປະໂຫຍດອັນຊອບທຳປະຕິບັດໄດ 91%, ເປັນເຈົນການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງປະຕິບັດໄດ້ 91%.
![]() |
ໃນກອງປະຊຸມ, ຍັງໄດ້ຮັບຟັງການຜ່ານລະບຽນກອງທຶນຊ່ວຍເຫຼືອ ເຊິງກັນ ແລະ ກັນ ສະບັບປັບປຸງ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປະກອບຄຳເເຫັນໃສ່ບົດລາຍງານການເມືອງທັງສອງພາກ ແລະ ໄດ້ມອບໃບຍ້ອງຍໍຂັ້ນສູນກາງ ແລະ ໃບຍັ້ງຢືນ 5 ເປັນເຈົາໃຫ້ຮາກຖານກຳມະບານ ແລະ ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນເຂົາໃນວຽກງານສະຫະພັນກຳມະບານ.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)


ຄໍາເຫັນ